ເລກລຳດັບທີ: 932
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-05-02
ຈິ້ງຫຼີດດຳ
Black Field Cricket
Gryllus bimaculatus De Geer, 1773
ສັດ
ສັດທີ່ມີຂໍ້ຕໍ່
ແມງໄມ້
×
ຊື່ທ້ອງຖີ່ນ:
Two-spotted Cricket
ຊື່ພ້ອງ
:
Gryllus ater Saussure, 1877
Acheta capensis Fabricius, 1775
Gryllus interruptus Walker, 1869
Gryllus lugubris Stål, 1855
Gryllus marginalis Walker, 1869
Gryllus (Acheta) rubricollis Stoll, 1813
Acheta capensis Fabricius, 1775
Gryllus interruptus Walker, 1869
Gryllus lugubris Stål, 1855
Gryllus marginalis Walker, 1869
Gryllus (Acheta) rubricollis Stoll, 1813
ຊື່ສະກຸນ:
Gryllidae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ແມງຈິງຫຼີດທ້ອງດຳ ຮ່າງກາຍແບ່ງອອກເປັນ 3 ສ່ວນຄື: ສ່ວນຫົວ, ສ່ວນເອີກ ແລະ ສ່ວນທ້ອງ. ຂະໜາດຮ່າງກາຍປານກາງ ຮູບຮ່າງກົມຊົງກະບອກ (ຂະໜາດຮ່າງກາຍກວ້າງປະມານ 0.5-0.7 ຊມ ແລະ ຍາວປະມານ 2-2.5 ຊມ). ລໍາໂຕເປັນສີດໍາ ຫຼື ເປັນສີນໍ້າຕານປົ່ນດໍາ, ສີຂອງປີກມີ 3 ສີຄື: ບາງໂຕສີດໍາ, ບາງໂຕສີແກ່ນຂາມ ແລະ ບາງໂຕສີທອງ ແຕ່ທຸກໆໂຕບ່ອນກົກປີກຈະມີຂີດເຫຼືອງຢູ່ 2 ຂີດ. ໂຕແມ່ປີກຈະກ້ຽງ ແລະ ສ່ວນໂຕຜູ້ກົກປີກຈະມີຄື້ນຍິກໆໄວ້ສຳພັດກັນເພື່ອຜະລິດເປັນສຽງໃນການກ້ຽວພາລາສີ. ໜວດຍາວ 1 ຄູ່ ເປັນແບບເສັ້ນດາຍ (Filiform) ມີປ້ອງຈຳນວນຫຼາຍ. ມີຂາ 3 ຄູ່. ຂາຄູ່ຫຼັງປ້ອງ tibia ຈະປະກອບດ້ວຍໜາມລຽນເປັນແຖວຈໍານວນຫຼາຍ, ສໍາລັບໂຕແມ່ມີອະໄວຍະວະສຳລັບໄວ້ວາງໄຂ່ເປັນທໍ່ຍາວໆຢູ່ບໍລີເວນກົ້ນ. ລາຄາຂາຍຈິງຫຼີດຕາມທ້ອງຕະຫຼາດ 45,000-60,000 ກີບ/ກິໂລກຼາມ. ລັກສະນະໜວດ: 1 ຄູ່ ສັ້ນ ເປັນແບບເສັ້ນດ້າຍ (Filiform), ລັກສະນະປາກ: ແບບກັດກິນ (Chewing type), ລັກສະນະປີກ: ເນື້ອປີກຂ້ອນຂ້າງໜາ 2 ຄູ່, ຄູ່ທໍາອິດຂ້ອນຂ້າງໜາ (Tegmina) ປົກຫຸມປີກຄູ່ຫຼັງ ແລະ ຄູ່ຫຼັງເປັນແຜ່ນບາງໃສ (Membrane), ລັກສະນະຂາ: ມີ 3 ຄູ່ ເປັນແບບໄຕຄານ (Walking legs) ແຕ່ມີຂາຄູ່ຫຼັງຈະມີຂະໜາດໃຫຍ່ ແລະ ຂາປ້ອງ Femur ມີຂະໜາດໃຫຍ່ແຂງແຮງ, ປ້ອງ Tibia ຍາວ ມີໜາມລຽນກັນເປັນແຖວຈໍານວນຫຼາຍ ໄວ້ສຳລັບກະໂດດ (Jumping leg), ລັກສະນະຕາ: ຕາລວມ (Compound eyes) ຂະໜາດໃຫຍ່ 1 ຄູ່ ແລະ ຕາດ່ຽວ (Ocelli), ແຫຼ່ງທີ່ພົບແມງຈິງຫຼີດທ້ອງດໍາ: ສາມາດພົບໄດ້ທົ່ວໄປຕາມກ້ອງກ້ອນຂີ້ໄຖ, ກ້ອງກ້ອນຫີນ, ກ້ອງຊາກເສດໃບໄມ້ ແລ ອື່ນໆ, ອາຫານຂອງຈິິງຫຼີດທ້ອງດຳ: ກິນໃບພືດ ແລະ ສັດເປັນອາຫານ (Omnivores).
ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ທົ່ງພຽງວຽງຈັນ

ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
N/A
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ບັນຍາຍການນຳໃຊ້:
ສາມາດພົບໄດ້ທົ່ວທຸກພາກຂອງ ສປປລາວ ທີ່ປະຊາຊົນບັນດາເຜົ່ານິຍົມນໍາມາປຸງແຕ່ງເປັນອາຫານ ທີ່ໃຫ້ສານອາຫານສູງຈຳພວກ ທາດໂປຼຕີນ (Protein), ນິຍົມນຳມາເປັນອາຫານຮັກສາພະຍາດຂາດສານອາຫານ, ນໍາມາລ້ຽງເປັນສິນຄ້າ, ນໍາມາເປັນອາຫານຂອງສັດ. ຈິ້ງຫຼີດເປັນແມງໄມ້ເສດຖະກິດຊະນິດໜຶ່ງທີ່ນິຍົມລ້ຽງ ແລະ ນຳມາບໍລິໂພກທົ່ວທຸກແຂວງຂອງປະເທດເນື່ຶອງຈາກມີລົດຊາດທີ່ແຊບ, ກອບ, ມັນ ແລະ ມີຄຸນຄ່າທາງອາຫານສູງ ເຊັ່ນ ວິຕາມີນ ແລະ ແຄລຊ້ຽມສູງ. ໃນເມື່ອກ່ອນມີການຈັບຈິ້ງຫຼີດທຳມະຊາດມາບໍລິໂພກພາຍໃນຄົວເຮືອນ ຫຼື ສົ່ງຈຳໜ່າຍຕາມຊຸມຊົນເທົ່ານັ້ນ, ແຕ່ເນື່ອງດ້ວຍເປັນແມງໄມ້ທີ່ມີຄວາມຕ້ອງການສູງເພາະເມື່ອນຳມາທອດແລ້ວກອບ, ມັນ, ເຮັດໃຫ້ມີຄວາມນິຍົມສູງ ຈົນເຮັດໃຫ້ໃນປະຈຸບັນມີການລ້ຽງຈິ້ງຫຼີດຈຳໜ່າຍເພື່ອໃຫ້ພຽງພໍກັບຄວາມຕ້ອງການ ແລະ ຄວາມນິຍົມທີ່ເພີ່ມຂຶ້ນໃນແຕ່ລະວັນ. ຕາມຕະຫຼາດທ້ອງຖີ່ນ ຈິ້ງຫຼີດມີຂາຍໃນລາຄາ 40,000-50,000 ກິບຕໍ່ກິໂລ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
Anutrakinchai, S., Gawborisut, S. & Hanboonsong, Y. 2014. Cost reduction and value adding for farmed house crickets. Khon kaen Agriculture Jounal 42(3): 329-336.
Bateman, Philip W. 1998. Mate preference for novel partners in the cricket Gryllus bimaculatus. Ecological Entomology. 23 (4): 473–475.
Jamjanya, T. & Thavorn-anukulkit, C. 2548. Mass rearing of edible cricket (Modicogryllus confirmata Walker). Department of Entomology, Faculty of Agriculture, Khon Kaen University.
Kayikananta, L. & Sakwattanakamchron, C. 2002. Biological study on crickets for developing rearing management. Proceedings of the Forestry Conference 2002.
Pongiriyakit, P. 2004. Biodiversity and Ecology of Crickets in Western Region of Thailand. Master of Science (Agriculture), Major Field: Entomology, Department of Entomology.
Bateman, Philip W. 1998. Mate preference for novel partners in the cricket Gryllus bimaculatus. Ecological Entomology. 23 (4): 473–475.
Jamjanya, T. & Thavorn-anukulkit, C. 2548. Mass rearing of edible cricket (Modicogryllus confirmata Walker). Department of Entomology, Faculty of Agriculture, Khon Kaen University.
Kayikananta, L. & Sakwattanakamchron, C. 2002. Biological study on crickets for developing rearing management. Proceedings of the Forestry Conference 2002.
Pongiriyakit, P. 2004. Biodiversity and Ecology of Crickets in Western Region of Thailand. Master of Science (Agriculture), Major Field: Entomology, Department of Entomology.
ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: