ຕົ້ນໝາກກະທັນ
Jujube
Ziziphus jujuba Mill.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນໝາກກະທັນ
ໄທ: ມະຕັນ, ມະຕັນຫລວງ, ນາງຕົ້ມຕັນ, ບັກທັນ, ໝາກກະທັນ
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Rosales
- ຊື່ສະກຸນ
- Rhamnaceae
- ສະກຸນ
- Ziziphus
- ຊະນິດ
- Ziziphus jujuba
ຊະນິດຍ່ອຍ
Ziziphus jujuba inermis
Ziziphus jujuba jujuba
Ziziphus jujuba jujuba
ຊື່ພ້ອງ
Ziziphus mauritiana Lam.
Ziziphus jujuba Mill.
Ziziphus jujuba var. inermis (Bunge) Rehder
Ziziphus jujuba var. jujuba
Ziziphus jujuba f. lageniformis (Nakai) Kitag.
Ziziphus jujuba var. spinosa (Bunge) Hu ex H.F.Chow
Ziziphus jujuba var. spontanea Edgew.

ບັນຍາຍລັກສະນະທາງພືດສາດ
ຕົ້ນໝາກກະທັນເປັນໄມ້ຢືນຕົ້ນຂະໝາດກາງ, ມີຄວາມສູງປະມານ 5-10 ມ. ເປືອກລໍາຕົ້ນມີຮ່ອງນ້ອຍໆ, ຕາມຄວາມຍາວຂອງລໍາຕົ້ນ, ຍອດອ່ອນມີຂົນປົກຄຸມກະຈາຍ, ບໍລິເວນຂໍ້ກິ່ງມີໝາມ 2 ອັນ, ຈະເປັນຫູໃບ, ຕົ້ນແກ່ສີເທົາ-ນໍ້າຕານ. ໃບເປັນໃບດ່ຽວຈັບແບບສະຫຼັບ, ກ້ານໃບຍາວ 5-10 ມມ, ໂຄນກ້ານໃບມີຫູໃບ 2 ອັນ, ຮູບສາມຫຼ່ຽມ, ເມື່ອໃບໃຫຍ່ເຕັມທີ່ຫູໃບປ່ຽນເປັນໝາມ, ໝາມກົງໂຄ້ງ, ໝາມຍາວປະມານ 3-8 ມມ. ໃບຮູບໄຂ່ ຫຼື ຮູບຮີ, ໂຄນໃບມົນ, ປາຍໃບມົນ, ຫຼື ມີຕິ່ງແຫຼມເລັກ, ຂອບໃບລຽບ, ຜິວໃບມີຂົນ. ດອກເປັນຊໍ່ກະຈະ, ເກີດທີ່ຊອກໃບ, ຊໍ່ລະ 3-21 ດອກ, ກ້ານຊໍ່ດອກຍາວ 2-10 ມມ, ກ້ານດອກຍ່ອຍຍາວ 3-8 ມມ, ເສັ້ນຜ່ານສູນກາງດອກບານ 5-6 ມມ. ກາບດອກ 5 ກີບ, ສີຂຽວ, ກີບຕິດກັບປາຍແຍກເປັນ 5 ແສກ, ແຕ່ລະແສກ, ຮູບໄຂ່ປາຍແຫຼມ, ກ້ວາງ 1-1.5 ມມ, ຍາວ 1.5-2 ມມ. ໝາກກົມ ມີເສັ້ນຜ່າສູນກາງໝາກ 1-2 ຊມ. ແກ່ນຈໍານວນ 1 ແກ່ນ ຮູບກົມ ເສັ້ນຜ່າສູນກາງ 0.5-1 ຊມ. ເມື່ອສຸກສີເຫຼືອງ ຫຼື ສີນໍ້າຕານ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ທົ່ງພຽງວຽງຈັນ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ໝາກສາມາດກິນໄດ້ ມີຣົດຊາດຫວານ ແລະ ມີຄຸນຄ່າທາງອາຫານ, ມີວິຕາມິນເອ, ວິຕາມິນຊີ, ທາດແຄຊ່ຽມ, ຟົດສະຟໍລັດ, ວິຕາມິນບີ2, ວິຕາມິນບີ3, ວິຕາມິນບີ1, ວິຕາມິນບີ5, ວິຕາມິນບີ6, ວິຕາມິນບີ9, ໂປຼຕິນ, ທາດເຫຼັກ, ແນມນີຊ່ຽມ, ຄາຮ໌ໂບໄອເດດ, ເສັ້ນໄຍ, ໂພແທສຊ່ຽມ, ພະລັງງານ, ໄຂມັນ, ສັງກະສີ, ແມງການີສ. ຊ່ວຍບໍ່ລຸງຜິວພັນ, ຊ່ວຍໃຫ້ນອນຫລັບ, ຊ່ວຍບໍາລຸງຮ່າງກາຍ, ຈະເລີ່ນອາຫານ, ບໍາລຸງກ້າມເນື້ອ, ບໍ່ລຸງເລືອດ, ຮັກສາໂລຫິດຈາງ, ບໍາລຸງປະສາດ, ບໍາລຸງສະໝອງ, ຊ່ວຍປ້ອງກັນພະຍາດຄວາມດັນເລືອດສູງ, ບໍາລຸງຕັບ, ບໍາລຸງມ້າມ,ປ້ອງກັນພະຍາດຫົວໃຈ, ບໍາລຸງກະດູກ, ບໍາລຸງແຂ້ວ, ແກ້ຖອກທ້ອງ, ແກ້ໄຂ້.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ເອກະໄຊ ພຣຶກອໍາໄພ, ໝາກທັນ (ພຸທຣາ), (1-78), ຖານກະເສດຕະກໍາ ນົນທະບຸລີ ໄທ
Hasan NM, AlSorkhy MA, Al Battah FF, 2014, This document is aZIZIPHUS JUJUBE (ENNAB) OF THE MIDDLE EAST, FOOD AND MEDICINE, (7-11), UNIQUE JOURNAL OF AYURVEDIC AND HERBAL MEDICINES
Environmental Horticulture Department, Florida Cooperative Extension Service, Institute of Food and Agricultural Sciences, University of Florida. Publication date: October 1994.
Chesfeeda Akhter, G. H. Dar, Anzar A Khuroo, 2013, dapted from Fact Sheet ST-680, a series of the Ziziphus jujuba Mill. subsp. spinosa (Bunge) Peng, Li & Li: a New Plant Record for the Indian Subcontinent, (1-4)

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,