ໝາກເລັ່ນ
Tomato
Lycopersicon esculentum Mill.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ໝາກເລັ່ນ
ໄທ: ມະເຂືອເທດ, ມະເຂືອສົ້ມ
Chinese: 番茄 学名
ອະນຸກົມວິຖານ
- ຊື່ສະກຸນ
- Solanaceae
ຊື່ພ້ອງ
Lycopersicon esculentum Mill.
Lycopersicon esculentum var. esculentum
Lycopersicon esculentum subsp. galeni (Mill.) Luckwill
Lycopersicon esculentum var. leptophyllum (Dunal) D'Arcy
Lycopersicon esculentum var. minor Hook. f.
Lycopersicon esculentum var. esculentum
Lycopersicon esculentum subsp. galeni (Mill.) Luckwill
Lycopersicon esculentum var. leptophyllum (Dunal) D'Arcy
Lycopersicon esculentum var. minor Hook. f.
ບັນຍາຍລັກສະນະທາງພືດສາດ
ເປັນພຸ່ມລົ້ມລຸກ, ອວບໜາ, ສູງ 50-150 ຊມ. ລໍາຕົ້ນລົ້ມງ່າຍ ກ້ານທີ່ລົ້ມລົງດິນສາມາດແຕກຮາກໄດ້, ແຕກກິ່ງກ້ານສາຂາຫຼາຍ, ລໍາຕົ້ນສີຂຽວ, ມີຂົນນຸ່ມໆ, ປົກຄຸ່ມຢູ່ ແລະ ມີເມືອກໝຽວຕິດມື. ໃບປະສົມ, ພາຍໃນໃບມີໃບຍ່ອຍລຽບສະຫຼັບກັນເປັນຮູບຂົນນົກ, ຂອບໃບເປັນແຂ້ວ ຫຼື ແບບແຂ້ວເລືອຍ, ປາຍໃບແຫຼມ, ແຜ່ນໃບຍາວ 2-3 ຊມ, ມີຂົນປົກຄຸ່ມ, ມີສີຂຽວເຂັ້ມ. ດອກເປັນຊໍ່ 1 ຊໍ່ມີປະມານ 2-3 ດອກ. ກາບດອກ 5 ກີບ, ກີບດອກສີເຫຼືອງ 5 ກີບ, ອອກຕາມຊອກໃບ, ປາຍກິ່ງ, ກ້ານດອກຍາວປະມານ 1.5 ຊມ, ກາງດອກມີຖຸງເກສອນຕົວຜູ້ລ້ອມຮອບເກສອນຕົວແມ່. ໝາກ ຄ່ອນຂ້າງກົມ ຫຼື ຍາວຮີ ຫຼື ແປ້ນ ແຕກຕ່າງກັນໄປ, ຂື້ນຢູ່ກັບສາຍພັນຂອງໝາກເລັ່ນ, ຜິວໃບຂອງໝາກກ້ຽງເປັນມັນ, ໝາກອ່ອນມີສີຂຽວ ໝາກສຸກຈະມີສີເຫຼືອງຈົນແດງເຂັ້ມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ໝາກເລັ່ນນໍາມາກິນສົດ ຫຼື ນໍາມາປຸງແຕ່ງອາຫານໄດ້ຫຼາຍຢ່າງ ຫຼື ໃສ່ຕໍາ, ໃສ່ຕົ້ມຍໍາ, ໃສ່ພັນປາ, ໝາກເລັ່ນສຸກ ມີວິຕາມິນທີ່ມີປະໂຫຍດຕໍ່ຮ່າງກາຍສູງທັ້ງ ວິຕາມິນເອ, ວິຕາມິນບີ, ວິຕາມິນຊີ, ວິຕາມິນເຄ ແລະ ວິຕາມິນອື່ນໆ ໂດຍສະເພາະວິຕາມິນເອນັ້ນມີສູງຫຼາຍ. ນອກຈາກໃຊ້ກິນໄດ້ແລ້ວຍັງມີສັບພະຄຸນເປັນຢາລະບາຍອ່ອນໆ. ຊ່ວຍຂັບພິດ ແລະ ສິ່ງເສຍເຫຼືອໃນຮ່າງກາຍ, ບຳລຸງກະເພາະລໍາໄສ້, ໄຕ, ບໍາລຸງ ແລະ ກະຕຸ້ນກະເພາະອາຫານ, ຊ່ວຍໃຫ້ຈະເລີນອາຫານ, ແກ້ກະຫາຍນໍ້າ. ຮາກໃຊ້ເປັນຢາຮັກສາອາການເຈັບແຂ້ວ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ສິຣິນຍາ. 2545. ຜັກຣີມຮົ້ວ, (77-81), ກຸງເທບ. ໄທ
ປອ.ທອງຄູນ ສີສະໄພທອງ, ພັດທະນາ ແສງອຸ່ນແກ້ວ, ສັກສະຫຍາມ ພະນົມສຸກ, ແສງດາລາ ມຸນນະລາດ, ຕຸງລ່ຽນ ວິໄລພອນ. 2018. ການປູກຜັກເປັນສິນຄ້າ, (65-68)ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ
ສະຖບັນຄົ້້ນຄ້ວາກະສິກຳ ແລະ ປ່າໄມ້ແຫ່ງຊາດ. 2007. ຊີວະນາໆພັນ ຜັກ ໃນວຽງຈັນ,(16).
Smith, A. F. 1994. The Tomato in America: Early History, Culture, and Cookery. Columbia SC, US: University of South Carolina Press, p. 152.
Barceloux, D. G. 2009. Potatoes, Tomatoes, and Solanine Toxicity (Solanum tuberosum L., Solanum lycopersicum L.). Disease-a-Month. 55 (6): 391–402. doi:10.1016/j.disamonth.2009.03.009

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,