- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Cucurbitales
- ຊື່ສະກຸນ
- Cucurbitaceae
- ສະກຸນ
- Trichosanthes
- ຊະນິດ
- Trichosanthes costata
ເປັນພືດເຄືອມີລໍາຕົ້ນເປັນຮ່ອງ ແລະ ມີມືເກາະ, ມີຂົນ. ລໍາຕົ້ນມັກເປັນຫ້າຫຼ່ຽມ. ໃບດ່ຽວຈັບລຽງສະຫຼັບ, ໃບມີຫຼາຍຮູບແບບ ເຊັ່ນ ຮູບຫົວໃຈ, ຮູບສາມລ່ຽມ, ຮູຍສີ່ລ່ຽມ, ຫ້າລ່ຽມ ແລະ ເປັນແຊກໆ, ກົກໃບວໍ້າ, ແຜ່ນໃບສີຂຽວເຂັ້ມແກມສີຂຽວອ່ອນ, ຜິວໃບຊາ. ໃບມີຄວາມກ້ວາງປະມານ 3-10 ຊມ. ຍາວປະມານ 4-10 ຊມ. ດອກດ່ຽວແຍກເພດຢູ່ຕົ້ນດຽວກັນ, ມີໃບປະດັບຍາວປະມານ 1.5-2 ຊມ, ດອກຜູ້ອອກເປັນຊໍ່ ກາບດອກຕິດກັນເປັນຫຼອດຍາວ, ສ່ວນປາຍແຍກເປັນແຊກຮູບຫອກ 5 ແຊກ, ກີບດອກ 5 ກີບ, ມີສີຂາວ, ໂຄນຕິດກັນເລັກນ້ອຍ, ເກສອນຜູ້ແມ່ນມີ 3 ອັນ, ສ່ວນດອກເພດແມ່ຈະອອກດ່ຽວໆ ແລະ ກີບລ້ຽງດອກມີລັກສະນະຄືກັບດອກເພດຜູ້. ໝາກມີລັກສະນະໝາກຮູບຮີ ຫຼື ຮູບໄຂ່ເປັນຫຼ່ຽມສີຂຽວ, ເວລາສຸກເປັນສີເຫຼືອງ ແລະ ແດງ. ໝາກມີຄວາມຍາວປະມານ 6 ຊມ, ສີຂຽວເມື່ອຍັງອ່ອນ, ເມື່ອແກ່ຈະເປັນສີເຫຼືອງ ຫຼື ສີແດງ.
ຍອດ, ໃບອ່ອນ ແລະ ໝາກນໍາມາລວມກັບແຈ່ວ, ກັບປົ່ນ, ກັບລາບ ແລະ ນໍາໄປແກງໃສ່ຊີ້ນ ແລະ ໃສ່ເຫັດປວກ ມີລົດຊາດຂົມຫວານ. ຮາກນໍາມາບົດຜະສົມນໍ້າຮ້ອນ ທາບ່ອນທີ່ມີອາການເຈັບປວດ. ແກ່ນຕົ້ມນໍ້າດື່ມເປັນຢາບັນເທົາອາການໄຂ້ ແລະ ຊ່ວຍໃນການຍ່ອຍອາຫານ.
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ສົມສະນິດ ບົວມະນີວົງ, ທັດສະພອນ ພະໄຊສົມບັດ ແລະ ພູທົງ ໂພທິສັດ, 2017. ພືດຜັກປ່າ ທີ່ນໍາໃຊ້ເປັນອາຫານ ໃນ ສປປ ລາວ (ເຫຼັ້ມ 1). (9), ພະນັກງານພະແນກນິເວດວິທະຍາ. ສະຖາບັນນິເວດທະຍາ ແລະ ເຕັກໂນໂລຊີ ຊີວະພາບ.
De Wilde, W.J.J.O. & Duyfjes B.E.E. 2006. Review of The Genus Gymnospetalum (Cucurbitaceae). Blumea 51: 281-296.