- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Lamiales
- ຊື່ສະກຸນ
- Acanthaceae
- ສະກຸນ
- Thunbergia
- ຊະນິດ
- Thunbergia grandiflora
Pleuremidis grandiflora (Roxb. ex Rottl.) Raf.
Thunbergia adenophora W.W. Sm.
Thunbergia chinensis Merr.
Thunbergia cordifolia Nees
Thunbergia lacei Gamble
ເປັນພືດເຄືອ ເລືອຕາມໜ້າດິນ ຫຼື ຕົ້ນໄມ້ອື່ນ, ລຳຕົ້ນເປັນຂໍ້. ໃບດ່ຽວ, ຈັບກົງກັນຂ້າມ, ແຜ່ນໃບຮູບຫົວໃຈ, ຂະໜາດ 12-20 x 6-9 ຊມ, ປາຍຮຽວແຫຼມ, ໂຄນວ້ຳເລິກເປັນຮູບຫົວໃຈ, ຂອບໃບຫຍັກວ້ຳໃກ້ໂຄນ, ເສັ້ນໃບອອກຈາກໂຄນໃບ 3-5 ເສັ້ນ. ດອກສີຟ້າອ່ອນ ເຖິງສີຟ້າເຂັ້ມ, ເກິດຈາກຊອກໃບ, ຫ້ອຍລົງ. ໃບປະດັບຂະໜາດໃຫຍ່ 2 ອັນ, ຮູບຂອບຂະໜານ, ປາຍແຫຼມ, ຍາວ 3 ຊມ. ກີບດອກ 5 ກີບ, ຂະໜາດບໍ່ເທົ່າກັນ, ສ່ວນໂຄນເຊື່ອມກັນເປັນຫຼອດ, ສ່ວນປາຍບານອອກ, ຂະໜາດເສັ້ນຜ່າສູນກາງ 5-9 ຊມ. ເກສອນຜູ້ 4 ອັນ, ສັ້ນ 2, ຍາວ 2, ຢູ່ໃນຫຼອດດອກ. ໝາກເປັນຮູບກົມ, ເສັ້ນຜ່າສູນກາງ 1 ຊມ. ປາຍຮຽວແຫຼມເປັນຈະງອຍ, ເມື່ອແກ່ຈະແຕກເປັນສອງປ່ຽງ.
ເຄືອນ້ຳແນ້ໃຊ້ແກ້ພິດ, ຖອນພິດຈາກແມງໄມ້ກັດຕອດ, ໃຊ້ປິ່ນປົວມະເຮັງຜິວໜັງ ຫຼື ຜິວໜັງອັບເສບ. ໂດຍນຳເອົາໃບດິບ ຫຼື ໃບແຫ້ງມາທັບໂພະໃສ່ບໍລິເວນທີ່ເປັນບາດແຜ, ສຳຫຼັບໃບແຫ້ງແລ້ວປະສົມກັບນ້ຳ. ດອກສາມາດນຳມາປຸງແຕ່ງເປັນອາຫານ ຄ້າຍຄືກັບພວກດອກແຄ, ເຮັດອົ້ວ ຫຼື ລວກກັບແຈ່ວ. ທັ້ງຕົ້ນໃຊ້ເປັນຢາບຳລຸງຮ່າງກາຍ, ໃບໃຊ້ຊົງກັບນ້ຳຮ້ອນດື່ມເປັນຢາແກ້ເຈັບທ້ອງ, ໃບສົດຍັງໃຊ້ເພື່ອຫ້າມເລືອດ, ຮັກສາກະດູກຫຼັກ ແລະ ເຈັບກະດູກ.
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
Nguyen Van Dan & Doan Thi Nhu. 1989. Medicinal Plants in Vietnam. World Health Organisation
Whistler. W. Arthur. 2000. Tropical Ornamentals; A Guide. Timber Press Inc. Oregon.