ເລກລຳດັບທີ: 822
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-11
ຕົ້ນໝາກຄໍແລນ
Korlan
Nephelium hypoleucum Kurz
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ຊື່ທ້ອງຖີ່ນ:
ລາວ: ຕົ້ນໝາກຄໍແລນ, ໝາກແງວ
ໄທ: ຄໍແລນ, ຄໍລັງ, ມະແງວ, ມະເເງະ, ບັກແງວ, ໝັກແງວ, ໝາກແງວ, ລິ່ນຈີປ່າ
ຊື່ພ້ອງ
:
ຊື່ສະກຸນ:
Sapindaceae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ຕົ້ນໝາກຄໍແລນເປັນໄມ້ຢືນຕົ້ນຂະໝາດກາງ ເປັນໄມ້ປ່ຽນໃບ, ສູງ 10-20 ມ. ລໍາຕົ້ນຕັ້ງຊື່, ເປືອກລຽບສີນໍ້າຕານ ໃບປະສົມແບບຂົນນົກ, ຈັບແບບລຽງສະຫຼັບ, ໃບຍ່ອຍ ມີ 3-10 ໃບ, ແຜ່ນໃບຮູບຂອບຂະໜານ, ຍາວ 10-20 ຊມ, ກ້ວາງ 3-8 ຊມ, ໂຄນໃບມົນ ຫຼື ບ່ຽວ, ຂອບໃບລຽບ, ປາຍໃບແຫຼມ, ຜິວໃບສີຂຽວໝາກ້ຽງ. ດອກອອກແບບແຍກຂະແໝງອອກຢູ່ປາຍກິ່ງ, ດອກສີຂາວ, ໂຄນກີບຮອງດອກຈະຕິດກັນເປັນຮູບຖ້ວຍປາກກ້ວາງ, ປາຍແຍກເປັນ 5 ແສກ, ກີບດອກແມ່ບໍ່ມີ, ມີເກສອນຜູ້ 5 ອັນ, ມີເຕົ້າໄຂ່ກົມ ແລະ ມີຂົນປົກຄຸມ. ໝາກຮູບຮີ, ເສັ້ນຜ່າສູນກາງກ້ວາງ 1.5-2 ຊມ, ຍາວ 2.5-3 ຊມ, ເປືອກເປັນຕູບ, ໝາກອ່ອນຈະເປັນສີຂຽວ, ໝາກແກ່ຈະອອກເປັນສີແດງເຂັ້ມ ໝາກມີແກ່ນ 1 ແກ່ນ ແລະ ມີເນື້ອເຍື່ອໃສໆ ແລະ ນໍ້າຫຸົ້ມແກ່ນຢູ່. ໃນປະຈຸບັນຕົ້ນໝາກຄໍແລນເປັນໝາກໄມ້ທີ່ຫາກິນໄດ້ຍາກເພາະມັນໃກ້ຈະສູນພັນ ເພາະບໍ່ຄ່ອຍມີຄົນປູກ.
ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
N/A
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ
ພືດເປັນຢາ
ບັນຍາຍການນຳໃຊ້:
ໝາກສຸກມີລົດຊາດສົ້ມຫວານ. ກິນເປັນໝາກໄມ້ ແລະ ໝາກສົ້ມກັບແຈ່ວ. ຍັງຊວ່ຍການສ້າງອູນຫະພູມຄຸ້ມກັນ, ຕ້ານນຸມູນອິສະລະ, ຊຸ່ມຄໍ, ເພີ່ມພະລັງງານ, ຄອບຄຸມລະດັບນໍ້າຕານໃນເລືອດ, ເບົາຫວານ, ຍ່ອຍອາຫານ, ຢາລະບາຍ, ຕົ້ນໝາກຄໍແລນເປັນໄມ້ເນື້ອໝຽວ ແຂງ ລະອຽດ ສາມາດນໍາໄປໃຊ້ເຄື່ອງມືອຸດສາຫະກໍາ ເຮັດຄັນໄຖ ແລະ ອື່ນໆ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
ປທ. ສົມສະນິດ ບົວມະນີວົງ, ປທ. ທັດສະພອນ ພະໄຊສົມບັດ ແລະ ປຕ. ພູທົງ ໂພທິສັດ, 2017. ພືດຜັກປ່າ ທີ່ນໍາໃຊ້ເປັນອາຫານ ໃນ ສປປ ລາວ (ເຫຼັ້ມ 1). (33), ພະນັກງານພະແນກນິເວດວິທະຍາ. ສະຖາບັນນິເວດທະຍາ ແລະ ເຕັກໂນໂລຊີ ຊີວະພາບ.
Binayak Chakraborty, D.S. Mishra,B N Hazarika, T K Hazarika, S.N.Ghosh, 2018, RAMBUTAN (Nephelium lapspaceum), CHAPTER
Dy Phon, P. 2000. Dictionnaire des plantes utilisées au Cambodge: 1-915. chez l'auteur, Phnom Penh, Cambodia.
ewman, M., Ketphanh, S., Svengsuksa, B., Thomas, P., Sengdala, K., Lamxay, V. & Armstrong, K. 2007. A checklist of the vascular plants of Lao PDR: 1-394. Royal Botanic Gardens, Edinburgh.
Binayak Chakraborty, D.S. Mishra,B N Hazarika, T K Hazarika, S.N.Ghosh, 2018, RAMBUTAN (Nephelium lapspaceum), CHAPTER
Dy Phon, P. 2000. Dictionnaire des plantes utilisées au Cambodge: 1-915. chez l'auteur, Phnom Penh, Cambodia.
ewman, M., Ketphanh, S., Svengsuksa, B., Thomas, P., Sengdala, K., Lamxay, V. & Armstrong, K. 2007. A checklist of the vascular plants of Lao PDR: 1-394. Royal Botanic Gardens, Edinburgh.
ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: