ເລກລຳດັບທີ: 816
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຜັກບີອ່ຽນ
Bcode
Hydrolea zeylanica (L.) Vahl
ພືດ
ພືດລົ້ມລຸກ
ພືດນ້ຳເປັນທີ່ເປັນພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຜັກບີອ່ຽນໄທ: ຜັກກະເດີຍງ, ບີປາໄຫຼ, ບີອ່ຽນ, ປໍຜີ, ໄສ້ອ່ຽນ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Solanales
ຊື່ສະກຸນ
Hydroleaceae
ສະກຸນ
Hydrolea
ຊະນິດ
Hydrolea zeylanica
ຊື່ພ້ອງ
Hydrolea zeylanica (L.) Vahl
Hydrolea zeylanica var. ciliata Choisy
ບັນຍາຍລັກສະນະທາງພືດສາດ
ຜັກບີອ່ຽນເປັນໄມ້ລົ້ມລຸກປີດຽວ, ເລືອໄປຕາມດິນ, ສູງ 10-30 ຊມ, ລໍາຕົ້ນສີຂຽວອ່ອນ ແລະ ຈະມີຮາກອອກຕາມຂໍ້. ໃບດ່ຽວ, ຈັບກົງກັນຂ້າມແບບລຽງສະຫຼັບ, ໃບຂອບຂະໜານ, ຍາວ 3-5 ຊມ. ກ້ວາງ 0.5-1 ຊມ, ປາຍໃບແຫຼມ, ດອກອອກເປັນຊໍ່, ອອກທີ່ຊອກໃບ ແລະ ປາຍຍອດ, ຊໍ່ດອກຍາວປະມານ 5 ຊມ, ດອກຍ່ອຍສົມບູນເພດຈໍານວນຫຼາຍ, ດອກຍ່ອຍມີເສັ້ນຜ່ານສູນກາງປະມານ 1-1.5 ຊມ, ກ້ານດອກຍ່ອຍຍາວປະມານ 1-3 ມມ, ກາບດອກເປັນສີຂຽວ, ຮູບຫອກ, ມີຂົນນຸ່ມໆ, ໂຄນເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ປາຍກີບແຫຼມດ້ານນອກມີຂົນຂື້ນປົກຄຸ່ມ, ຍາວ 4.5-8 ມມ, ຈັບສະຫຼັບກັບກີບດອກ, ກີບດອກຮູບໄຂ່, ມີ 5 ກີບ, ກີບດອກເປັນສີນໍ້າເງີນອົມມ່ວງ ຫຼື ສີມ່ວງອົມຂຽວ, ກາງດອກເປັນສີຂາວ, ຍາວ 3-5 ມມ. ເກສອນຜູ້ 5 ອັນ, ຈັບສະຫຼັບກັບກີບດອກ, ກ້ານຊູເກສອນແມ່ມີ 2 ອັນ, ຖົງເກສອນປັນສີແດງເຂັ້ມ. ໝາກກົມ, ກ້ວາງ 2.5 ມມ, ຍາວ 5 ມມ, ຫໍ່ດ້ວຍກີບຮອງດອກ, ກາບດອກຕິດຄົງທົນ, ພາຍໃນແກ່ນສີດໍາມີຈໍານວນຫຼາຍ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ຍອດອ່ອນໃຊ້ກິນເປັນຜັກສົດ ຫຼື ລວກຊຸບກັບຜັກອື່ນໆ, ກັບປົ່ວ. ກັບແຈ່ວ ຈະມີລົດຊາດຂົມອ່ອນໆ. ມີຊັບພະຄຸນບໍາລຸງຫົວໃຈ, ຕັບ, ເບົາຫວານ, ໄຂ້ມາເລເຣຍ, ຕົ້ິມນໍ້າດື່ມເປັນຢາແກ້ຕາຟາງ. ທັ້ງຕົ້ນນຳໃຊ້ເປັນຢາແກ້ຕາຟາງ, ເປັນຢາບຳລຸງຫົວໃຈ, ຕັບ, ແກ້ໄຂ້ມາເລເຣຍ ແລະ ແກ້ເບົາຫວານ, ໂດຍການນຳໃເອົາຕົ້ນສົດຕົ້ມ 1 ກຳມື ແລ້ວດື່ມກີນປະຈຳ. ແຕ່ສຳຫຼັບຜູ້ຍິງເກີດລູກໃຫມ່ ບໍ່ຄວນດື່ມ ເພາະຈະເຮັດໃຫ້ນ້ຳນົມແຫ້ງ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,