- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Fabales
- ຊື່ສະກຸນ
- Fabaceae
- ສະກຸນ
- Clitoria
- ຊະນິດ
- Clitoria ternatea
Clitoria ternatea var. angustifolia Baker f.
Clitoria ternatea var. pilosula (Benth.) Baker
Clitoria ternatea var. ternatea
Clitoria ternatea f. ternatea
ຕົ້ນດອກອັນຊັນເປັນພືດລົ້ມລຸກມີລັກສະນະເປັນເຄືອເລືອໄປຕາມຕົ້ນໄມ້ໃຫ່ຍຕ່າງໆ ມີຂົນປົກຫຸ່ມ. ໃບປະສົມແບບອອກລຽນສະລັບກັນ, ແຜ່ນໃບເປັນຮູບໄຂ່ ມີໃບຍ່ອຍປະມານ 5-7 ໃບ, ກວ້າງ 2-3 ຊມ ແລະ ຍາວປະມານ 3-5 ຊມ ປາຍໃບແຫຼມ, ກົກໃບມົນ, ຜີວໃບດ້ານລຸ່ມມີຂົນໜາປົກຫຸ່ມ, ມີເສັ້ນໃບເຫັນໄດ້ຊັດເຈນ. ດອກມີສີມ່ວງ, ສີຂາວ ແລະ ຟ້າ, ດອກເປັນດອກດ່ຽວຮູບຊົງຄ້າຍຝາຫອຍເຊີຣີອອກເປັນຄູ່ຕາມຊອກໃບ. ກີບດອກມີ 5 ກີບ, ດອກບານເຕັມທີຈະຍາວປະມານ 2.5-3.5 ຊມ. ກີບດອກຮູບຮີ, ປາຍເວົ້າເປັນແວ່ງ, ສ່ວນກາງມີສີເຫຼືອງ. ເປັນດອກຊັ້ນດຽວກີບຊັ້ນນອກມີຂະໜາດໃຫ່ຍກາງກີບອື່ນສີຂາວ ຫຼື ສີມ່ວງ. ສ່ວນກີບຊັ້ນໃນຂະໜາດນ້ອຍ, ດອກມີຂະໜາດເທົ່າກັນ ຊ້ອນວຽນກັນ, ອອກດອກເກືອບຕະຫຼອດປີ. ໝາກແຫ້ງແຕກ, ເປັນໝາກແປ, ກວ້າງປະມານ 1-1.5 ຊມ ແລະ ປະມານ 5-8 ຊມ. ແກ່ນຮູບໄຕ ສີດຳ ມີ 5-10 ແກ່ນ.
ຮາກດອກອັນຊັນໃຊ້ເປັນຢາຂັບປັດສະວະ, ແກ້ປັດສະວະພິການ ເປັນຢາລະບາຍ ຊ່ວຍບຳລຸງສາຍຕາ, ແກ້ຕາອັບເສບ, ຕາຟາງ ໂດຍນິຍົມໃຊ້ຮາກຕົ້ນອັນຊັນຊະນິດດອກສີຂາວ. ນອກຈາກນີ້ຖ້ານຳມາສີແຂ້ວຈະເຮັດໃຫ້ແຂ້ວຄົງທົນແຂງແຮງ ແລະ ແກ້ອາການເຈັບແຂ້ວໄດ້ດີ. ແກ່ນໃຊ້ເປັນຢາລະບາຍ ຊຶ່ງໃຊ້ໄດ້ທັງດອກສີນໍ້າມ່ວງ ແລະ ສີຂາວ. ສ່ວນດອກສົດນຳມາທາຫົວເພື່ອໃຊ້ເປັນຢາປູກຜົມຊຶ່ງໃຊ້ດອກຊະນິດສີຂາວ. ນໍ້າອັນຊັນມີສ່ວນຊ່ວຍຕໍ່ຕ້ານອານຸມູນອິດສະຫຼະໃນຮ່າງກາຍ, ສ່ວນເສີມສ້າງພູມຕ້ານທານໃນຮ່າງກາຍ ແລະ ເພີ່ມພະລັງງານໃນຮ່າງກາຍ ມີສ່ວນຊ່ວຍໃນການສະລໍໄວ ແລະ ລີ້ວຮອຍແຫ່ງໄວ. ດອກມີສ່ວນຊ່ວຍໃນການບຳລຸງສະໜອງເພີ່ມການໄຫລວຽນເລືອດ. ນອກນັ້ນດອກຍັງມີລິດໃນການລະລາຍລິ້ມເລືອດ, ຊ່ວຍປ້ອງກັນເສັ້ນເລືອດໃນສະໜອງຕີບ, ຊ່ວຍຮັກສາຜົມລົ້ນ, ໃຊ້ແກ້ອາການຟອກຊໍ້າ. ມີການນຳໃຊ້ດອກເພື່ອເປັນອາຫານ, ສ່ວນສີຍ້ອມເສື້ອຜ້າແມ່ນສະກັດມາຈາກຮາກ ແລະ ເປືອກຂອງມັນ.
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ສຸພະຈັນ ຄິລານເພສັນ. 2543. ສະໜຸນໄພເຄື່ອງເທດ ແລະ ພືດປຸງແຕ່ງກິ້ນລົດ. ສຳນັກພິມປະພັນສານສົນ. (197-198). ປະເທດໄທ
ອຸໄຣ ຈິລະມົງຄົນກາຣ. 2547. ຜັກພື້ນບ້ານ 2. ສຳນັກພິມບ້ານ ແລະ ສວນ. (185). ປະເທດໄທ
Mukherjee PK, Kumar V, Kumar NS, Heinrich M 2008. The Ayurvedic medicine Clitoria ternatea-From traditional use to scientific assessment. J Ethnopharmacol. 120 (3): 291–301.
Fantz, Paul R. 1991. Ethnobotany of Clitoria (Leguminosae). Economic Botany. New York Botanical Garden Press. 45 (4): 511–20.
Nguyen, G.K. Zhang, S., Nguyen, N.T., Nguyen, P.Q., Chiu, M.S., Hardjojo, A; Tam, J.P. 2011. "Discovery and characterization of novel cyclotides originated from chimeric precursors consisting of albumin-1 chain a and cyclotide domains in the Fabaceae family" (PDF). J Biol Chem. 286 (27): 24275–87.