ຫຍ້າດອກຂາວ
Little ironweed
Cyanthillium cinereum (L.) H.Rob.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຫຍ້າດອກຂາວ, ຜັກພາ
ໄທ: ຫ້າດອກຂາວ, ຫຍ້າລະອອງ, ຫຍ້າດອກຂາວ, ຫຍ້າໝໍນ້ອຍ, ໝໍນ້ອຍ
ຈີນ: ຊ່ຽວຊົ່ວໂຮ່, ເຊ່ຍຫັ່ງເຊົ່າ, ເຍ່ຊ່ຽງໜິວ, ຊ່ຽວຊ່ານຫູ່, ເຊ່ຽວຊົ່ວເຮົ່າ, ຊ່າງຫາງສ່າວ
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Asterales
- ຊື່ສະກຸນ
- Asteraceae
- ສະກຸນ
- Cyanthillium
- ຊະນິດ
- Cyanthillium cinereum
ຊື່ພ້ອງ
Cacalia cinerea (L.) Kuntze
Conyza cinerea L.
Cyanthillium cinereum var. cinereum
Cyanthillium cinereum var. ovatum Isawumi
Seneciodes cinereum (L.) Kuntze ex Kuntze
Serratula cinerea (L.) Roxb.
Vernonia cinerea (L.) Less.
Vernonia cinerea var. antoniensis (L.) Bolle
Vernonia cinerea var. erigeroides (DC.) H.O.Forbes
Vernonia cinerea var. parviflora (Reinw. ex Blume) DC.

ບັນຍາຍລັກສະນະທາງພືດສາດ
ຕົ້ນຫຍ້າດອກຂາວຈັດເປັນພືດລົ້ມລຸກຂະໜາດນ້ອຍມີອາຍຸປະມານ 1–5 ປີ, ມີຄວາມສູງຂອງຕົ້ນປະມານ 20–80 ຊມ, ລຳຕົ້ນທາງກາງແຕກກີ່ງກ້ານ, ກີ່ງ ແລະ ກ້ານຮຽວ, ລັກສະນະເປັນຮ່ອງ ແລະ ມີຂົນສີເທົາຂື້ນປົກຄຸມ. ໃບດ່ຽວ, ແຜ່ນໃບຮູບໄຂ່ ຫຼື ຮູບຫອກ, ປາຍມົນ ຫຼື ແຫຼມ, ຂອບເປັນແຂ້ວເລື່ອຍ, ກວ້າງ 1.5–3 ຊມ ແລະ ຍາວ 3.5–6.5 ຊມ, ສີຂຽວ. ດອກເປັນຊໍ່ເປັນຈຸກແໜ້ນຢູ່ບໍລິເວນປາຍຍອດ, ຊໍ່ໜື່ງມີດອກຍ່ອຍປະມານ 20 ດອກ, ດອກອອກລວມກັນເປັນຊໍ່ແຍກຂະແໜງ, ກວ້າງ 5–15 ຊັງຕີແມັດ, ແລະ ຍາວ 5–35 ຊມ. ໃບປະດັບລັກສະນະເປັນຮູບລະຄັງ 4 ຊັ້ນ, ດອກຍ່ອຍມີຂະໜາດນ້ອຍ, ດອກຍ່ອຍເປັນຫຼອດຍາວປະມານ 7 ມມ ແລະ ກວ້າງປະມານ 3 ມມ, ເປັນສີມ່ວງອົມສີແດງ ຫຼື ສີບົວ, ດອກບານເຕັມທີ່ສີດອກຈະຈາງລົງ, ພໍດອກແກ່ຈະປ່ຽນສີຂາວ. ໝາກແຫ້ງແກ່ນອ່ອນ, ມີແກ່ນດຽວ, ຮູບຊົງກະບອກສີນ້ຳຕານເຂັ້ມ, ເປືອກແຂງ ແລະ ແຫ້ງ ບໍ່ແຕກ, ຍາວ 1.5–2 ມມ ແລະ ກວ້າງ 0.5 ມມ, ດ້ານເທີງມີຂົນສີຂາວເປັນກະຈຸກ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ
ໝົດຕົ້ນມີຣົດຂົມຊຸ່ມເປັນຢາເຢັນອອກລິດຕໍ່ປອດ ແລະ ຕັບ, ມີສັບພະຄຸນເຮັດໃຫ້ເລືອດເຢັນ, ເປັນຢາແກ້ພິດ. ສ່ວນແກ່ນກໍ່ມີສັບພະຄຸນເປັນຢາແກ້ພິດເຊັ່ນກັນໂດຍການໃຊ້ແກ່ນແຫ້ງ 2–4 ກຼາມ ,ນຳມາບົດໃຫ້ລະອຽດໃຊ້ແຊ່ນ້ຳຮ້ອນດື່ມ. ຫາກເປັນພະຍາດຄວາມດັນເລືອດສູງ ແລະ ພະຍາດເບົາຫວານ, ໃຫ້ໃຊ້ໝົ້ດຕົ້ນນຳມາຕາກແຫ້ງໄວ້ຕົ້ມກິນເປັນປະຈຳ, ຊ່ວຍຮັກສາພະຍາດເບົາຫວານໃຫ້ໃຊ້ຫຍ້າດອກຂາວໝົດຕົ້ນລວມທັງຮາກປະມານ 1–2 ກຳມື, ນຳມາຕົ້ມກັບນ້ຳປະມານ 6–8 ຈອກ ເມື່ອນ້ຳຟົດໃຫ້ປະໄວ້ປະມານ 5–10 ນາທີ, ຈົນໄດ້ນ້ຳຢາສີເຫຼືອງຄືນ້ຳຊາ ຫຼື ຈະຕາກແຫ້ງນຳມາຕົ້ມ ຫຼື ແຊ່ດື່ມນ້ຳກໍ່ໄດ້, ໃຊ້ຫຼຸດອາການຢາກສູບຢາໂດຍການໃຊ້ຫຍ້າດອກຂາວໝົດຕົ້ນປະມານ 2-3 ຕົ້ນ, ໃສ່ນ້ຳພໍຖ້ວມຢາ, ຕົ້ມຟົດ 10 ນາທີ ໃຊ້ກິນປະຈຳ ຫຼື ຈະໃຊ້ໃນຮູບແບບຊາແຊ່ໃນຂະໜາດ 3 ກຼາມ, ມື້ລະ 3 ຄັ້ງ, ຫຼັງອາຫານ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ວິທະຍາ ບຸນວໍລະພັດ. 2554. ໜັງສືສະໝຸນໄພໄທ-ຈີນ ທີ່ໃຊ້ຫຼາຍໃນປະເທດໄທ. "ຫຍ້າດອກຂາວ". ໜ້າ 604.
ພາກວິຊາເພສັຊພຶກສາສາດ. 2539. ຄະນະເພສັຊສາດ, ມະຫາວິທະຍາໄລມະຫິດົນ. ໜັງສືສະໝຸນໄພພື້ນບ້ານລ້ານນາ."ຫຍ້າດອກຂາວ".
ເດລີນີວ. 2555. ຫຍ້າດອກຂາວ ສະໝຸນໄພຊ່ວຍເຊົາຢາສູບ.
ວີດ ທ່ຽງບຸນທຳ. 2542. ໜງັສືສະໝຸນໄພໄທ. ສະບັບພີມຄັ້ງທີ 5. "ຫຍ້າດອກຂາວ". ໜ້າ 819 - 820.
Wongwiwatthananukit, S. 2009. "Efficacy of Vernonia cinerea for smoking cessation" (PDF). Journal of Health Research. Bangkok, Thailand: College of Public Health Sciences, Chulalongkorn University. 23 (1): 31–6.

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,