ເລກລຳດັບທີ: 896
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-03-09
ເຜິ້ງຫຼວງ
Giant Honey Bee
Apis dorsata Fabricius, 1793
ສັດ
ສັດທີ່ມີຂໍ້ຕໍ່
ແມງໄມ້
×
ຊື່ທ້ອງຖີ່ນ:
Eng: Himalayan giant honey bee
ຊື່ພ້ອງ
:
ຊື່ສະກຸນ:
Apidae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ເປັນເຜິ້ງທີ່ມີຂະໜາດໃຫຍ່ທີ່ສຸດຂອງເຜິ້ງທັງໝົດ, ລຳຕົວເປັນຮູບກົມຮີ, ຍາວປະມານ 17-19 ມມ, ລຳຕົວປະກອບມີ 3 ສ່ວນຄື: ສ່ວນຫົວ ເຊິ່ງເປັນສ່ວນທີ່ມີອາໄວຍະວະຮັບຄວາມຮູ້ສຶກ, ມີຕາລວມຢູ່ 2 ຕາ, ເຊິ່ງປະກອບດ້ວຍຕາຂະໜາດນ້ອຍທີ່ມີລັກສະນະເປັນຮູບ 6 ຫຼ່ຽມຈຳນວນຫຼາຍພັນຕາຮວມກັນ, ເຊື່ອມຕິດຕໍ່ກັນເປັນແຜງເຮັດໃຫ້ເຜິ້ງສາມາດເບິ່ງເຫັນໄດ້ທຸກທິດ, ມີຕາດ່ຽວທີ່ມີລັກສະນະເປັນຈຸດນ້ອຍໆ 3 ຈຸດຢູ່ຫ່າງກັນເປັນຮູບສາມຫຼ່ຽມ ເປັນສ່ວນທີ່ຮັບຮູ້ຄວາມເຂັ້ມຂຸ້ນຂອງແສງ. ສ່ວນເອິກກ້ວາງປະມານ 5 ມມ, ປະກອບມີຂາຄູ່ທີ່ 1 ແລະ 2 ເຮັດໜ້າທີ່ໃນການຈັບ ແລະ ໄຕ່, ສ່ວນຂາຄູ່ທີ່3 ເຮັດໜ້າທີ່ໃນການເກັບເກສອນ ແລະ ພາກສ່ວນກົ້ນຍາວ 6-7 ມມ.
ເຜີ້ງຮັງໜຶ່ງຈະປະກອບດ້ວຍ: ເຜິ້ງນາງພະຍາ, ເຜິ້ງຕົວຜູ້ ແລະ ເຜິ້ງງານ
ເຜິ້ງນາງພະຍາ: ມີຂະໜາດໃຫຍ່ ແລະ ລຳຕົວຍາວກ່ວາເຜິ້ງຕົວຜູ້ ແລະ ເຜິ້ງງານປີກຂອງເຜິ້ງນາງພະຍາຈະມີຂະໜາດສັ້ນ, ການເຄື່ອນໄຫວຂອງເຜີ້ງນາງພະຍາຂ້ອນຂ້າຊ້າ ແຕ່ສຸຂຸມຮອບຄອບ ເຊິ່ງເຜິ້ງນາງພະຍາຈະມີໜ້າທີ່ສຳຄັນຄື: ປະສົມພັນ, ວ່າງໄຂ່ ແລະ ຄວບຄຸມສັງຄົມຂອງເຜິ້ງ. ໃນກໍລະນີເຜິ້ງແຍກຮັງເຜິ້ງງານຈະເຮັດໜ້າທີ່ປ້ອງັນເຜິ້ງພະຍາໃໝ່ບໍ່ໃຫ້ເຜິ້ງນາງພະຍາຕົວເກົ່າມາທຳລາຍ, ເມື່ອນາງພະຍາຕົວໃໝ່ມີອາຍຸຮອດ 3-5 ວັນຈະເລີ່ມບິນອອກໄປປະສົມພັນ ເຊິ່ງຈະເກີດຂື້ນຢູ່ທີ່ລະດັບຄວາມສູງ 50-100 ຟຸດ ແລະ ສາມາດປະສົມພັນກັບຕົວຜູ້ຄັ້ງໜຶ່ງ 7-10 ຕົວ ຫຼື ອາດຈະເຖິ່ງ 20 ຕົວ. ເມື່ອປະສົມພັນແລ້ວທ້ອງຂອງເຜິ້ງນາງພະຍາຈະຂະຫຍາຍໃຫຍ່ຂື້ນພາຍໃນ 2-4 ວັນກໍ່ຈະເລີ່ມວ່າງໄຂ່.
ເຜິ້ງຕົວຜູ້: ໂຕຜູ້ຈະມີຂະໜາດໃຫຍ່ ແລະ ຕົວຕຸ້ຍ, ມີລີ້ນທີ່ສັ້ນຫຼາຍ, ຄ່ອຍໆຮັບອາຫານຈາກເຜິ້ງງານ ຫຼື ດູດນ້ຳຫວານທີ່ເກັບມາໄດ້, ເຜິ້ງຕົວຜູ້ຈະຂະຫຍາຍມາຈາກໄຂ່ທີ່ບໍ່ໄດ້ຮັບການປະສົມພັນ ແລະ ເມື່ອອາຍຸໄດ້ 16 ວັນກໍພ້ອມທີ່ຈະປະສົມພັນໄດ້. ການປະສົມພັນ: ເຜິ້ງຕົວຜູ້ຈະບິນອອກໄປຮວມຕົວກັນເຊິ່ງເອີ້ນວ່າສະຖານທີ່ລວມກຸ່ມຂອງຕົວຜູ້ (Drone Congregation Area) ເຊິ່ງການປະສົມພັນຈະເກີດຂື້ນວັນທີ່ອາກາດດີ, ທ້ອງຟ້າສົດໄສ, ເມື່ອເຜິ້ງຕົວຜູ້ເຂົ້າໄປປະສົມພັນກັບເຜິ້ງພະຍາແລ້ວກໍຈະຕົກລົງມາຕາຍ ແລະ ເມື່ອໝົດລະດູປະສົມພັນຖ້າໂຕໃດບໍ່ໄດ້ປະສົມພັນກໍຈະຖືກໄລ່ອອກຈາກຮັງ
ເຜິ້ງງານ: ເປັນເຜິ້ງທີ່ມີຂະໜາດນ້ອຍທີ່ສຸດໃນຮັ່ງ, ກຳເນີດມາຈາກໄຂ່ທີ່ໄດ້ຮັບການປະສົມພັນກັບເຊື້ອຕົວຜູ້, ເຜິ້ງງານເປັນເຜິ້ງເພດແມ່ຄືກັບເຜິ້ງນາງພະຍາ ແຕ່ເປັນເພດແມ່ທີ່ບໍ່ສົມບູນ, ສ່ວນຂອງຮັ່ງໄຂ່ຈະມີຂະໜາດນ້ອຍບໍ່ສາມາດສ້າງໄຂ່ໄດ້ຍົກເວັ້ນໃນກໍລະນີຮັງເຜິ້ງຮັງນີ້ຂາດນາງພະຍາ
ປະຊາກອນສ່ວນໃຫຍ່ຈະຢູ່ປົກຄຸມຮັງເພື່ອເຮັດໜ້າທີ່ປ້ອງກັນບໍ່ໃຫ້ຮັ່ງຫຼົ່ນ, ມີປະຊາກອນປະມານ 10.000-80.000 ຕົວ/ຮັງ ເປັນຮັ່ງຊັ້ນດຽວ ຫຼື ເປັນຮັງດ່ຽວ, ອາດກ້ວາງຮອດ 2 ແມັດ, ລັກສະນະຈະເປັນຮູບເຄິ່ງວົງມົນ, ມັກຈັບຢູ່ໃຕ້ກິ່ງໄມ້, ໜ້າຜາ ແລະ ໂງນຫີນ ເປັນພື້ນທີ່ໂລ່ງແຈ້ງ. ເປັນເຜິ້ງທີ່ຮ້າຍກາດເມື່ອຖືກລົບກວນ ຫຼື ທຳລາຍ. ເນື່ອງຈາກເຜິ້ງຫຼວງເປັນເຜິ້ງຂະໜາດໃຫຍ່ຈຶ່ງສາມາດບິນໄປຫາອາຫານໄດ້ໄກ, ບາງຄັ້ງຮັງໜຶ່ງອາດມີນ້ຳເຜິ້ງຮອດ 15 ກິໂລກຼາມ

