ເລກລຳດັບທີ: 98
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-07-01
ໄມ້ຂົມ
Bitter Bamboo
Indosasa sinica C.D.Chu & C.S.Chao
ພືດ
ໄມ້ຢືນຕົ້ນ
ໄມ້ປ່ອງ
×
ຊື່ທ້ອງຖີ່ນ:
ໜໍ່ຂົມ, ໜໍ່ໄມ້ຂົມ
ຊື່ພ້ອງ
:
ຊື່ສະກຸນ:
Poaceae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ໄມ້ໄຜ່ນີ້ມີລຳຕົ້ນທີ່ຕົງ ແລະ ສູງ 8-12 ແມັດ. ລຳຕົ້ນມີຂະຫນາດເສັ້ນຜ່າສູນກາງ 3-5 ຊມ. ປ້ອງ (ຊ່ວງລະຫວ່າງຂໍ້) ມີຄວາມຍາວ 22-30 ຊມ ແລະ ມີຄວາມໂຄ້ງເລັກໜ້ອຍ. ເນື້ອຂອງລຳຕົ້ນມີຄວາມໜາ 0.7-1.2 ຊມ. ຂໍ້ (ຈຸດທີ່ກິ່ງ ຫລືໃບເກີດຂຶ້ນ) ມີຄວາມໂດດເດັ່ນຫລາຍ.
ກາບຫຸ້ມລຳຕົ້ນ (ກາບຫຸ້ມລຳຕົ້ນ) ຈະຫຼຸດອອກຊ້າ. ມີຄວາມໜາ ແລະ ແຂງ, ຍາວ 19-20 ຊມ ແລະ ກວ້າງ 9-10 ຊມ, ມີຂົນສີນ້ຳຕານແຂງປົກຄຸມໜາແໜ້ນ. ຫູກາບໃບ (auricles) ມັກຈະໂຄ້ງງໍໄປທາງດ້ານຫລັງ ແລະ ມີຂົນສີນ້ຳຕານເຂັ້ມທີ່ຈະຫຼຸດອອກໃນທີ່ສຸດ. ສ່ວນລີ້ນກາບໃບ (ligule) ທີ່ຢູ່ໂຄນກາບຫຸ້ມຈະຫຼຸດງ່າຍ. ກາບຫຸ້ມມີຮູບຫອກແຄບ ໂຄນ ແລະ ປາຍຕັ້ງຊຶ່, ຂອບໂຄ້ງເຂົ້າດ້ານໃນ.
ໃບມີລັກສະນະຍາວ ແລະ ແຄບ, ຮູບຫອກ, ຍາວ 10-15 ຊມ ແລະ ກວ້າງ 3-4 ຊມ. ໂດຍທົ່ວໄປຈະມີຂົນຢູ່ທັງສອງດ້ານ ແລະ ຂອບໃບຫຍາບເມື່ອສຳຜັດ. ກ້ານໃບເປັນກາບຫຸ້ມກິ່ງຈະມີແຜ່ນບາງໆ. ຫູໃບ (Auricles) ມີຂະຫນາດນ້ອຍ ແລະ ມີຂົນບາງສ່ວນ. ລີ້ນໃບ (Ligule) ສັ້ນ, ມີຂອບຍັກ, ແລະ ບໍ່ລຽບ.
ຊໍ່ດອກ (inflorescences) ທີ່ປະກອບດ້ວຍໂຄງສ້າງທີ່ຄ້າຍຊໍ່ດອກຂະໜາດນ້ອຍ (pseudospikelets), ມີກາງກ້ານດອກ (rachilla) ມີຄວາມລຽບ ແລະ ມີຂໍ້ຕໍ່. ກາບຫຸ້ມດອກ (lemma) ມີຄວາມຍາວ 1.2-1.5 ຊມ, ມີສີຂຽວຟ້າ, ແລະ ມີຜິວລຽບ.
