ເລກລຳດັບທີ: 889
ລະດັບການຮວບຮວມຂໍ້ມູນ: ບາງສ່ວນ
ປັບປູງຄັ້ງລ່າສຸດ: 2026-05-11
ແມງແຄງລີ້ນຈີ່
Litchi Stink Bug
Tessaratoma papillosa (Drury, 1770)
ສັດ
ສັດທີ່ມີຂໍ້ຕໍ່
ແມງໄມ້
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ອະນຸກົມວິຖານ
ຊື່ສະກຸນ
Tessaratomidae
ບັນຍາຍລັກສະນະທາງພືດສາດ
ລັກສະນະເດັ່ນທີ່ສຳຄັນຂອງແມງໄມ້ຊະນິດນີ້ຄື ຂອບດ້ານຫຼັງຂອງປ້ອງເອິກຢືນໄປດ້ານຫຼັງຢ່າງເຫັນໄດ້ຊັດຈນ ຄຸມໂຄນຂອງແຜ່ນຫຼັງສ່ວນກາງ. ສ່ວນຫົວ ແລະ ຖານຂອງເອິກສ່ວນໜັາຢືນໄປດ້ານລຸ່ມ, ດ້ານຂ້າງຂອງປ້ອງເອິກນູນແຕ່ລຽບ ລຳຕົວໂດຍທົ່ວໄປຍາວກ່ວາຄວາມກວ້າງຫຼາຍ. ຕົວເຕັມໄວມີສີເຫຼືອງສີນ້ຳຕານ ແລະ ມີຮູບຮ່າງຄ້າຍໂລ, ຕົວແມ່ມີຂະໜາດໃຫຍ່ກວ່າຕົວຜູ້ ໂດຍມີຄວາມຍາວ 24 ຫາ 28 ມມ ແລະ ຄວາມກວ້າງ 15 ຫາ 17 ມມ.
ວົງຈອນຊີວິດ:
ແມງແຄງລິນຈີ່ຈະເກີດໜຶ່ງລຸ່ນຕໍ່ປີ ແລະ ຈຳສິນໃນລະດູໜາວໃນຮູບຂອງຕົວເຕັມໄວ, ຕົວເຕັມໄວທີ່ຈຳສີນໃນລະດູໃບໄມ້ປົ່ງ ໂດຍບໍ່ປະສົມພັນທັນທີເພາະອາໄວຍະວະສືບພັນບໍ່ພັດທະນາເຕັມທີ່, ຕົວແມ່ປະສົມພັນໄດ້ຫຼາຍຄັ້ງ ແລະ ວາງໄຂ່ໄດ້ຫຼາຍຮອດ 14 ກຸ່ມ, ແຕ່ລະກຸ່ມມີໄຂ່ປະມານ 14 ຟອງ, ໂດຍປົກກະຕິຈວາງໄຂ່ເທິງພື້ນຜິວດ້ານລຸ່ມຂອງໃບ ວົງຈອນຊີວິດປະກອບດ້ວຍ 3 ໄລ່ຍະ ໄດ້ແກ່ ໄຂ່, ຕົວອອ່ນ ແລະ ຕົວເຕັມໄວ:
• ຫຼັງຈາກການວາງໄຂ່ແລ້ວ ຕົວແມ່ຢູ່ຊື່ໆເປັນເວລາຫຼາຍອາທິດ ໄຂ່ຈະຟັກໃນເວລາປະມານ 10 ວັນ, ກ່ອນຟັກໄຂ່ຈະປ່ຽນເປັນສີບົວ ຫຼື ສີມ່ວງ.
