ເລກລຳດັບທີ: 829
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-02-22

ຕົ້ນຖົ່ວເຫຼືອງ
Soya Bean

Glycine max (L.) Merr.


ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ

1 / 1
Image 1


ຊື່ທ້ອງຖີ່ນ:
ລາວ: ໝາກຖົ່ວເຫຼືອງໄທ: ຖົ່ວພະເຫຼືອງ, ຖົ່ວແຮະ, ຖົ່ວເຫຼືອງ, ໝາກຖົ່ວເນົ່າ, ຖົ່ວໜັງEng: Soya Bean

ຊື່ພ້ອງ :
Dolichos soja L.
Glycine angustifolia Miq.
Glycine gracilis Skvortsov
Glycine hispida (Moench) Maxim.
Glycine max subsp. max
Phalseolus max L.
Soja angustifolia Miq.
Soja hispida Moench
Soja japonica Savi
Soja max (L.) Piper
Soja soja H.Karst.
Soja viridis Savi

ຊື່ສະກຸນ:
Papilionaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ຖົ່ວເຫຼືອງເປັນພືດລົ້ມລຸກ, ຮາກຖົ່ວເຫຼືອງມີລະບົບຮາກແກ້ວ. ລຳຕົ້ນມີລັກສະນະເປັນຟຸ່ມຂື້ນຊື່ ແລະ ເລືອພັນຄ້າງມີການແຕກກິ່ງ 0-24 ກິ່ງ, ຄວາມສູງປະມານ 5-150 ຊມ. ຈຳນວນຂໍ້ຕໍ່ຕົ້ນ 3-26 ຂໍ້. ໃບປະສົມ, ແບບສະລັບ, ມີໃບຍ່ອຍ 3 ໃບ, ມີກ້ານໃບຮວມ ຍາວປະມານ 5-10 ຊມ. ດອກຖົ່ວເຫຼືອງອອກດອກເປັນຊໍ່, ດອກມີສີຂາວ ຫຼື ສີມ່ວງສີຂາວ. ດອກບານເຕັມທີ່ຈະມີຂະໜາດປະມານ 3-8 ມມ. ດອກເກີດຈາກຕາຂ້າງຕາມມຸມຂອງກ້ານໃບ. ຊໍ່ດອກໜຶ່ງໆມີດອກຕັ້ງແຕ່ 3-15 ດອກ. ໝາກຖົ່ວເຫຼືອງເກີດເປັນກຸ່ມໆລະ 2-10 ໝາກ ມີຂົນສີເທົາ ຫຼື ສີນໍ້າຕານ ໝາກມີຄວາມຍາວ 2-7 ຊມ ແຕ່ລະໝາກມີແກ່ນ 1-4 ແກ່ນໝາກອ່ອນຈະເປັນສີຂຽວ ເມືອແກ່ຈະເປັນສີນໍ້າຕານ ສີເທົາ. ແກ່ນຖົ່ວເຫຼືອງມີຮູບຮ່າງຂະໜາດທີ່ແຕກຕ່າງກັນຕັ້ງແຕ່ກົມ, ແປ, ຄ່ອນຂ້າງກົມ ແລະ ຍາວສີຂອງເປືອກແກ່ນຖົ່ວເຫຼືອງຈະມີຫຼາຍສີໂດຍທົ່ວໄປສີເຫຼືອງຈະມີເປືອກແກ່ນສີເຫຼືອງ ສີອື່ນໆທີ່ເຫັນໄດ້ແກ່ສີຂຽວ, ສີນໍ້າຕານ, ສີນໍ້າຕານອົມແດງ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :
ລຽບແມ່ນ້ຳຂອງພາກເໜືອ

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:

ຖົ່ວເຫຼືອງໄດ້ຮັບຂະໜານນາມວ່າເປັນຣາຊາຖົ່ວ. ຖ້າກິນເປັນປະຈຳຈະຊ່ວຍປ້ອງກັນຫຼອດເລືອດແຂງຕົວ, ຮັກສາພະຍາດຄວາມດັນເລືອດສູງ, ພະຍາດຫົວໃຈ ແລະ ພະຍາດເບົາຫວານ. ຖົ່ວເຫຼືອງມີໂປຣຕິນ, ເລຊີທິນ ແລະ ອາຊິອາມິໂນ, ລວມທັ້ງມີແຄລຊຽມ, ຟົດສະຟໍຣັດ, ທາດເຫຼັກ, ໄນອະຊິນ, ວິຕາມິນບິ1 ແລະ ບິ2, ວິຕາມິນເອ ແລະ ອີ, ເຊິ່ງສາມາດກະຕຸ້ນການຈະເລີນເຕິບໂຕຂອງກະດູກ, ປ້ອງກັນການຂາດແຄລຊຽມໃນກະດູກ ແລະ ບຳລູງລະບົບປະສາດໃນສະໝອງ, ຫຼຸດລະດັບຄລໍເລສເຕິລໍ, ປ້ອງກັນການເກີດພະຍາດຫົວໃຈ ແລະ ຫຼອດເລືອດຕິບ, ປ້ອງກັນເລືອດຈາງ, ຊ່ວຍຫຼຸດຄວາມສ່ຽງຂອງການເກີດພະຍາດມະເຮັງ, ທາດສະກັດຈາກຖົ່ວເຫຼືອງອົບແຫ້ງມີປະສິດທິພາບຢັບຢັ້ງເອນໄຊມ໌ໄທໂຣຊິເນສ ແລະ ຕ້ານອະນຸມູລອິດສະລະ.


ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
ເພັນນະພາ ຊັບຈະເລີນ. 2543. ສະໜຸນໄພກັບວັດທະນາທຳໄທ ໄມ້ຮິມຮົ້ວ. ສະຖາບັນການແພດໄທ, ກົມການແພດ. (36-38). ປະເທດໄທ
ສຸຊາດາ ວັດທະນະ. 2537. ການປູກ ແລະ ຂະຫຍາຍພັນຖົ່ວນາໆຊະນິດ. ສຳນັກພີມເພັດກະຣັດ. (49-76). ປະເທດໄທ
ສຸວິມົນ ຖະໜອມຊັບ. 2555. ການຜະລິດເມັດພັນຖົ່ວເຫຼືອງ ແລະ ຖົ່ວຂຽວ. ສະຖາບັນວິໄຈພືດໄຮ່ ແລະ ພືດທົດແທນພະລັງງານ. ປະເທດໄທ
Dong, Jia-Yi; Qin, Li-Qiang. 2011. Soy Isoflavones Consumption and Risk of Breast Cancer Incidence or Recurrence: A Meta-analysis of Prospective Studies. Breast Cancer Research and Treatment. 125 (2): 315–323.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: