ເລກລຳດັບທີ: 815
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຜັກຊີ
Dill
Anethum graveolens L.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຜັກຊີ ໄທ: ຜັກຊີເມືອງ, ຜັກຊີທຽມ, ຜັກຊີຕັ້ນແຕນ, ຜັກຊີ, ຜັກຊີລາວ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Apiales
ຊື່ສະກຸນ
Apiaceae
ສະກຸນ
Anethum
ຊະນິດ
Anethum graveolens
ຊື່ພ້ອງ
Anethum graveolens L.
Anethum graveolens Ucria
Anethum graveolens var. anatolicum N.F.Koren
Anethum graveolens subsp. australe N.F.Koren
Anethum graveolens var. chevallieri Maire
Anethum graveolens var. copiosum N.F.Koren
Anethum graveolens var. nanum N.F.Koren
Anethum graveolens var. parvifolium N.F.Koren
Anethum graveolens subsp. segetum (L.) N.F.Koren
Anethum graveolens subsp. sowa (Roxb. ex Fleming) N.F.Koren
Anethum graveolens var. tenerifrons N.F.Koren
ບັນຍາຍລັກສະນະທາງພືດສາດ
ຜັກຊີເປັນໄມ້ລົ້ມລຸກ, ລໍາຕົ້ນສູງ 40-120 ຊມ, ລໍາຕົ້ນກົມ, ເສັ້ນຜ່າສູນກາງ 0.5-10 ມມ. ລໍາຕົ້ນແຕກກິ່ງຕັ້ງແຕ່ໂຄນຕົ້ນ, ສີຂຽວເຂັ້ມ, ເນື້ອລໍາຕົ້ນອ່ອນ, ຫັກພັບງ່າຍ. ໃບເປັນໃບປະສົມ, ຈັບກົງກັນຂ້າມຢູ່ບໍລິເວນຂໍ້ກິ່ງ, ກ້ານໃບຍາວ 10-20 ຊມ. ກ້ານໃບດ້ວຍໃບຍ່ອຍຈໍານວນຫຼາຍ ແຕ່ລະໃບຍ່ອຍມີກ້ານໃບຍາວ 4-6 ຊມ. ຈັບກົງກັນຂ້າມກັນເປັນຄູ່ໆ, ສ່ວນຂອງໃບມີລັກສະນະເປັນເສັ້ນແບບຂອບຂະໝານນ້ອຍ, ມີສີຂຽວ, ຍາວ 0.5-2 ຊມ. ດອກອອກເປັນຊໍ່ຫຼາຍຊໍ່ໃນກ້ານດອກ, ແທງອອກບໍລິເວນສ່ວນຍອດຂອງລໍາຕົ້ນ, ກ້ານຊໍ່ດອກຍາວ 5-15 ຊມ, ແຕ່ລະຊໍ່ມີດອກຈໍານວນຫຼາຍ, ດອກປະກອບດ້ວຍກີບດອກສີເຫຼືອງ 5 ກີບ, ມີເກສອນຜູ້ 5 ອັນ, ບໍລິເວນຖານດອກ, ພາຍໃນມີເຕົ່າໄຂ່ 2 ຫ້ອງ. ໝາກໜື່ງພັດທະນາມາຈາກດອກໜື່ງ, ແກ່ນມີຮູບໄຂ່ຮີ, ກ້ວາງປະມານ 2 ມມ. ຍາວປະມານ 4 ມມ. ແກ່ນແຫ້ງທີ່ແກ່ຈະແປ ແລະ ສີລາຍສີນໍ້າຕານສະຫຼັບດໍາອົມເທົາພາດຕາມແນວຍາວຂອງແກ່ນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ຍອດ ໃບນໍາມາປະກອບປຸງແຕ່ງອາຫານ ແກງ, ເອາະຫຼາມ, ຫໍ່ໝົກ, ກັບລາບ, ແກ່ນຜັກຊີນໍາມາໃຊ້ສະກັດເປັນນໍ້າມັນຫອມລະເຫີຍ ສໍາລັບປະກອບອາຫານ. ບໍາລຸງສາຍຕາ, ບໍາລຸງກໍາລັງ, ຂັບລົມໃນທ້ອງ, ບັນເທົາອາການໄອ, ບໍາລຸງເລືອດ, ບໍາລຸງຕັບ, ປ້ອງກັນໂລກມະເລັງ, ກະເພາະອາຫານ, ອາຫານເປັນພິດ, ຊ່ວຍກະຕຸ້ນລະບົບຂັບຖ່າຍ. ດອກຕູມ ມີທາດແຄໂຣທິນ, ຊ່ວຍບຳລຸງສາຍຕາ, ເຮັດໃຫ້ເບີ່ງເຫັນໄດ້ດີໃນເວລາກາງຄືນ ຫຼື ບ່ອນມືດ, ຊ່ວຍປ້ອງກັນພະຍາດແກ້ວຕາ, ຊ່ວຍປ້ອງກັນການເຊື່ອມຂອງຈຸລັງພາຍໃນດວງຕາ, ຊ່ວຍປ້ອງກັນຜິວຈາກແສງແດດ, ຫຼຸດການເກີດຟາ ແລະ ຮອຍຕິນກາ, ຊ່ວຍກະຕຸ້ນການເຮັດພູມຄຸມກັນຂອງຮ່າງກາຍ, ຊ່ວຍປ້ອງກັນພະຍາດມະເຮັງ ແລະ ຊ່ວງປ້ອງກັນພະຍາດຫົວໃຈ ແລະ ຫຼອດເລືອດ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,