ເລກລຳດັບທີ: 80
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-09-18
ໄມ້ບົງ
Bengal Bamboo
Bambusa tulda Roxb.
ພືດ
ໄມ້ຢືນຕົ້ນ
ໄມ້ປ່ອງ
×
ຊື່ທ້ອງຖີ່ນ:
ໜໍ່ບົງ, ບົງຂົມ ( spineless Indian bamboo)
ຊື່ພ້ອງ
:
Bambusa macala Buch.-Ham.
Bambusa macala Buch.-Ham. ex Munro
Bambusa trigyna Roxb.
Bambusa trigyna Roxb. ex Munro
Bambusa tulda var. gamblei P.Kumari & P.Singh
Dendrocalamus tulda (Roxb.) Voigt

ຊື່ສະກຸນ:
Poaceae
ຊະນິດໃກ້ຄຽງ:
ໄມ້ຊາງຄໍາ/ Golden Bamboo
ບັນຍາຍລັກສະນະທາງພືດສາດ:
ໄຜ່ຊະນິດນີ້ມີຄວາມສູງລະຫວ່າງ 10 ຫາ 12 ມ, ລຳຕົ້ນມັກຈະໂຄ້ງງໍ ແລະ ອອກເປັນກຸ່ມຫຼວມໆ, ມີເສັ້ນຜ່າສູນກາງປະມານ 3 ຫາ 5 ຊມ ບໍລິເວນກາງຂອງລຳຕົ້ນ. ແຕ່ລະປ້ອງຂອງລຳຕົ້ນລະຫວ່າງຂໍ້ (ປ້ອງ) ມີຄວາມຍາວປະມານ 30 ຫາ 35 ຊມ, ເມື່ອຍັງອ່ອນ ລຳຕົ້ນອາດມີລັກສະນະເປັນເກັດ ແລະ ຂໍ້ດ້ານລຸ່ມຈະມີຮາກອາກາດທີ່ຊ່ວຍໃຫ້ພືດຍຶດເກາະໄດ້.
ກາບໃບຂອງພືດຊະນິດນີ້ຫຼົ່ນຊ້າ ມີຄວາມຍາວປະມານ 13 ຫາ 15 ຊມ, ແລະ ກວ້າງ 16 ຫາ 17 ຊມ, ມັກປົກຄຸມດ້ວຍຂົນສີນ້ຳຕານ ແລະ ມີໃບຍ່ອຍ (ສ່ວນທີ່ຍືນອອກມານ້ອຍໆ) ທີ່ບໍ່ເທົ່າກັນ ແລະ ຕິດກັບແຜ່ນໃບ, ຂອບໃບມີຂົນຍາວ ແລະ ມິລິກຸນ (ໂຄງສ້າງຂະໜາດນ້ອຍທີ່ໂຄນໃບ) ແຄບ ແລະ ມີຂົນ.
ແຜ່ນໃບເປັນຮູບສາມຫຼ່ຽມກວ້າງ ແລະ ມີແຜ່ນໃບໜຽວຄ້າຍໜັງ, ອາດມີຮູບຮ່າງເປັນສັ້ນຊື່, ຮູບຫອກ ຫາຮູບຂອບຂະໜານ, ຍາວ 17 ຫາ 18 ຊມ, ກວ້າງ 1,5 ຫາ 2,5 ຊມ, ມີຂົນອ່ອນນຸ້ມປົກຄຸມທົ່ວຜິວໃບ ແລະ ຫູໃບເປັນພູຍາວສີຂາວ, ລິກຸນມີຂະໜາດນ້ອຍຫຼາຍ.
ດອກຂອງພືດຊະນິດນີ້ຮຽງຕົວເປັນກຸ່ມເອີ້ນວ່າຊໍ່ດອກ, ປະກອບດ້ວຍຊໍ່ດອກຍ່ອຍ ຍາວ 2 ຫາ 5 ຊມ, ແລະ ມີໃບປະດັບຄ້າຍກາບ ແຕ່ລະຊໍ່ມີສີມ່ວງປົນສີຂຽວອ່ອນ ມີລັກສະນະເປັນສັ້ນຊື່, ຍາວ 2 ຫາ 3 ຊມ ແລະ ກວ້າງ 0,3 ຫາ 0,4 ຊມ, ແຕ່ລະຊໍ່ດອກຍ່ອຍຈະມີດອກຍ່ອຍຈຳນວນ 4 ຫາ 10 ດອກ ໂດຍດອກບໍລິເວນກາງ 2 ຫາ 5 ດອກທີ່ສົມບູນ (ສາມາດຜະລິດແກ່ນໄດ້).
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Assam, Bangladesh, China South-Central, East Himalaya, India, Laos, Myanmar, Nepal, Thailand, Tibet, Vietnam, West Himalaya. [2]
Gloabla districbution of Bambusa tulda. Bestween 1905 to 2017. Source: [3]

