ເລກລຳດັບທີ: 827
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກພິກໄທ
Black Pepper
Piper nigrum L.
ພືດ
ພືດເຄືອ
ພືດເຄືອ (ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ໝາກພິກໄທໄທ: ພິກນ້ອຍ, ພິກໄທ, ພິກໄທລ່ອນພາສາອັງກິດ: Pepper, White pepper, Black pepper, Pepper corn
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Piperales
ຊື່ສະກຸນ
Piperaceae
ສະກຸນ
Piper
ຊະນິດ
Piper nigrum
ຊື່ພ້ອງ
Piper nigrum var. macrostachyum C. DC.
ບັນຍາຍລັກສະນະທາງພືດສາດ

ເປັນເຄືອມີຮາກຝອຍອອກຕາມຂໍ້ຕໍ່ຂອງເຄືອ,ເລືອໄປຕາມພືດອື່ນ. ລຳຕົ້ນ ເນື້ອອ່ອນ, ມີຮາກເກາະເພື່ອອາໄສຈັບຕົ້ນໄມ້ອື່ນອອກຕາມລຳຕົ້ນ. ເມື່ອຍັງອ່ອນລຳຕົ້ນຈະມີສີຂຽວແຕ່ເມືອແກ່ປ່ຽນເປັນສີນໍ້າຕານ ລຳຕົ້ນມີຂໍ້ ແລະ ປ້ອງເຫັນໄດ້ຊັດເຈນ. ໃບດ່ຽວເກີດລະສັບກັນຕາມຂໍ້ຂອງລຳຕົ້ນ ແລະ ກິ່ງງ່າ, ແຜ່ນໃບຮູບໄຂ່, ໂຄນໃບໃຫ່ຍມີຫຼາຍແບບ ເຊັ່ນ ກົມ, ມົນ ຫຼື ຮູບຫຍິກ, ປາຍໃບແຫຼມລັກສະນະໃບຄ້າຍໃບພູ, ກວ້າງ 6-10 ຊມ ແລະ ຍາວ 7-14 ຊມ. ດອກຈະເກີດກົງກັນຂ້າມກັບໃບຢູ່ໃກ້ປາຍຍອດຂອງກີ່ງງ່າ, ດອກມີລັກສະນະເປັນຊໍ່ ບໍ່ມີກ້ານດອກ ຊໍ່ດອກຍາວປະມານ 7-14 ຊມ ໃນແຕ່ລະຊໍ່ມີດອກຍ່ອຍປະມານ 150 ດອກດອກພິກໄທມີທັງດອກເພດຜູ້ ແລະ ເພດແມ່ແຍກກັນ, ຊໍ່ດອກອ່ອນຈະມີສີເຫຼືອງອົມຂຽວເມື່ອແກ່ຈະມີສີຂຽວ ແລະ ປາຍຊໍ່ດອກຫ້ອຍລົງດິນ. ໝາກມີລັກສະນະຄ່ອນຂ້າງກົມລຽບ,ຕິດກັນຢ່າງໜາແໜ້ນຢູ່ກັບແກ່ນຂອງຊໍ່, ໝາກອ່ອນມີສີຂຽວອ່ອນ ພາຍໃນໝາກໜຶ່ງໆ ຈະມີ 1 ແກ່ນ. ແກ່ນໂດຍທົ່ວໄປຈະມີສີຂາວນວນ ມີລັກສະນະແຂງ, ຮູບຮ່າງຄ່ອນຂ້າງກົມເສັ້ນຜ່ານສູນກາງປະມານ 3-4 ມມ.

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງຕອນລຸ່ມ, ພູພຽງບໍລິເວນ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ເປືອກຂອງໝາກພິກໄທມີນໍ້າຍ່ອຍສຳລັບຍ່ອຍໄຂມັນ ສາມາດລົດຄວາມອ້ວນໄດ້. ພິກໄທຊ່ວຍກະຕຸ້ນປຸ່ມຮັບລົດທີ່ລີ້ນ ເພື່ອໃຫ້ກະເພາະອາຫານເລັ່ງນໍ້າຍ່ອຍໄດ້ຫຼາຍຂື້ນ. ໝາກພິກໄທມີລົດເຜັດເມື່ອຮັບປະທານເຂົ້າໄປຈະຮູ້ສຶກອຸ່ນໃນກະເພາະອາຫານ, ຊ່ວຍຂັບລົມ, ຂັບເຫືອ, ຂັບປັດສະວະ, ແກ້ທ້ອງອືດທ້ອງເຟ້, ແກ້ອະຫິວາ. ໃຊ້ກ້ານໃບພິກໄທ 10 ກ້ານບົດໃຫ້ລະອຽດແລ້ວຕົ້ມກັບນໍ້າ 8 ຈອກໃຊ້ເປັນຢາລ້າງບາດທີ່ອັນທະ. ສານພີເພີລິນໃນໝາກພິກໄທສາມາດໃຊ້ເປັນຢາຂ້າແມງໄມ້. ພິກໄທມີປະໂຫຍດໃນການຮັກສາພະຍາດຕ່າງໆເຊັ່ນ: ພະຍາດກະເພາລຳໄສ້, ແກ້ອັບເສບ, ພະຍາດມາເລເລຍ, ແກ້ໄຂ້ ເພື່ອລົດອາການໄຂ້ໜາວສັ້ນ, ເຮັດໃຫ້ຫາຍໃຈໂລ້ງຂື້ນ ແລະ ຂ້າເຊື້ອພະຍາດໄດ້ດີ, ສາມາດນຳມາປະສົມກັບນໍ້າມັນ, ແລ້ວນວດບໍລິເວນປວດກ້າມເນື້ອ ຂອງຈາກນີ້ກິ່ນຂອງໝາກພິກໄທ ຍັງເຂົ້າໄປກະຕຸ້ນສະໜອງໃຫ້ຮູ້ສຶກຕື່ນຕົວຢູ່ສະເໜີ. ສ່ວນທີ່ໃຊ້ເປັນອາຫານໝາກອ່ອນ ແລະ ໝາກທີ່ໃຫ່ຍເຕັມທີ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,