ແຫຼ່ງຂໍ້ມູນ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to China South-Central, China Southeast, Laos. [2]
Global distribution of Indosasa sinica between 1994 to 1992. Source: [3]

ເຂດກະຈາຍພັນໃນລາວ
:
ເຂດພູສູງພາກເໜືອຂອງລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ເຂດສາຍພູຫຼວງພາກເໜືອ
ເຂດສາຍພູຫຼວງພາກກາງ

ເຂດກະຈາຍພັນຕາມພູມສັນຖານ
:
ປ່າເຫຼົ່າແກ່
ປ່າປະສົມປ່ຽນໃບ
ປ່າປະສົມປ່ຽນໃບ

ສະເພາະຖິ່ນໃນລາວ:
ພື້ນເມືອງ
ຮຸກຮານ
:
ບໍ່ຮຸກຮານ
ສະຖານະພາບການອະນູຮັກ IUCN
:
ບໍ່ມີຄວາມສ່ຽງ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
ບໍ່ຖືກລະບຸໃນບັນຊີປະເພດໃດ
ການນຳໃຊ້
ປະເພດການນຳໃຊ້:
ກິດຈະກຳການກະເສດ
ສິ່ງປູກສ້າງ
ອຸປະກອນ ແລະ ເຄື່ອງມື
ອາຫານ
ສິ່ງປູກສ້າງ
ອຸປະກອນ ແລະ ເຄື່ອງມື
ອາຫານ
ບັນຍາຍການນຳໃຊ້:
ອາຫານ: ໜໍ່ຂົມເປັນອາຫານທ້ອງຖິ່ນທີ່ນິຍົມ ສາມາດປຸ່ງແຕ່ງໄດ້ຫຼາຍວິທີ ເຊັ່ນ ຕົ້ມແລ້ວກິນຄູ່ກັບແຈ່ວ, ຜັດ, ຫຼື ແກງ [5], [8]. ນອກຈາກນີ້ ຍັງສາມາດແປຮູບເປັນໜໍ່ໄມ້ດອງ ເພື່ອເປັນລາຍໄດ້ໃຫ້ກັບຄອບຄົວໃນທ້ອງຖິ່ນ [5].
ການກໍ່ສ້າງ: ລຳຕົ້ນຖືກນຳໃຊ້ຮອງຮັບໂຄງສ້າງ ແລະ ໃຊ້ໃນການກໍ່ສ້າງອາຄານນ້ອຍ. [6]
ເຄື່ອງມື ແລະ ເຄື່ອງໃຊ້: ລຳຕົ້ນຍັງຖືກນຳໃຊ້ເຂົ້າໃນການຜະລິດຫັດຖະກຳ ແລະ ເຄື່ອງໃຊ້ໃນເຮືອນ. [4]
ໝາຍເຫດ: ເຖິ່ງແມ່ນວ່າໜໍ່ໄມ້ທຸກຊະນິດສາມາດກິນໄດ້, ແຕ່ບາງຊະນິດມີສານພິດ ທີ່ຈະຕ້ອງຖືກກຳຈັດໂດຍການປຸ່ງໃຫ້ສຸກກ່ອນບໍລິໂພກ. [7]

ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ
ລະດູການເກັບກູ້:
ມັງກອນ
ກຸມພາ
ມີນາ
ເມສາ
ພຶກສະພາ
ທັນວາ
ກຸມພາ
ມີນາ
ເມສາ
ພຶກສະພາ
ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
ໃນລະຫວ່າງລະດູການເກັບກ່ຽວ, ໜໍໄມ່ຂົມມີລາຄາບໍ່ຕ່ຳກວ່າ 5,000–10,000 ກີບ, ໃນຂະນະທີ່ໃນຕະຫຼາດນະຄອນວຽງຈັນ ມີລາຄາບໍ່ຕ່ຳກວ່າ 15,000 ກີບ [4].
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ການຂະຫຍາຍພັນໄມ້ຂົມແມ່ນນິຍົມໃຊ້ວິທີປັກຊຳ, ຊຶ່ງເປັນວິທີງ່າຍທີ່ໃຫ້ອັດຕາການງອກສູງ ແລະເຕີບໂຕໄວ. [5]
ການປູກໄມ້ຂົມແມ່ນໃຫ້ດຳເນີນໃນຊ່ວງລະດູຝົນລະຫວ່າງທ້າຍເດືອນ ພຶດສະພາ ຫາ ເດືອນ ມິຖຸນາ ແມ່ນເໝາະສົມທີ່ສຸດ. ເຊິ່ງຈະເຮັດໃຫ້ຕົ້ນໄມ້ຂົມມີໂອກາດງອກສູງ, ສາມາດປັບເຂົ້າກັບສະພາບດິນຟ້າອາກາດ ແລະ ແຕກໜໍ່ທົນໃນລະດູການຕໍ່່ໄປ ເຊິ່ງຈະເຮັດໃຫ້ໄມ້ຂົນຈະເລີນເຕີບໂຕໄດ້ດີໃນປີຖັດໄປ. [5]
ການຄັດເລືອກສາຍພັນ:
ວິທີາກນຄັດເລືອກເຫງົ້າໄມ້ຂົມໃນການປັກຊຳ:
- ແນະນຳໃຫ້ຂຸດເຫງົ້າໃນຊ່ວງ ເດືອນທັນວາ ເຊິ່ງເປັນຊ່ວງຫຼັງຝົນເຊົາຕົກ ຈະເຮັດໃຫ້ຂຸດໄດ້ງ່າຍ
- ເລືອກເຫງົ້າທີ່ມີອາຍຸບໍ່ເກີນ 3 ປີຂື້ນໄປ ເພາະຈະເຮັດໃຫ້ມີຄວາມສ່ຽງຕໍ່່ການຂະຫຍາຍຕົວ ແລະ ບໍ່ແຕກໜໍ່. ຄວນລຳຕົ້ນ ຫຼື ເຫງົ້້າທີ່ມີອາຍຸ 1-2 ປີ ໂດຍສັງເກດຈາກຕົ້ນທີ່ມີສີຂຽວອ່ອນ.
