ເລກລຳດັບທີ: 840
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19

ໝາກທຸລຽນ
Durian

Durio zibethinus L.


ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ

1 / 1
Image 1


ຊື່ທ້ອງຖີ່ນ:
ລາວ: ໝາກທຸລຽນ ໄທ: ຄືແຍ, ຄຸລຽນ, ທຸລຽນ ຈີນ: 猫山王 ພາສາອັງກິດ: Durian

ຊື່ພ້ອງ :
Durio acuminatissimus Merr.
Durio stercoraceus Noronha

ຊື່ສະກຸນ:
Bombacaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ເປັນໄມ້ຢືນຕົ້ນຂະໜາດໃຫ່ຍ, ມີເສັ້ນຜ່ານສູນກາງ 6-24 ຊມ, ຄວາມສູງຕັ້ງແຕ່ 5-20 ມ, ມີອາຍຸຍືນ 80-150 ປີ, ເປືອກແຂງສີເທົາແກ່, ກະຕູດກະຕິດ, ມີຮອຍແຕກເປັນທາງຍາວ, ເປັນປະເພດໄມ້ເນື້ອອ່ອນ, ມີກິ້ງອອກຈາກລຳຕົ້ນໂດຍຮອບສະລັບທິດທາງກັນ, ລັກສະນະຂອງກິ້ງງ່າຂ່ອນຂ້າງຊື່. ຊົງພຸ່ມແບບສີຫລ່ຽມ, ຊົງພຸ່ມຮູບກວຍຄວໍ່າຖານກວ້າງ ແລະ ຊົງພຸ່ມຮູບກວ້າງຄວໍ່າແຄບ. ໃບດ່ຽວ, ກວ້າງ 2-3 ຊມ ຍາວ 6-8 ຊມ, ປາຍໃບແຫຼມ, ແຜ່ນໃບດ້າເທິງສີຂຽວແກ່ເຖິງເຂັ້ມ, ກ້ອງໃບສີນໍ້າຕານ, ມີກ້ານໃບສີນໍ້າຕານ, ຍາວ 2 ຊມ. ດອກອອກເປັນຊໍ່, ໃນຊໍ່ໜຶ່ງມີຕັ້ງແຕ່ 1-30 ດອກ, ດອກທຸລຽນຈະຫ້ອຍລົງ ແລະ ເປັນດອກສົມບູນເພດ, ມີເຕົ່າໄຂ່ຢູ່ເທີງສ່ວນອື່ນຂອງດອກໃນແຕ່ລະດອກປະກອບດ້ວຍ ກາບດອກ, ກີບດອກ, ເກສອນຜູ້ ມີ 5 ແຖວ ແຕ່ລະແຖວປະກອບດ້ວຍເກສອນ 5-8 ອັນ, ມີກ້ານຍາວສີຂາວ. ໝາກທຸລຽນເປັນແບບແຄບຊູນ, ເປືອກໜາ, ມີໜາມແຫຼມແຂງ, ໝາກມີຫຼາຍແບບ ໝາກທຸລຽນມີເສັ້ນຜ່ານສູນກາງປະມານ 15-20 ຊມ, ຍາວ 25-35 ຊມ, ແກ່ນມີ 2-4 ແກ່ນຕໍ່ໝາກ, ຮູບຮີ, ມີເນື້ອໄວ້.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:

ໝາກທຸລຽນມີກິ້ນສະເພາະ, ເນື້ອທຸລຽນຊ່ວຍເຮັດໃຫ້ຝີແຫ້ງ, ຊ່ວຍແກ້ພະຍາດຜິວໜັງ, ຊ່ວຍຂັບພະຍາດ. ສານສະກັດຈາກໃບ ແລະ ຮາກທຸລຽນໃຊ້ເປັນຢາແກ້ໄຂ້ໄດ້, ດ້ວຍການໃຊ້ນໍ້າຈາກໃບວາງເທິງຫົວຂອງຜູ້ປ່ວຍຈະຊ່ວຍຫຼຸດໄຂ່ໄດ້, ທຸລຽນມິສັບພະຄຸນຊ່ວຍແກ້ອາການທ້ອງຮ່ວງ, ຊ່ວຍຂັບພະຍາດ, ຊ່ວຍແກ້ດີຊ່ານ, ຊ່ວຍເຮັດໜອງແຫ້ງ. ເປືອກໝາກທຸລຽນຊ່ວຍແກ້ຕານເຕັ້ນ, ຊ່ວຍຮັກສາພະຍາດຄາງທູມ, ຊ່ວຍແກ້ນໍ້າເຫຼືອງເສຍ, ຊ່ວຍແກ້ຝີ, ຊ່ວຍຮັກສາແຜພຸພອງ, ໃຊ້ສະມານແຜ, ໃຊ້ໄລ່ຍຸງ ແລະ ແມງໄມ້. ຊ່ວຍລົດລະດັບໄຂມັນ ເນື່ອງຈາກທຸລຽນມີສານຕໍ່ຕ້ານອະນຸມູນອິດສະລະຈະຊ່ວຍປ້ອງກັນການເກີດພະຍາດຫົວໃຈ ແລະ ພະຍາດມະເຮັງ. ທຸລຽນມີສ່ວນຊ່ວຍໃນການຂັບຖ່າຍໃຫ້ສະດວກຍິ່ງຂື້ນ  ແລະ ສາມາດນຳມາແປຮູບເປັນອາຫານ. ແກ່ນທຸລຽນສາມາດຮັບປະທານໄດ້ໂດຍນຳມາເຮັດສຸກກ່ອນ. ໃບອ່ອນ ຫຼື ໜໍ່ຂອງທຸລຽນສາມາດນຳມາໃຊ້ເປັນອາຫານບາງຢ່າງຄ້າຍກັບຜັກ. ເປືອກສາມາດນຳມາຜະລິດເປັນເຈ້ຍໄດ້ຊຶ່ງຈະມີເສັ້ນໄຍໜຽວນຸ່ມກວ່າເຈ້ຍປໍສາ.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
ຮຸ່ງຣັດ ເຫຼືອງທີເທບ. 2540. ພືດເຄື່ອງເທດ ແລະ ສະໜຸນໄພ. ສຳນັກພິມໂອເອັດພຣິ້ນຕິ້ງເຮົ້າສ໌. (177-182). ປະເທດໄທ
ຫິຣັດ ຫິຣັດຍາປະດິດ. 2546. ເທັກໂນໂລຍີ່ການຜະລິດທຸລຽນ. ມະຫາວິທະຍາໄລກະເສດສາດ. ປະເທດໄທ
ມານິດ ທອງຫອມ. 2546. ການປູກທຸລຽນ. ອັກສອນສະຍາມການພິມ. ປະເທດໄທ
ວີຊຽນ ທອງພັນຊັ່ງ. 2546. ຄູ່ມືການປູກທຸລຽນ. ສຳນັກພິມກະເສດສານສົນ. ປະເທດໄທ
Mars, Brigitte. 2004. Rawsome!: Maximizing Health, Energy, and Culinary Delight With the Raw Foods Diet. Basic Health Publications. pp. 103.
Heaton, Donald D. (2006). A Consumers Guide on World Fruit. BookSurge Publishing. pp. 54–6.
Teh, Bin Tean; Lim, Kevin; Yong, Chern Han; Young, Cedric Chuan; Rao, Sushma Ramesh; Rajasegaran, Vikneswari; Lim, Weng Khong; Ong, Choon Kiat; Chan, Ki; Cheng, Vincent Kin Yuen; Soh, Poh Sheng; Swarup, Sanjay; Rozen, Steven G.; Nagarajan, Niranjan; Tan, Patrick. 2017. The draft genome of tropical fruit durian (Durio zibethinus). Nature Genetics. 49 (11): 1633–1641.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: