ເລກລຳດັບທີ: 801
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ສາຍບົວ
Hairy Water Lily
Nymphaea pubescens Willd.
ພືດ
ພືດລົ້ມລຸກ
ພືດນ້ຳເປັນທີ່ເປັນພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ສາຍບົວ, ສາຍບົວແດງ ໄທ: ບົວສາຍກິນ, ບົວກິນສາຍ, ສາຍບົວ, ບົວຂົມ, ບົວຂີ້ແພະ, ບົວແດງ, ບົວສາຍສີຊົມພູ Eng: hairy water lily or pink water-lily
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Nymphaeales
ຊື່ສະກຸນ
Nymphaeaceae
ສະກຸນ
Nymphaea
ຊະນິດ
Nymphaea pubescens
ຊື່ພ້ອງ
Nymphaea lotus var. pubescens (Willd.) Hook. f. & Thomson
ບັນຍາຍລັກສະນະທາງພືດສາດ
ເປັນພືດນໍ້າອາຍຸຫຼາຍປີ ມີເຫົ້ງາຢູ່ໃຕ້ດິນຮາກຝັກຢູ່ໃນດິນ, ກ້ານຢູ່ໃຕ້ນໍ້າ, ສ່ວນກ້ານດອກອ່ອນມີເປືອກລອກອອກໄດ້ເປັນສາຍໃຍ ຜິວກ້ຽງ ແລະ ບໍ່ມີໝາມ ຢູ່ໃນລະດັບນໍ້າເລີກ 0.3-1 ມ. ໃບດ່ຽວລຽງສະຫຼັບ, ແຜ່ນໃບມີເສັ້ນຜ່າສູນກາງ 25-30 ຊມ. ຂອບໃບຫຍັກ ແລະ ແຫຼມ, ຫູໃບເປີດ, ຜິວໃບອ່ອນວາງຢູ່ເທິງໝ້ານໍ້າ, ແຜ່ນໃບດ້ານເທິງລຽບເປັນມັນມີສີຂຽວເລື້ອມອວບນໍ້າຕານອ່ອນ ຫຼື ສີແດງເລືອດໝູ, ຜິວໃບດ້ານລຸ່ມຂອງໃບອ່ອນເປັນສີມ່ວງ, ໃບແກ່ຈະເປັນສີຂຽວ, ຜິວໃບດ້ານລຸ່ມຂອງໃບຖ້າແກ່ຈະເປັນສີນໍ້າຕານມີຂົນນຸ່ມໆ, ສ່ວນກ້ານໃບເປັນສີນໍ້າຕານອົມຂຽວອ່ອນ, ມີຮູອາກາດ. ດອກມີຢູ່ຫຼາຍສີແຕກຕ່າງກັນໄປ ເຊັ່ນ: ຊະນິດ ດອກສີຊົມພູ, ດອກຂາວ, ດອກແດງ, ດອກສິມ່ວງ ດອກສີເຫຼືອງ, ດອກສີຂຽວ ດອກມີກາບດອກ 4 ກີບ, ເປັນສີຂຽວເຫຼື້ອມນໍ້າຕານແດງ, ດອກເປັນຮູບວົງກົມ. ດອກມີກີບດອກຈໍານວນຫຼາຍລຽງຊ້ອນກັນຫຼາຍຊັ້ນ 19 ກີບ, ຮູບຫອກ ເມື່ອດອກບານເຕັມທີ່ຈະມີຄວາມກ້ວາງປະມານ 15-20 ຊມ, ດອກມີເກສອນເພດຜູ້ສີເຫຼືອງ, ມີຈໍານວນຫຼາຍ 60 ອັນ, ເປັນແຜນແປ ແລະ ເກສອນມີຄວາມຍາວປະມານ 2 ຊມ. ໝາກສົດ ແລະ ແກ່ນຈໍານວນຫຼາຍ ແກ່ນມີຂະໝາດນ້ອຍສີດໍາມີເນື້ອຫຸ້ມ ເປັນວຸ້ນໃສ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ

ເປືອກ ທີ່ຫຸ້ມຢູ່ອອກແລ້ວເດັດດອກອອກ ແລ້ວນໍາມາກິນ ເປັນຜັກສົດ ຫຼື ນໍາໄປປຸງແຕ່ງເປັນອາຫານ ນອກຈາກນີ້ຍັງສາມາດນໍາໄປເຮັດເຂົ້າໝົມ ແລະ ໃຊ້ວັດຄວາມເລິກຂອງລະດັບບໍລິເວນນໍ້າໄດ້ ເນື່ອງຈາກຄວາມຍາວຂອງກ້ານໃບ ແລະ ກ້ານດອກຈະຍາວຂື້ນຕາມລະດັບນໍ້າ. ກ້ານດອກຂອງບົວສາມາດນໍາມາສະກັດຍ້ອມສີເສັ້ນໄໝໄດ້ ໂດຍຈະໄດ້ສີເທົາ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,