• ເມື່ອຟັກຕົວອອກມາ ຕົວອອ່ນຈະມີສີຂຽວອອ່ນບໍລິເວນກາງຫຼັງ ໃນຂະນະທີ່ສ່ວນອື່ນໆຂອງຮ່າງກາຍ ລວມທັງຂາ ແລະ ໜວດ, ຈະມີສີບົວອ່ອນ, ຕົວອ່ອນມີຂະໜາດນ້ອຍກວ່າຕົວເຕັມໄວ ແຕ່ມີຮູບຮ່າງ ແລະ ສີສັນສີຄ້າຍຄືກັນ ພວກມັນຈະລອກຄາບ 5 ຄັ້ງເພື່ອຈະເລີນເຕີບໂຕເປັນຕົວເຕັມໄວ ໂດຍແຕ່ລະຊ່ວງການຫຼອກຄາບເອີ້ນວ່າໄລຍະຕົວອ່ອນ (instar).
• ຕົວເຕັມໄວພັດທະນາມາຈາກຕົວອ່ອນໄລຍະສຸດທ້າຍ ເຊິ່ງໃນໄລຍະນີ້ປີກຈະເລີ່ມກໍ່ຕົວ, ຕົວອ່ອນບໍ່ມີປີກ ເຖິ່ງວ່າຂະໜາດຈະເພີ່ມຂື້ນຫຼາຍຕັ້ງແຕ່ການລອກຄາບຄັ້ງທຳອິດ ຈົນຮອດຄັ້ງສຸດທ້າຍ ແຕ່ຮູບຮ່າງ ແລະ ສີໂດຍລວມຍັງຄົງສະໝໍ່າສະເໝີ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Tessaratoma papillosa (the lychee giant stink bug or litchi stink bug) is native to the Indomalaya, Australasia, and Eastern Asia regions. More specifically China, India, Vietnam, Thailand, Myanmar, Laos, Cambodia, Malaysia, Indonesia, the Philippines, Sri Lanka, Nepal, and northern Australia. [2]

Global distribution of Tessaratoma papillosa between 2005 to 2026. Source: [3]
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ
ຕາມຂໍ້ມູນຈາກ GBIF, ພົບວ່າແມງແຄງລິນຈີ່ໄດ້ຮັບການບັນທຶກໄວ້ໃນນະຄອນຫຼວງວຽງຈັນ, ອຸດົມໄຊ, ຜົງສາລີ ແລະ ຫຼວງນ້ຳທາຂອງລາວ. [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າປູກ
ແມງໄມ້ຊະນິດນີ້ຈະຈຳສິນໃນລະດູໜາວໃນສະພາບໂຕເຕັມໄວ ໂດຍພົບຕົວທີ່ຈຳສິນຢູ່ບໍ່ພຽງແຕ່ຕາມຕົ້ນໝາກລິນຈີ່ເທົ່ານັ້ນ ແຕ່ຍັງພົບໃນໃບລຳໄຍ, ຕົ້ນແຄຫອມ ແລະ ພືດອາໄສອື່ນໆ ອີກດ້ວຍ. [1]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ຮຸກຮານ
