ເລກລຳດັບທີ: 818
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-08-23

ໜໍ່ຫຼອຍ
Nor Loy

Indocalamus petelotii (A.Camus) Ohrnb.


ພືດ
ໄມ້ຢືນຕົ້ນ
ໄມ້ປ່ອງ

1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4


ຊື່ທ້ອງຖີ່ນ:
ໜໍ່ຫຼອຍດີນ ຫຼື ໜໍ່ຫຼອຍຜາ

ຊື່ພ້ອງ :
Arundinaria petelotii A.Camus
Sinarundinaria petelotii (A.Camus) T.Q.Nguyen

ຊື່ສະກຸນ:
Poaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ໄມ້ຫຼອຍ ຫຼື ທີ່ຮູ້ຈັກກັນທົ່ວໄປວ່າ “ໄມ້ໄຜ່ຫຼອຍ” ແມ່ນໄຜ່ພັນຂຽວຕະຫຼອດປີທີ່ລຳຕົ້ນອອກເປັນກຸ່ມແນ່ນ (clumps) ຫຼື ເອີ້ນວ່າກໍ, ລຳຕົ້ນສາມາດສູງຮອດ 4 ມ. ໄມ້ໄຜ່ຊະນິດສາມາດຂະຫຍາຍໂດຍລຳຕົ້ນໃຕ້ດິນທີ່ເອີ້ນວ່າ ເຫງົ້າ (rhi-zomes) ເພື່ອຊ່ວຍໃນການຂະຫຍາຍຕົວເປັນກຸ່ມໜາແນ່ນ.
ໃບກວ້າງ, ມັນເງົາ ແລະ ມີຮູບຄ້າຍຮູບຫອກ, ປາຍໃບແຄບ ແລະ ກວ້າງໃນສ່ວນກາງໃບ.
ດອກມີຂະໜາດນ້ອຍ ແລະ ມີສີຂຽວປົນສີເຫຼືອງ ໂດຍທົ່ວໄປມີກາບດອກ ແລະ ກີບດອກ (sepals ແລະ petals) ຈຳນວນ 3 ຫາ 5 ກີບ ທັງກາບດອກດ້ານນອກ ແລະ ກີບດອກດ້ານໃນ. ແກ່ນມີຜິວລຽ- ແລະ ເປັນສີນ້ຳຕານເຂັ້ມ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Lao and Vietnam. [1]
Global distribution of Indocalamus petelotii. Source: [1]

ເຂດກະຈາຍພັນໃນລາວ :
ເຂດພູສູງພາກເໜືອຂອງລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ເຂດສາຍພູຫຼວງພາກເໜືອ

ເຂດກະຈາຍພັນຕາມພູມສັນຖານ :
ປ່າປະສົມປ່ຽນໃບ

ສະເພາະຖິ່ນໃນລາວ:
ພື້ນເມືອງ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ມີຄວາມສ່ຽງໜ້ອຍສຸດ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ອຸປະກອນ ແລະ ເຄື່ອງມື
ອາຫານ

ບັນຍາຍການນຳໃຊ້:
ອາຫານ: ໜໍ່ຫຼອຍໃຊ້ປຸ່ງແຕ່ງອາຫານໄດ້ [2], [5]. ເຊັ່ນ ແກງ ຫຼື ຊຸບກັບຜັກຊະນິດຕ່າງໆ [4].
ເຄື່ອງມື ແລະ ເຄື່ອງໃຊ້: ລຳຕົ້ນໃຊ້ເຮັດເຄື່ອງຫັດທະກຳ ແລະ ເຄື່ອງຈັກສານຕ່າງໆ ເຊັ່ນ ຍູກວາດ, ກະຕ່າ ແລະ ອຸປະກອນທີ່ເຮັດຈາກໄມ້ໄຜ່ໄດ້. [2]

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:
ກໍລະກົດ
ສິງຫາ
ກັນຍາ
ຕຸລາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
ການຕະຫຼາດຂອງໜໍ່ຫຼອຍຍັງບໍ່ໄດ້ຮັບການພັດທະນາເທົ່າທີ່ຄວນ ໂດຍສ່ວນໃຫຍ່ຈະຂາຍພາຍໃນຕະຫຼາດທ້ອງຖິ່ນ ໂດຍມີລາຄາຕັ້ງແຕ່ 5,000 ຫາ 12,000 ກີບຕໍ່ກິໂລ. [3]

ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ:
ການວາງແຜນຄຸ້ມຄອງໄມ້ຫຼອຍ: ການຄຸ້ມຄອງໄມ້ຫຼອຍຕ້ອງໃຫ້ສອດຄ່ອງກັບຄວາມຕ້ອງການຂອງປະຊາຊົນ ແລະ ສະພາບແວດລ້ອມ ເຊິ່ງຂື້ນກບູລິມາສິດຂອງບ້ານທີ່ຕິດຢູ່ 3 ປ່ະເພດປ່າ ຄື: ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ. ໂດຍສະເພາະແມ່ນປ່າປ້ອງກັ່ນ ແລະ ປ່າຜະລິດອອກເປັນ 2 ເຂດ ຄື: ເຂດຄຸ້ມຄອທັງໝົດ (ເປັນເຂດທີ່ລະອຽດອອນທີ່ສຸດ ແລະ ສຳຄັນ) ແລະ ເຂດຄຸ້ມຄອງການນຳ (ເຊິ່ງເປັນເຂດທີ່ມີຄວາມສ່ຽງໜ້ອຍ). [2]

ກົດໝາຍ ແລະ ນະໂຍບາຍ:
ການວ່າງແຜນການຄຸ້ມຄອງປ່າໄມ້ຫຼອຍແບບຍືນຍົງຈະອີງໃສ່ຂອບເຂດຄຸ້ມຄອງຂອງບ້ານ ເຊິ່ງສາມາດດຳເນີນໄດ້ທຸກບ້ານທັງຢູ່ນອກ ແລະ ໃນເຂດປ່າປ້ອງກັນ, ປ່າສະຫງວນ ແລະ ປ່າຜະລິດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 39 ຂອງກົດໝາຍວ່າດ້ວຍປ່າໄມ້ເລກທີ່ 64/ສພຊ ລົງວັນທີ່ 13 ມິຖຸນາ 2019 (ກົມປ່າໄມ້). [2]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
Credit:
Bamboo shoots of Indocalamus petelotii. [1] "ກະເສດພື້ນບ້ານ," VTENews, 2023. [Online]. Available:
https://www.facebook.com/VTENews/posts/%E0%BA%9B%E0%BA%B5%E0%BA%99%E0%BA%B5%E0%BB%89%E0%BB%84%E0%BA%94%E0%BB%89%E0%BA%81%E0%BA%B4%E0%BA%99%E0%BB%81%E0%BA%A5%E0%BB%89%E0%BA%A7%E0%BA%AB%E0%BA%BC%E0%BA%B7%E0%BA%8D%E0%BA%B1%E0%BA%87%E0%BB%9C%E0%BB%8D%E0%BB%88%E0%BA%AB%E0%BA%BC%E0%BA%AD%E0%BA%8D/3316469681735961/. [Accessed: Jun. 18, 2025].
Harvesting bamboo shoots of Indocalamus petelotii. [2] "ໜໍ່ຫຼອຍ," Phakhaolao, 2024. [Online]. Available:
https://phakhaolao.la/resource/%E0%BB%9C%E0%BB%8D%E0%BB%88%E0%BA%AB%E0%BA%BC%E0%BA%AD%E0%BA%8D-%E0%BB%81%E0%BA%82%E0%BA%A7%E0%BA%87%E0%BA%AB%E0%BA%BB%E0%BA%A7%E0%BA%9E%E0%BA%B1%E0%BA%99/. [Accessed: Jun. 18, 2025].
The top, Clum or stem and Leave of Indocalamus petelotii. [3] "Indocalamus," Alamy, 2024. [Online]. Available: https://www.alamy.com/stock-photo/indocalamus.html?sortBy=relevant. [Accessed: Jun. 18, 2025].

ອ້າງອິງ:
[1] "Indocalamus," Plants of the World Online, Kew Science, 2024. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:999647-1#publications. [Accessed: Jun. 18, 2025].
[2]. ບັນຊາ ທຳມະວົງ, 2025. “ຄູ່ມືແນະນຳເຕັກນິກການປູກໜໍ່ຫຼອຍ”. ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສູນຄົ້ນຄວ້າປ່າໄມ້, ໂຄງການກະສິກຳເພື່ອໂພຊະນາການ ໄລຍະ II. ໜ້າທີ່ 1-25.
[3] "ໜໍ່ຫຼອຍ," Phakhaolao, 2024. [Online]. Available: https://phakhaolao.la/resource/%E0%BB%9C%E0%BB%8D%E0%BB%88%E0%BA%AB%E0%BA%BC%E0%BA%AD%E0%BA%8D-%E0%BB%81%E0%BA%82%E0%BA%A7%E0%BA%87%E0%BA%AB%E0%BA%BB%E0%BA%A7%E0%BA%9E%E0%BA%B1%E0%BA%99/. [Accessed: Jun. 18, 2025].
[4] "ແກງໜໍ່ຫຼອຍ," Phakhaolao, 2024. [Online]. Available: https://phakhaolao.la/story/%e0%bb%81%e0%ba%81%e0%ba%87%e0%bb%9c%e0%bb%8d%e0%bb%88%e0%ba%ab%e0%ba%bc%e0%ba%ad%e0%ba%8d/. [Accessed: Jun. 18, 2025].
[5] A. Author, B. Author, and C. Author, "Wild food plants and fungi sold in the markets of Luang Prabang, Lao PDR," *Journal of Ethnobiology and Ethnomedicine*, vol. 13002, no. 2020, pp. 423, 2020. [Online]. Available: https://pmc.ncbi.nlm.nih.gov/articles/PMC7835671/pdf/13002_2020_Article_423.pdf. [Accessed: Jun. 18, 2025].

ຜູ້ສ້າງ Factsheet:
Keooudone souvannakhoummane

ຜູ້ກວດສອບ Factsheet:
,