ເຂດກະຈາຍພັນໃນລາວ
:
ພູພຽງບໍລິເວນ

ເຂດກະຈາຍພັນຕາມພູມສັນຖານ
:
ປ່າປະສົມປ່ຽນໃບ
ປ່າໄມ້ປ່ອງ
ແຄມຝັ່ງນໍ້າ
ປ່າໄມ້ປ່ອງ
ແຄມຝັ່ງນໍ້າ

ສະເພາະຖິ່ນໃນລາວ:
ພື້ນເມືອງ
ຮຸກຮານ
:
ບໍ່ຮຸກຮານ
ສະຖານະພາບການອະນູຮັກ IUCN
:
ມີຄວາມສ່ຽງໜ້ອຍສຸດ
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
ບັນຊີທີ່ III: ຊະນິດພັນປະເພດທົ່ວໄປ
ການນຳໃຊ້
ປະເພດການນຳໃຊ້:
ອຸປະກອນທຳຄວາມສະອາດ
ກິດຈະກຳການກະເສດ
ສິ່ງປູກສ້າງ
ອຸປະກອນ ແລະ ເຄື່ອງມື
ອາຫານ
ກິດຈະກຳການກະເສດ
ສິ່ງປູກສ້າງ
ອຸປະກອນ ແລະ ເຄື່ອງມື
ອາຫານ
ບັນຍາຍການນຳໃຊ້:
ອາຫານ: ຍອດອ່ອນສາມາດຮັບປະທານໄດ້ ເຖິ່ງແມ່ນວ່າຈະມີຣົດຂົມເລັກນ້ອຍ ຈຶງມັກດອງໄວ້ [8]. ຫຼື ສາມາດຕົ້ມ ແລະ ຮັບປະທານເປັນອາຫານ ໃສ່ໃນແກງ ຫຼື ດອງ ແລະ ຕາກແຫ້ງໄດ້ 8 ຫາ 10 ວັນ ຈຶ່ງສາມາດເກັບໄວ້ດົນ ແລະ ໃຊ້ເປັນອາຫານໄລຍະຍາວໄດ້. [1], [7]
ເຄື່ອງມື ແລະ ອຸປະກອນ: ລຳຕົ້ນສາມາດນຳໄປໃຊ້ເຮັດເປັນພາສະນະໃສ່ເຂົ້າໜຽວ ນອກຈາກນີ້ຍັງສາມາດໃຊ້ເປັນອຸປະກອນຕົກປາ, ສານກະຕ່າ ແລະ ໃຊ້ງານຝີມືຕ່າງໆ, [1], [9]. ລໍາຕົ້ນໄມ້ໄຜ່ຊະນິດນີ້ນິຍົມນຳມາໃຊ້ໃນງານກໍ່ສ້າງໃນຮ້ານ, ເຟີນິເຈີ, ກລ່ອງ, ເຄື່ອງຈັກສານ, ເສື່ອ, ເຄື່ອງໃຊ້ໃນຄົວເຮືອນ, ງານຝີມື ແລະ ໃຊ້ເປັນວັດຖຸດິບສຳຫຼັບເຮັດເຍື່ອກະດາດໃນໄທ, ງານຫັດທະກຳທີ່ເຮັດຈາກໄມ້ໄຜ່ຊະນິດນີ້ໃຊ້ຂັດເງົາດ້ວຍສ່ວນປະສົມຂອງນ້ຳມັນອ່ອນ ແລະ ໂອລຊິນເປັນທີ່ຮູ້ຈັກກັນດີ. [8]
ການໃຊ້ໃນຟາມ: ໃນພື້ນທີ່ທຳມະຊາດ ໄຜ່ມັກປູກຊື່ເປັນແນວກັ້ນລົມຮອບສວນ ແລະ ໄຮ່ນາ, [8]. ລໍາຕົ້ນມັກນໍາມາເຮັດຮົ້ວໄມ້ໄຜ່ ແຜ່ນໄມ້ໄຜ່ສຳຫຼັບຕາກຢາສູບ ແລະ ອື່ນໆ. [9]
ການກໍ່ສ້າງ: ລຳຕົ້ນສາມາດນຳມາເຮັດເສື່ອຜະໜັງໄມ້ໄຜ່ ແລະ ກະເບື້ອງຫຼັງຄາໄມ້ໄຜ່ໄດ້. [9]

ການປູກ ການລ້ຽງ:
ຊະນິດທຳມະຊາດ
ລະດູການເກັບກູ້:
ພຶກສະພາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ
ຕຸລາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ
ຕຸລາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
ລາຄາໜໍ່ໄມ້ໃນຕະຫຼາດລາວຢູ່ທີ່ປະມານ 15,000 ຫາ 30,000 ກີບຕໍ່ກິໂລ, ນິຍົມນຳມາຈຳນ່າຍຕະຫຼາດໃນລາວ ແລະ ສົ່ງອອກຕ່າງປະເທດ ເຊັ່ນ: ໄທ ແລະ ຈີນ [9]. ຈາການປະເມີນອາຫານປ່າ ລາຄາຂອງໜໍ່ໄມ້ຊະນິດນີ້ຢູ່ລະຫວ່າງ 5,000 ຫາ 70,000 ກີບຕໍ່ກິໂລ. [6]
ການຄຸ້ມຄອງຈັດການ
ສະພາບໂດຍລວມ:
ໜໍ່ບົງຈະເລີນເຕີບໂຕໄດ້ດີທີ່ສຸດໃນອຸ່ນຫະພູມ ກາງວັນຢູ່ລະຫວ່າງ 22 ຫາ 28 ອົງສາ ຕໍ່ປີ, ເຖິ່ງແມ່ນວ່າຈະທົນຕໍ່ອຸນຫະພູມສູງສຸດຢູ່ລະຫວ່າງ 9 ຫາ 32 ອົງສາກໍ່ຕາມ.
ໄຜ່ຊະນິດນີ້ມັກປະລິມານນ້ຳຝົນສະເລ່ນຕໍ່ປີ 1,200 ຫາ 2,500 ມມ ແຕ່ສາມາດທົນຕໍ່ປະລິມານນ້ຳຝົນໄດ້ຕັ້ງແຕ່ 700 ຫາ 4,500 ມມ.
ໜໍ່ບົງຈະເລີນເຕີບໂຕໄດ້ດີໃນພື້ນທີ່ຮົ່ມເງົາ ແຕ່ກໍ່ສາມາດຈະເລີນເຕີບໂຕໄດ້ດີໃນພື້ນທີ່ທີ່ມີແສງແດດ.
ໜໍ່ບົງສາມາດຈະເລີນເຕີບໂຕທີ່ດີທີ່ສຸດ ເກີດຂື້ນໃນດິນທີ່ອຸດົມສົມບູນລະດັບປານກາງ ຫາຫຼາຍ ໂດຍມີຄ່າ pH ທີ່ເໝາະສົມຢູ່ລະຫວ່າງ 5.0 ຫາ 6.0 ແລະ ທົນຕໍ່ສະພາວະຕ່າງໆ ໄດ້ຕັ້ງແຕ່ 4.5 ຫາ 6.5.
ແຫຼ່ງທີ່ມາ: [10]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
[1] "Bambusa tulda," *Guadua bamboo*, [Online]. Available: https://www.guaduabamboo.com/blog/bambusa-tulda. [Accessed: Aug. 27, 2024].
[2] "Photo of Gigantochloa albociliata," *iNaturalist*, [Online]. Available: https://www.inaturalist.org/photos/201279888. [Accessed: Aug. 27, 2024].
[3] "Bambusa tulda," *Rare Palm Seeds*, [Online]. Available: https://www.rarepalmseeds.com/bambusa-tulda. [Accessed: Aug. 27, 2024].

ອ້າງອິງ:
[1] "Title of the Document," *NAFRI*, [Online]. Available: http://lad.nafri.org.la/fulltext/3969-0.pdf. [Accessed: Aug. 27, 2024].
[2] "Bambusa tulda," *Plants of the World Online*, [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:392551-1. [Accessed: Aug. 27, 2024].
[3]. GBIF Secretariat, Bambusa tulda Roxb., GBIF Backbone Taxonomy. [Online]. Available: https://www.gbif.org/species/2705765 [Ac-cessed: 16-Sep-2025].
[4]. M. Newman, S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay, and K. Armstrong, A Checklist of the Vascular Plants of Lao PDR. Edinburgh, UK: Royal Botanic Garden Edinburgh; Vientiane, Laos: Forestry Research Centre, National Agriculture and Forestry Research Institute; Department of Biology, Faculty of Science, Na-tional University of Laos; IUCN Lao PDR, 2007. [Online]. Available: https://portals.iucn.org/library/efiles/documents/2007-014.pdf [Accessed: 16-Sep-2025]
[5] M. Newman, S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay, and K. Armstrong, A Checklist of the Vascular Plants of Lao PDR, Edinburgh, UK: Royal Botanic Garden Edinburgh; Vientiane, Laos: Forestry Research Centre, National Agriculture and Forestry Research Institute; National University of Laos; IUCN Lao PDR, 2007. [Online]. Available: https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf [Accessed: 18-Sep-2025]
[6]. Nafri and CDE, “wild food assessment” AFN II, 2025.
[7] "Bambusa tulda," *ECHO Community*, [Online]. Available: https://assets-global.echocommunity.org/pdf/FPI/PFS/Bambusa+tulda.PDF. [Ac-cessed: Aug. 27, 2024].
[8]. Ken Fern, “Bambusa tulda,” Useful Tropical Plants Database. [Online]. Available: https://tropical.theferns.info/viewtropical.php?id=Bambusa+tulda [Accessed: 18-Sep-2025].
[9] "Case Study on Bamboo Marketing in Lao P.D.R," *Open Develop-ment Mekong*, [Online]. Available: https://rb.gy/5sqdmy. [Accessed: Aug. 27, 2024].
[10] "Bambusa tulda," *The Ferns*, [Online]. Available: https://tropical.theferns.info/viewtropical.php?id=Bambusa+tulda. [Accessed: Aug. 27, 2024].

ຜູ້ສ້າງ Factsheet:
Keooudone Souvannakhoummane
ຜູ້ກວດສອບ Factsheet:
,