ເລກລຳດັບທີ: 808
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຜັກຫອມປ້ອມ
Coriander
Coriandrum sativum L.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຜັກຫ້ອມປ້ອມ ໄທ: ຜັກຊີ, ຜັກຫອມປ້ອມ, ຜັກຫອມຜອມ, ຜັກຫອມນ້ອຍ, ຜັກຫອມ ພາສາອັງກິດ: Coriander
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Apiales
ຊື່ສະກຸນ
Apiaceae
ສະກຸນ
Coriandrum
ຊະນິດ
Coriandrum sativum
ຊື່ພ້ອງ
Coriandrum sativum var. afghanicum Stolet.
Coriandrum sativum var. africanum Stolet.
Coriandrum sativum var. anatolicum Stolet.
Coriandrum sativum var. arabicum Stolet.
Coriandrum sativum subsp. asiaticum Stolet.
Coriandrum sativum var. asiaticum Stolet.
Coriandrum sativum subsp. indicum Stolet.
Coriandrum sativum var. indicum Stolet.
Coriandrum sativum var. microcarpum DC.
Coriandrum sativum var. pygmaeum Stolet.
Coriandrum sativum subsp. vavilovii Stolet.
Coriandrum sativum var. vavilovii Stolet.
ບັນຍາຍລັກສະນະທາງພືດສາດ
ຜັກຫອມປ້ອມເປັນພືດລົ້ມລຸກອາຍຸຍືນ 1-3 ປີ, ສູງ 50-60 ຊມ. ໃບປະສົມ, ຈັບແບບສະລັບ, ກ້ານໃບຍາວ 1-15 ຊມ, ໃບປະກອບດ້ວຍໃບຍ່ອຍເປັນຈຳນວນຫຼາຍຂະໜາດ ແລະ ຮູບຮ່າງແຕກຕ່າງກັນ ບາງຄັ້ງເຫັນໃບຍ່ອຍເປັນຮູບເກືອບກົມ, ຂອບໃບແຂ້ວວ້ຳ, ບາງຄັ້ງຂອບໃບຍິກເປັນຝອຍລະອຽດ ແລະ ຈີກເຂົ້າຫາກາງໃບ, ໃບຍ່ອຍຂະໜາດ 1-2.5 ຊມ, ຍິກເປັນຝອຍລະອຽດ. ດອກອອກລວມກັນເປັນຊໍ່ໃຫ່ຍ, ທີ່ປາຍຍອດ ຫຼື ມຸມກ້ານໃບ, ດອກຍ່ອຍມີຂະໜາດ 1-4 ມມ, ມີສີຂາວ ຫຼື ຂາວປົນສີບົວ. ໝາກຮູບຮີ ຫຼື ຄ່ອນຂ້າງກົມມີຂະໜາດ 2-3 ມມ. ແກ່ນ ເມື່ອແກ່ຈັດເປັນສີເຫຼືອງອົມນໍ້າຕານ ແຕກໄດ້ເປັນ 3 ຊີກ ພາຍໃນມີ 3 ແກ່ນ, ທຸກສ່ວນມີກິ່ນຫອມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ຜັກຫອມປ້ອມ ມີສັບພະຄຸນຊ່ວຍຍ່ອຍອາຫານ ເຮັດໃຫ້ບໍ່ເປັນພະຍາດທ້ອງອືດ, ທ້ອງເຟີ, ແກ້ປວດທ້ອງ. ແກ່ນມີລົດຂົມຫວານຝາດຫອມ, ຊ່ວຍແກ້ພິດຕານຊາງ, ແກ້ກະຫາຍນໍ້າ, ແກ້ອາການປວດຮາກ, ຂັບລົມໃນລໍາໄສ້, ແກ້ສະເອິ, ແກ້ເຈັບຕາ, ແກ້ລົມວິນວຽນ, ກະທຸ້ງພິດໄຂ້, ອີ່ສຸກອີ່ໃສດຳແດງ, ຮັບປະທານບໍາລຸງກະເພາອາຫານ, ຊ່ວຍຈະເລີນອາຫານ, ແກ້ບິດຖ່າຍເປັນເລືອດ, ຂົ້ວບົດປະສົມເຫລົ້າຮັບປະທານແກ້ລິດສະດວງທະວານມີເລືອດອອກ, ຕົ້ມເອົານໍ້າບວນປາກແກ້ເຈັບແຂ້ວ, ເຈັບໃນປາກຄໍ. ທັງຕົ້ນ ຂັບເຫື່ອ, ຂັບພິດເຫື່ອຫັດ, ອີ່ສຸກ, ອີ່ໃສ, ດຳແດງ, ຂັບລົມ ຈະເລີນອາຫານ, ແກ້ທ້ອງອືດທ້ອງເຟີ້, ຂັບເສມຫະ, ດັບກິ່ນຄາວ, ພອກທາແກ້ພືນຄັນ, ແກ້ໄຟລາມທຸ່ງ, ແກ້ປວດຫົວ, ຕົ້ມດື່ມແກ້ໄອຫວັດ, ອາຫານເປັນພິດ, ແກ້ສະເອີ. ຮາກ ມີລົດຫວານເຢັນ, ກະທຸ່ງພິດໄຂ້, ອີ່ສຸກອີ່ໃສ. ນອກຈາກນັ້ນທັງຕົ້ນ, ໃບ ຍັງຮັບປະທານເປັນຜັກ ແລະ ໃຊ້ຕົກແຕ່ງອາຫານ, ຮາກ ແລະ ແກ່ນມີລົດຝາດຫອມ ໃຊ້ເປັນເຄື່ອງເທດ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,