ເລກລຳດັບທີ: 814
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: N/A
ໝາກຫຼອດ
Wild Olive
Elaeagnus conferta Roxb.
ພືດ
ພືດເຄືອ
ພືດເຄືອ (ມີເນື້ອໄມ້)
1 / 5
Image 1
2 / 5
Image 2
3 / 5
Image 3
4 / 5
Image 4
5 / 5
Image 5
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ໝາກລອດ, ໝາກເລືອດ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Rosales
ຊື່ສະກຸນ
Elaeagnaceae
ສະກຸນ
Elaeagnus
ຊະນິດ
Elaeagnus conferta
ຊື່ພ້ອງ
Elaeagnus acuminata Link
Elaeagnus arborea Roxb.
Elaeagnus arborea subsp. maculata Servett.
Elaeagnus arborea var. dendroidea Schltdl.
Elaeagnus arborea var. maculata Servett.
Elaeagnus breyniastrum Fisch.
Elaeagnus breyniastrum Fisch. ex Schltdl.
Elaeagnus conferta subsp. balansae Servett.
Elaeagnus conferta subsp. dendroidea (Schltdl.) Servett.
Elaeagnus conferta subsp. euconferta Servett.
Elaeagnus conferta subsp. javanica (Blume) Servett.
Elaeagnus conferta subsp. mollis Servett.
Elaeagnus conferta var. balansae (Servett.) Lecomte
Elaeagnus conferta var. calcuttensis Servett.
Elaeagnus conferta var. maculata (Servett.) D.Basu
Elaeagnus conferta var. malaccensis Servett.
Elaeagnus conferta var. mekongensis Lecomte
Elaeagnus conferta var. mollis (Servett.) Lecomte
Elaeagnus conferta var. pallescens Servett.
Elaeagnus conferta var. septentrionalis Servett.
Elaeagnus conferta var. silhetensis Servett.
Elaeagnus dendroidea (Schltdl.) Schltdl.
Elaeagnus gaudichaudeana Schltdl.
Elaeagnus gaudichaudiana Schltdl.
Elaeagnus grandifolia Bojer
Elaeagnus grandifolia Bojer ex Schltdl.
Elaeagnus gussoni Gasp.
Elaeagnus javanica Blume
Elaeagnus latifolia Bedd.
Elaeagnus nepalensis Salm-Dyck
Elaeagnus spadicea Savi
Elaeagnus wallichiana Schltdl.
ບັນຍາຍລັກສະນະທາງພືດສາດ
ພືດຊະນິດນີ້ຈະເລີນເຕີບໂຕເປັນໄມ້ຟຸ່ມ, ຂ້ອນຂ້າງຂະຫຍາຍກວ້າງ ຫຼື ກະຈັດກະຈາຍ, ແຕກກິ່ງບໍລິເວນງ່າມໃບ (ຈຸດເຊື່ອມຕໍ່ລະຫວ່າງໃບກັບລຳຕົ້ນ), ອາດມີໜາມແຫຼມ.
ກ້ານໃບສັ້ນ, ຍາວປະມານ 5 ຫາ 11 ມມ. ໃບຮູບຮີຍາວ (ຮູບຮີ ຫາ ຮູບຮີປົນຮູບຂອບຂະໜານ), ຍາວ 4,7 ຫາ 11 ຊມ, ກວ້າງ 2,3 ຫາ 4,2 ຊມ, ຜິວໃບດ້ານລຸ່ມມີຂົນສີເງິນ ຫຼື ສີນ້ຳຕານກະຈາຍຢູ່ທົ່ວ, ຜິວໃບດ້ານເທິງເກືອບລຽບ ຫຼື ເກືອບບໍ່ມີຂົນ, ໂຄນໃບມົນ ຫຼື ຮູບຫຼິ້ມ, ຂອບໃບເປັນຄື້ນເລັກນ້ອຍ ແຕ່ບໍ່ຊັດເຈນ, ປາຍໃບສັ້ນ ແລະ ແຫຼມ ຫຼື ຂ້ອນຂ້າງແຫຼມ.
