ໃບພູ
Betel pepper
Piper betle L.
ພືດ
ພືດລົ້ມລຸກ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ໃບພູ
ໄທ: ໃບພູ, ຊີ້ເກ໊ະ, ພູຈີນ
ພາສາອັງກິດ: Betel pepper, Betel vine
ຈີນ: 蒌叶
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Piperales
- ຊື່ສະກຸນ
- Piperaceae
- ສະກຸນ
- Piper
- ຊະນິດ
- Piper betle
ຊື່ພ້ອງ
Piper betle var. densum (Blume) C. DC.
Piper betle f. densum (Blume) Fosberg
Piper betle var. marianum (Opiz) C. DC.
Piper betle f. marianum (Opiz) Fosberg
Piper betle var. psilocarpum C. DC.
Piper betle f. densum (Blume) Fosberg
Piper betle var. marianum (Opiz) C. DC.
Piper betle f. marianum (Opiz) Fosberg
Piper betle var. psilocarpum C. DC.
ບັນຍາຍລັກສະນະທາງພືດສາດ
ເປັນພືດເຄືອຍາວ, ລໍາຕົ້ນອວບນໍ້າ, ມີຮ່ອງນ້ອຍໆ, ຍາວຂະໜານໄປຕະຫຼອດລໍາຕົ້ນ, ສີນໍ້າຕານ, ສັນຮ່ອງມີສີຂຽວ, ມີຂໍ້ເຫັນຊັດເຈນ, ຮາກອອກຮອບຂໍ້ໄວ້ຍືດເກາະ, ທຸກສ່ວນມີກິ່ນຫອມສະເພາະ. ໃບດ່ຽວ ຕິດກັບລໍາຕົ້ນແບບສະລັບ ແຜ່ນໃບຮູບໄຂ່ ຫຼື ຮູບຫົວໃຈຄ້າຍໃບໂພ, ປາຍໃບແຫຼມ, ຜີວໃບຮຽບ, ຜີວແຜ່ນໃບມັນ ແລະ ມີສີເຂັ້ມຜີວທ້ອງໃບ, ຂອບໃບລຽບ, ໃບອ່ອນຈະເປັນສີຂຽວ ແລະ ໃບແກ້ສີຈະເຂັ້ມຂື້ນ ແລະ ມີກິ້ນຂີວ, ໃບກວ້າງ 3-10 ຊມ ແລະ ຍາວ 4-12 ຊມ. ດອກ ອອກເປັນກຸ່ມລຽນຢູ່ເທິງກ້ານຊໍ່ດອກ ດອກມີຂະໜາດນ້ອຍສີຂາວບໍ່ມີກ້ານ, ລັກສະນະດອກເປັນຮູບຊົງກະບອກ, ດອກເພດຜູ້ ແລະ ເພດແມ່ຈະແຍກກັນຢູ່ຄົນລະດອກ. ໝາກຮູບກົມ, ອັດແໜ້ນເປັນຊໍ່, ເນື້ອນຸ່ມ, ເມືອສຸກມີສີແດງ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ
ໃບພູ ມີລົດເຜັດ, ແກ້ເຈັບແຂ້ວ, ແກ້ລຳມະນາດ, ແກ້ປາກເໜັນ, ຂັບລົມໃນລຳໄສ້, ແກ້ທ້ອງອືດ, ທ້ອງເຟີ້, ແກ້ເຈັບທ້ອງ, ຖອກທ້ອງ, ກະຕຸ້ນໃຫ້ເລືອດໜູນວຽນໄດ້ດີ, ໃຊ້ພາຍນອກແກ້ປວດບວມຟົກຊໍ້າ, ຂ້າເຊື້ອພະຍາດ, ແກ້ການອັບເສບຂອງເຍື່ອດັງ ແລະ ຄໍ, ແກ້ນໍ້າກັດຕີນ, ແກ້ຄັນ, ແກ້ລົມພິດ, ແກ້ກາກ. ປະລິມານໃນການໃຊ້ ຮັກສາກາກ ໂດຍໃຊ້ໃບສົດ 3-5 ໃບ ລ້າງໃຫ້ສະອາດ ຕໍ່າໃຫ້ລະອຽດປະສົມກັບເຫລົ້າ ຄັ້ນເອົານໍ້າທາບໍລິເວນທີ່ເປັນ. ຮັກສາອາການແພ້ລັກສະນະລົມພິດ, ອັບເສບ, ແມງໄມ້ກັດ ໂດຍໃຊ້ໃບສົດ ຕໍ່າໃຫ້ລະອຽດປະສົມກັບເຫລົ້າແຊ່ໄວ້ປະມານ 5 ນາທີ ທາບໍລິເວນທີ່ເປັນ. ແກ້ອາການປວດທ້ອງ ໂດຍໃຊ້ໃບສົດ 10-15 ໃບ ລ້າງໃຫ້ສະອາດ ຕົ້ມໃນນໍ້າ 500 ຊີຊີ ຕອງເອົາແຕ່ນໍ້າມາດື່ມ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ໂຊຕິອະນັນ. 2550. ຮັກສາໂລກດ້ວຍສະໜຸນໄພໃກ້ໂຕ. ສຳນັກພິມ The Knowleodge Center. (239-241). ປະເທດໄທ.
ເພັນນະພາ ຊັບຈະເລີນ. 2543. ສະໜຸນໄພກັບວັດທະນາທຳໄທ ຕອນທີ່ 3 ໄມ້ຮິມຮັ້ວ. ສະຖາບັນການແພດໄທ. ກົມການແພດ. (148-150).ປະເທດໄທ
ຍຸວະດີ ຈອມພິທັກ. 2544. ປູກສະໜຸນໄພໃຊ້ເອງ. ສຳນັກພິມປະພັນສາສ໌ນ. (119-121). ປະເທດໄທ
Nair, Urmila J.; Obe, Günter; Friesen, Marlin; Goldberg, Mark T.; Bartsch, Helmut. 1992. "Role of Lime in the Generation of Reactive Oxygen Species from Betel-Quid Ingredients". Environmental Health Perspectives. 98: 203–5.
Guha, P. 2006. "Betel leaf: The neglected green gold of India" (PDF). J. Hum. Ecol. 19 (2).
ເພັນນະພາ ຊັບຈະເລີນ. 2543. ສະໜຸນໄພກັບວັດທະນາທຳໄທ ຕອນທີ່ 3 ໄມ້ຮິມຮັ້ວ. ສະຖາບັນການແພດໄທ. ກົມການແພດ. (148-150).ປະເທດໄທ
ຍຸວະດີ ຈອມພິທັກ. 2544. ປູກສະໜຸນໄພໃຊ້ເອງ. ສຳນັກພິມປະພັນສາສ໌ນ. (119-121). ປະເທດໄທ
Nair, Urmila J.; Obe, Günter; Friesen, Marlin; Goldberg, Mark T.; Bartsch, Helmut. 1992. "Role of Lime in the Generation of Reactive Oxygen Species from Betel-Quid Ingredients". Environmental Health Perspectives. 98: 203–5.
Guha, P. 2006. "Betel leaf: The neglected green gold of India" (PDF). J. Hum. Ecol. 19 (2).
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,