- ບຳຕົ້ນ ຫຼື ເຫງົ້າບໍ່ມີພະຍາດ ຫຼື ແມງໄມ້ກັດ. ແຫຼ່ງທີ່ມາ: [5]
ການກຽມພື້ນທີ່:
ການກຽມພື້ນທີ່ປູກ: ແມ່ນໃຊ້ພ້າ ຫຼື ຈັກຕັດຫຍ້າ ຫຼື ລົດໄຖຂະໜາດນ້ອຍໃນການກຳຈັດຫຍ້າ ແລະ ໄຖ່ພວນດິນ, ປັບເນື້ອທີ່ໃຫ້ພຽງເລັກນ້ອຍເພື່ອສະດວກໃນການປູກ ແລະ ການບົວລະບັດຮັກສາ, ຖ້າຫາກເນື້ອທີ່ບໍ່ສະໝໍ່າສະເໝີ ໃຫ້ເຮັດຮ່ອງລະບາຍນ້ຳເພື່ອປ້ອງກັ່ນນ້ຳຖ້ວມຂັງ, ພື້ນທີ່ປູກຄວນອ້ອມຮົ້ວເພື່ອປ້ອງກັນສັດເຂົ້າໄປທຳລາຍ ແລະ ທີ່ສຳຄັນຄວນມີແລວກັ້ນໄຟກວ້າງບໍ່ຕ່ຳກ່ວາ 4 ມ.ຫຼັງຈາກກຽມພື້ນທີ່ແລ້ວໃຫ້ໝາຍຫຼັກຂຸມປູກເປັນແຖວຍາວ ໄລຍະຫາງ 2X2 ມ. [5]
ເທັກນິກການປູກ:
ການເພາະເຫງົ້າ: ນຳເຫງົ້າທີ່ເລືອກມາຕັດຍາວ 30 ຫາ 50 ຊມ, ຈາກນັ້ນນຳໃສ່ລົງໃນຖົງເພາະຊຳ ແລະ ໃສ່ດິນໃຫ້ແໜ້ນ, ຈາກນັ້ນນຳໄປເກັບໃນເຮືອນຮົ່ມ ແລະ ຫົດນ້ຳເວັນມື້ ຈົນກ່ວາຈະຮອດລະດູການປູກ ຈຶ່ງຍ້າຍລົງປູກໃນພື້ນທີ່ທີ່ກຽມໄວ້. [5]
ເຕັກນິກການປູກໜໍ່ໄມ້ຂົມ:
• ການປູກສາມາດເຮັດໄດ້ໂດຍການນຳເຫງົ້າທີ່ຊຳໄວ້ມາປູກໃນພື້ນທີ່ທີ່ກຽມໄວ້. ຫຼືໃນຊ່ວງລະດູປູກ, ສາມາດຂຸດເຫງົ້າທີ່ມີອາຍຸ 1–2 ປີ ຈາກຕົ້ນທີ່ມີຢູ່ເພື່ອນຳໄປປູກ. ບໍ່ຄວນຂຸດປະໄວ້ດົນເກີນ 2–3 ມື້, ເພາະອາດຈະແຫ້ງ ແລະ ຕາຍ.
• ຂຸດຫຼຸມໃຫ້ໃຫຍ່ກວ່າເບົ້າກ້າເບ້ຍເລັກນ້ອຍ, ຂະໜາດທີ່ເໝາະສົມຄື 30 × 30 × 30 ຊມ.
• ແຍກດິນອອກເປັນສອງສ່ວນ: ດິນຊັ້ນເໜືອ ແລະ ດິນຊັ້ນລຸ່ມ.
• ວາງເບົ້າເບ້ຍໜໍ່ຂົມລົງໃນຂຸມປູກ ໂດຍໃຫ້ຄໍຮາກຢູ່ເຫນືອຜິວດິນເລັກນ້ອຍ.
• ໂດຍນຳດິນຊັ້ນເທິງຖົມລົງກ່ອນ, ແລ້ວໃສ່ດິນຊັ້ນລຸ່ມຕາມຫຼັງ ພ້ອມທັງກົດໃຫ້ແນ່ນເພື່ອໃຫ້ລະດັບດິນກັບຄືນສູ່ສະພາບເດີມ. ນີ້ຈະຊ່ວຍປ້ອງກັນການກັກຂັງນ້ຳ, ຊຶ່ງອາດເຮັດໃຫ້ຮາກ ແລະ ຕາໜໍ່ເນົ່າ ແລະ ຕາຍໄດ້.
ແຫຼ່ງຂໍ້ມູນ: [5]
ການເກັບກ່ຽວ:
ການເກັບກ່ຽໜໍ່ຂົມ ສາມາດເກັບໄດ້ຫຼັງຈາກປູກໄດ້ 1,8 ຫາ 2 ປີ. ເພື່ອຄວາມຢືນຍົງໃນການເກັບກູ້ໜໍ່ໄມ້ຂົມຄວນປະຕິບັດຕາມຂັ້ນຕອນດັງນີ້ ໃຊ້ສຽມຂຸດເອົາໜໍ່ໄມ້ທີ່ພົ້ນຂື້ນໜ້າດິນ 5-25 ຊມ. ຈາກນັ້ນໃຫ້ຖົມດິນທຸກຄັ້ງ ແລະ ຄວນເກັບກູ້ໜໍ່ໄມ້ຕາມທີ່ໄດ້ກຳນົດໄວ້. [5]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
Bamboo shoots of Bitter Bamboo. [1] T. Bunney, "Bitter Bamboo Shoots," Tessa Bunney, 2024. [Online]. Available: https://tessabunney.co.uk/bitter-bamboo-shoots/. [Accessed: Jun. 10, 2025].
Stem or culm of Bitter Bamboo and Leave of Bitter Bamboo. [2] " Indosasa sinica," Baidu Baike, 2024. [Online]. Available: https://www.baike.com/wikiid/3511455133578704958?anchor=2. [Accessed: Jun. 10, 2025].

ອ້າງອິງ:
[1] "Morphology and Anatomy of Bamboos Commonly Used in Lao PDR.," NAFRI, 2024. [Online]. Available: http://lad.nafri.org.la/fulltext/3969-0.pdf. [Accessed: Jun. 10, 2025].
[2] "Indosasa sinica," Plants of the World Online, Kew Science, 2024. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:902264-1. [Accessed: Jun. 10, 2025].
[3] "Indosasa sinica," Global Biodiversity Information Facility (GBIF), 2024. [Online]. Available: https://www.gbif.org/species/4144977. [Accessed: Jun. 10, 2025].
[4] "100 Non-Timber Forest Products (NTFPs)," Phakhaolao, 2024. [Online]. Available: https://phakhaolao.la/wp-content/uploads/2024/11/100_NTFPs.pdf. [Accessed: Jun. 11, 2025].
[5] ບັນຊາ ທຳມະວົງ, 2025. “ເຕັກນິກການຂະຫຍາຍພັນ ແລະ ການປູກໄມ້ຂົມ”. ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສູນຄົ້ນຄວ້າປ່າໄມ້, ໂຄງການກະສິກຳເພື່ອໂພຊະນາການ ໄລຍະ II. ໜ້າ 1-13.
[6] "Indosasa sinica," eFloras, 2024. [Online]. Available: http://www.efloras.org/florataxon.aspx?flora_id=2&taxon_id=200025604. [Accessed: Jun. 11, 2025].
[7] "Indosasa sinica," Pha Tad Ke, 2024. [Online]. Available: https://www.pha-tad-ke.com/plant/indosasa-sinica/. [Accessed: Jun. 11, 2025].
[8] "ແຈ່ວໜໍ່ຂົມ," Phakhaolao, 2024. [Online]. Available: https://phakhaolao.la/story/%e0%bb%81%e0%ba%88%e0%bb%88%e0%ba%a7%e0%bb%9c%e0%bb%8d%e0%bb%88%e0%ba%82%e0%ba%bb%e0%ba%a1/. [Accessed: Jun. 11, 2025].

ຜູ້ສ້າງ Factsheet:
Manoluck bounsihalath
ຜູ້ກວດສອບ Factsheet:
,