ຊໍ່ດອກມີດອກຍ່ອຍຮອດ 8 ດອກ, ກ້ານດອກສັ້ນ,ຍາວປະມານ ຫາ 2 ມມ, ເມື່ອຕິດໝາກກ້ານດອກເຫຼົ່ານີ້ຈະຍາວຂື້ນ ປະມານ 9 ມມ. ດອກຍ່ອຍມີສີນ້ຳຕານປົນສີເງິນ ແລະ ມີຂົນປົກຄຸມ, ຫຼອດກາບດອກດ້ານນອກມີລັກສະນະເປັນທໍ່, ແຍກເປັນ 4 ແສກຊັດເຈນ, ຍາວ 4,5 ຫາ 9,5 ມມ, ແຄບລົງເໜືອເຕົ້າໄຂ່ເລັກນ້ອຍ. ກີບດອກຮູບໄຂ່, ຍາວ 2 ຫາ 3 ມໃ. ເກສອນເພດຜູ້ຈະຕິດຢູ່ໃກ້ກັບປາກຫຼອດກາບດອກ ຫຼື ຢູ່ເທິງໂຄງສ້າງຄ້ສຍວົງແຫວນແຄບ. ເກສອນເພດຜູ້ຢືນອອກໄປຍາວກ່ວາກີບດອກ, ກ້ານສອນຜູ້ຍາວປະມານ 1 ມມ, ແລະ ຖົງລະອອງເກສອນຍາວ 0,8 ຫາ 1,2 ມມ. ຮ່ວງຮັບລະອອງ (ອະໄວຍະວະສືບພັນເພດແມ່) ຈະມີຂົນ.
ໝາກມີເນື້ອແໜ້ນ, ຮູບຮີ, ຍາວປະມານ 1,3 ຫາ 1,8 ຊມ, ກວ້າງ 0,7 ຫາ 1 ຊມ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Andaman Is., Assam, Bangladesh, China, East Himalaya, India, Jawa, Laos, Malaya, Myanmar, Nepal, Sri Lanka, Sumatera, Thailand, Vietnam, West Himalaya. [2]

Global distribution of Elaeagnus conferta best ween 1900 to 2022. Source: [3]
ເຂດກະຈາຍພັນໃນລາວ
ເຂດສາຍພູຫຼວງຕອນລຸ່ມ
ຂໍ້ມູນຈາກການລາຍງານການສຳຫຼວດພືດມີທໍ່ລໍາລຽງຂອງ ສປປ ລາວ (ສະບັບທີ່ 1 ແລະ 1.0) ພົບເຂດກະຈາຍພັນຂອງພືດຊະນິດນີ້ໃນແຂວງ ຫຼວງພະບາງ ແລະ ຄຳມ່ວນ [4], [5]. ຂໍ້ມູນເພີ່ມເຕີມຈາກ GBIF ໄດ້ຊີ້ໃຫ້ເຫັນແຫຼ່ງທີ່ຢູ່ອາໄສຂອງພືດຊະນິດນີ້ໃນຄຳມ່ວນ ໂດຍສະເພາະແມ່ນ ມ. ນາກາຍ [3]. ຜົນການສຳຫຼວດລ້າສຸດຈາກການປະເມີນອາຫານປ່າລະບຸເຂດກະຈາຍພັນຂອງພືດຊະນິດນີ້ໃນ ອັດຕະປື (ມ. ສານໄຊ), ສາລະວັນ (ມ. ສະມ້ວຍ ແລະ ຕະໂອຍ), ເຊກອງ (ມ. ລະມາມ), ອຸດົມໄຊ (ມ. ງາ ແລະ ແບງ), ຊຽງຂວາງ (ໝອກໃໝ່) ແລະ ຜົງສາລີ (ມ. ຂວາ ແລະ ບຸນໃຕ້). [6]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ປ່າດົງດິບ, ປ່າປະສົມປ່ຽນໃບ, ປ່າໄມ້ປ່ອງ, ເຂດຜະລິດພືດຜົນເນີນສູງ, ປ່າເຫຼົ່າແກ່, ສວນຄົວ
ຖິ່ນທີ່ຢູ່ອາໄສຂອງພືດຊະນິດນີ້ໃນປ່າດິບເຄື່ອງເຂດຮ້ອນຊຸ່ມ, ປ່າໄມ້ປ່ອງ ແລະ ປ່າປະສົມປ່ຽນໃບ, ລວມທັງປ່າດົງດິບຊຸ່ມ ແລະ ປ່າໜາທຶບ, :ນືອລະດັບໜ້ານ້ຳທະເລຮອດ 2.100 ມ [1], [7]. ຂໍ້ມູນຈາກການປະເມີນອາຫານປ່າພົບຖິ່ນທີ່ຢູ່ອາໄສຂອງພືດຊະນິດນີ້ໃນບໍລິເວນໄນເຂດເນີນສູງ, ປ່າເຫຼົ່າເກົ່າ ແລະ ສ່ວນຄົວ. [6]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ບັນຊີ NTFP
N/A
ບັນຊີໄມ້
N/A
ພືດຊະນິດນີ້ມີການກະຈາຍພັນຢ່າງກວ້າງຂວາງ, ມີປະຊາກອນຈຳນວນຫຼາຍ, ປັດຈຸບັນຍັງບໍ່ມີໄພຂົ່ມຂູ່ທີ່ຮ້າຍແຮງ ແລະ ບໍ່ມີການລະບຸໄພຂົ່ມຂູ່ທີ່ສຳຄັນໃນອານາຄົດ ຈຶ່ງຖກຈັດຢູ່ໃນກຸ່ມທີ່ມີຄວາມສ່ຽງໜ້ອຍທີ່ສຸດ. [8]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ອາຫານ: ໝາກຫຼອດມີຣົດຊາດສົ້ມ ແລະ ຟາດ ແຕ່ຄົນລາວນິຍົມກິນໝາກຫຼອດ ເຊິ່ງມັກກິນສົດ, ກິນກັບເກືອ ແລະ ແຈວ, ບາງຄັ້ງກໍ່ກິນກັບນ້ຳຕານ. [9]
ສະໝຸນໄພ: ເນື້ອໄມ້, ຮາກ ແລະ ໃບໃຊ້ບັນເທົາອາການອາຫານບໍ່ຍ່ອຍ ແລະ ໄອ. ເຊື່ອກັບວ່າໝາກຫຼອດຊ່ວຍເສີມຄວາມແຂງແຮງໃຫ້ກັບຜິວ ແລະ ຊ່ວຍປ້ອງກັນການຕິດເຊື້ອຣາ ແລະ ພະຍາດກາຟາກ [9]. ສ່ວນໝາກຫຼອດ ແລະ ດອກໃຊ້ຮັກສາແຜ ແລະ ແຜໃນກະເພາະອາຫານ. [7]
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ຊາວບ້ານສ່ວນໃຫຍ່ສົນໃຈປູກພືດຊະນິດນີ້ ແຕ່ຂາດຄວາມຮູ້ ຫຼື ຕ້ອງການຄວາມຊ່ວຍເຫຼືອ, ໃນທາງກົງກັນຂ້າມ ຊາວບ້ານບາງຄົນຮູ້ວິທີປູກ ແຕ່ບໍ່ບໍ່ສົນໃຈທີ່ຈະປູກ. [6]
ລະດູການເກັບກູ້
ກຸມພາ, ມີນາ, ເມສາ, ພຶກສະພາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A Phosphorus 1.29 g, Potassium 1338.9 g, Calcium 280.1 g, Magnesium 1401 g, Sodium 184.3 g, Zinc 5.51 g, Copper 0.94 g and Manganese 3.80 g
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Keooudone Souvannakhoummane
ຜູ້ກວດສອບ Factsheet
,