ທັງຕົວອ່ອນ ແລະ ຕົວເຕັມໄວຈະດູດນ້ຳລ້ຽງຈາກໃບອ່ອນ ແລະ ກິ່ງອອ່ນຈະຫຽວ ແລະ ຕາຍໄດ້, ກິ່ງທີ່ຖືກໂຈມຕີມັກຫຽວ ແລະ ໃນກໍລະນີຮຸນແຮງອາດຕາຍໄດ້. ຮອຍກັດກິນຕາມໝາກໄມ້ເຮັດໃຫ້ເກີດຈຸດແຂງສີນ້ຳຕານຫາສີດຳ ຊເຊິ່ງເຮັດໃຫ້ຄຸນນະພາບຂອງໝາກໄມ້ຫຼຸດລົງ ແລະ ຫຼຸດມູນຄ່າທາງການຕະຫຼາດ, ໝາກອອ່ນຈະເລີນເຕີບໂຕຊ້າ, ມັກຈະຫຽວ ແລະ ຫຼົ່ນກ່ອນກຳນົດ ຊໍ່ດອກອາດຈະຫຼົ່ນເນື່ອງຈາກຄວາມເສຍຫາຍຈາກການກົດກິນເນື້ອຕາຍໄດ້ໂດຍຕົງຈາກການລະບາດຂອງແມງແຄລິນຈີ່. [1]
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ບໍ່ແນະນຳໃຫ້ໃຊ້, ອາຫານ
ອາຫານ: ພວກມັນມັກຖືກນຳມາແປຮູບໂດຍການຕາກແຫ້ງ, ຈີ່, ທອດ ຫຼື ຂົ້ວ ແລະ ມັກຖືກນຳໄປປະສົມໃນແກງ, ແກງ ແລະ ແຈ່ວ ເພື່ອເພີ່ມລົດຊາດເຜັດຮ້ອນທີ່ເປັນເອກະລັກ. [4]
ຂໍ້ຄວນລະວັງ: ຂອງແຫຼວປ້ອງກັນຕົວທີ່ມີກິ່ນສຸນ ແລະ ເໝັນທີ່ພວກມັນປ່ອຍອອກມາຈະຕ້ອງເອົາອອກ ຫຼື ເຮັດໃຫ້ເປັນກາງກ່ອນປຸ່ງອາຫານ ເນື່ອງຈາກສານປະກອບທີ່ຕົກຄ້າງອາດເຮັດໃຫ້ເຈັບທ້ອງ ຫຼື ລະຄາຍເຄືອງໃນຊ່ອງປາກໄດ້. [5]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ມັງກອນ, ກຸມພາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ອາຫານ: ທັງຕົວວອ່ອນ ແລະ ຕົວເຕັມໄວກິນອາຫານໂດຍການດູດນ້ຳລ້ຽງຈາກໃບອອ່ນ, ພວກມັນຍັງໂຈມຕີຕາອອ່ນ, ດອກ ແລະ ໝາກທີ່ກຳລັງຈະເລີນເຕີບໂຕ, ແມງແຄງເຫຼົ່ານີ້ມັກເນື້ອເຫຍື້ອທີ່ອອ່ນນຸ້ມກ່ວາ ເຊິ່ງມີດອກຫຼາຍກ່ວາກິ່ງແກ່ ເນື່ອງຈາກມີປະລິມານນ້ຳ, ໄນໂຕເຈັນ ແລະ ນຳຕານທີ່ລະລາຍໄດ້ສູງກ່ວາໃນກິ່ງທີ່ມີດອກ, ຢ່າງໃດກໍ່ຕາມ ພວກມັນສາມາດກິນກິ່ງທຸກປະເພດຂອງພື້ນທີ່ອາໄສຢູ່ (ລິນຈີ່) ໄດ້ລວມທັງກິ່ງທີ່ມີດອກ, ກິ່ງອອ່ນ ແລະ ກິ່ງແຂງ.
ພຶດຕີກຳການກິນອາຫານ: ພືດຕິກຳການກິນອາຫານແຕກຕ່າງກັນຢ່າງເຫັດໄດ້ຊັດລະຫວ່າງໄລຍະກ່ອນຈຳສິນ ແລະ ໄລ່ຍະສືບພັນໃນໄລ່ຍະກ່ອນຈຳສິນ 50 ຫາ 70% ຂອງຕົວເຕັມໄວຈະກິນອາຫານຈາກກິ່ງທຸກປະເພດ ໃນຂະນະທີ່ໃນໄລ່ຍະສືບພັນເກືອບ 100% ຂອງຕົວເຕັມໄວຈະກິນອາຫານຈາກກິ່ງທີ່ກຳລັງອອກດອກ, ກິ່ງອອ່ນ ແລະ ກິ່ງແຂງ.
ແຫຼ່ງຂໍ້ມູນ: [1]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Duangkhae Keonoy
ຜູ້ກວດສອບ Factsheet
,