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດພູສູງພາກເໜືອຂອງລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ພູພຽງບໍລິເວນ
ທົ່ງພຽງວຽງຈັນ
ເຂດສາຍພູຫຼວງຕອນລຸ່ມ
ເຂດສາຍພູຫຼວງພາກກາງ
ລຽບແມ່ນ້ຳຂອງພາກເໜືອ

ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
ມີຄວາມສ່ຽງໜ້ອຍສຸດ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ບັນຍາຍການນຳໃຊ້:
ອາຫານ:
- ດັກແດ້: ສາມາດໃຊ້ເປັນອາຫານໄດ້ ແລະ ເປັນອາຫານທີ່ຫາກິນໄດ້ຍາກ.
- ນ້ຳເຜີ້ງ: ໃຊ້ກິນສົດ ຫຼື ໃຊເຮັດເຂົ້າໜົມ ລື ປະສົມນ້ຳອຸ່ນໄດ້.
ສິນຄ້າ:
- ນ້ຳເຜິ້ງ: ເປັນສິນຄ້າທີ່ມີຄວາມຕ້ອງການສູງທາງການຕະຫຼາດ ຫຼື ໂຮງຈັກໂຮງງານ ແລະ ເປັນສິນຄ້າທີ່ຫາຍາກພໍສົມຄວນ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
Cao LF, Zheng HQ, Hu CY, He SY, Kuang HO, Hu FL. 2012. Phylogeography of Apis dorsata (Hymenoptera: Apidea) from China and neighboring Asian areas. Annals of the Entomological Society of America 105: 298-304.
Oldroyd, B.P. 1998. Colony relatedness in aggregations of Apis dorsata Fabricius (Hymenoptera, Apidae). Insectes Sociaux. 47: 94–95.
Oldroyd, Benjamin 2003. A scientific note on the mating frequency of Apis dorsata. Apidologie. 34: 85–86.
Phung Huu Chinh, Nguyen Hung Minh, Pham Hong Thai and Nguyen Quang Tan 1995. Rafter Beekeeping in Melaleuca Forests in Vietnam. Bees for Development Journal 36 pp. 8–9.
Paar J, Oldroyd BP, Huettinger E, Kastberger G. 2004. Genetic structure of an Apis dorsata population: the significance of migration and colony aggregation. Journal of Heredity 95: 119-126.
Robinson WS. 2012. Migrating giant honey bees (Apis dorsata) congregate annually at stopover site in Thailand. PLoS ONE 7: e44976. doi:10.1371/journal.pone.0044976.

ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: