ເລກລຳດັບທີ: 796
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19

ຕົ້ນດອກຈຳປາຂາວ
Great White Frangipani

Plumeria obtusa L.


ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ

1 / 1
Image 1


ຊື່ທ້ອງຖີ່ນ:
ລາວ: ຕົ້ນຈຳປາຂາວ ໄທ: ລັ່ນທົມຂາວ,ລີລາວະດີ ພາສາອັງກິດ: Singapore plumeria

ຊື່ພ້ອງ :
Plumeria obtusa var. laevis Griseb.
Plumeria obtusa var. obtusa
Plumeria obtusa var. parviflora Griseb.
Plumeria obtusa var. sericifolia (C.Wright ex Griseb.) Woodson

ຊື່ສະກຸນ:
Apocynaceae

ຊະນິດໃກ້ຄຽງ:

ບັນຍາຍລັກສະນະທາງພືດສາດ:
ເປັນຕົ້ນໄມ້ຂະໜາດນ້ອຍ, ສູງປະມານ 3-6 ແມັດ, ລໍາຕົ້ນ ແລະ ກິ່ງອວບນໍ້າ, ສີນໍ້າຕານປົນເທົາ, ແຕກກິ່ງກ້ານສາຂາເປັນພຸ່ມກວ້າງ, ທຸກສ່ວນມີຢາງສີຂາວ. ໃບດ່ຽວ ລຽນວຽນສະລັບຖີ່ບໍລິເວນປາຍກິ້ງ, ແຜ່ນໃບຮູບໄຂ່ກັບແກມຂະນານ, ກວ້າງ 5-8 ຊມ, ຍາວ 20-32 ຊມ, ປາຍໃບ ແລະ ກົກໃບມົນ, ຂອບໃບລຽບ, ມີດອກຍ່ອຍ 8-16 ດອກ, ກີບດອກເຊື່ອມກັນເປັນຫຼອດ ພາຍໃນມີຂົນ. ປາຍແຍກເປັນ 5 ກີບ ຊ້ອນເຫຼື້ອມກັນ ກີບຮູບໄຂ່ກັບປາຍມົນ. ປາຍກີບໂຄ້ງລົງໄປທາງດ້ານກົກດອກ ເມື່ອດອດຍ່ອຍບານມີເສັ້ນຜ່ານສູນກາງ 6-8 ຊມ, ກິ່ນຫອມອ່ອນຕະຫຼອດວັນ. ໝາກ ເປັນຝັກຄູ່ຮູບຍາວຮີ, ກວ້າງ 1.5 ຊມ. ເມື່ອແກ່ແຕກເປັນສອງຊີ້ນ ມີແກ່ນຈຳນວນຫຼາຍ ແກ່ນແບບມີປີກ.

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A

ເຂດກະຈາຍພັນໃນລາວ :
ລຽບແມ່ນ້ຳຂອງພາກເໜືອ
ທົ່ງພຽງວຽງຈັນ

ເຂດກະຈາຍພັນຕາມພູມສັນຖານ :

ສະເພາະຖິ່ນໃນລາວ:
N/A

ຮຸກຮານ :
N/A

ສະຖານະພາບການອະນູຮັກ IUCN :
N/A

ສະຖານະພາບການອະນຸຮັກແຫ່ງຊາດລາວ :
N/A

ການນຳໃຊ້
ປະເພດການນຳໃຊ້:
ພືດເປັນຢາ
ພືດປະດັບ

ບັນຍາຍການນຳໃຊ້:

ເປືອກ ແລະ ຮາກຂອງຕົ້ນຈຳປາຂາວ ມີລົດຂົມ, ເປັນຢາຖ່າຍຢ່າງຮຸນແຮງ, ຕົ້ມດື່ມແກ້ພະຍາດໜອງໃນ, ແກ້ໄຂ້, ຖ່າຍຂັບລະດູ. ແກ່ນມີລົດຂົມ, ໃຊ້ເປັນຢາແກ້ໄອ, ກະຫາຍນໍ້າ. ໃບ ແລະ ຕົ້ນມີລົດຂົມເມົາ ມີສານຕ້ານເນື້ອງອກ ໃຊ້ລົດການຟົກຊໍ້າ ແລະ ຮັກສາແຜຊໍ້າເຮືອ. ດອກມີລົດຊຸ່ມສຸຂຸມ ຊົງເປັນຊາດື່ມແກ້ຮ້ອນໃນ, ແກ້ບິດ, ແກ້ໄຂ້ ແລະ ແກ້ໄຂ້ມາລາເຣຍ. ແກ້ໄຂ້ ແລະ ແກ້ໄຂ້ມາເລເຣຍ ໂດຍໃຊ້ດອກແຫ້ງຄັ້ງລະ 10-15 ກຼາມຕົ້ມນໍ້າປະມານ 500 ຊີຊີ ແລ້ວຕອງເອົານໍ້າມາດື່ມວັນ 1-2 ເທື່ອ ເຊົ້າ-ແລງ ຫຼື ໃຊ້ດອກຮັບປະທານກັບພູກໍ່ໄດ້. ແກ້ຮ້ອນໃນ ແລະ ແກ້ບິດ ໂດຍໃຊ້ດອກແຫ້ງ 15-25 ກຼາມ ຕົ້ມນໍ້າປະມານ 500 ຊີຊີ ແລ້ວຕອງເອົານໍ້າມາດື່ມ.



ການປູກ ການລ້ຽງ:
N/A

ລະດູການເກັບກູ້:

ການຄຸ້ມຄອງຈັດການ:
N/A

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:

ອ້າງອິງ:
ໂຊຕິອະນັນ. 2550. ຮັກສາໂລກດ້ວຍສະໜຸນໄພໃກ້ໂຕ. ສຳນັກພິມ The Knowleodge Center. (334-336). ປະເທດໄທ.
NITTYA K. DOGRA. 2016. Phytochemical Analysis and In vitro Antioxidant Studies of Plumeria obtuse L. Leaves. Department of Pharmaceutical Sciences and Drug Research. Punjabi University. India.
Potechaman Pitpiangchan. Uraiwan Dilokkunanant. Udomlak Sukkatta. Srunya Vajrodaya. Vichai Haruethaitanasan. Putthita Punjee. Prapasson Rukthaworn. 2009. Comparative study of scented compound extraction from Plumeria obtuse L. Department of Botany. Faculty of Science. Kasetsart University.

ຜູ້ສ້າງ Factsheet:

ຜູ້ກວດສອບ Factsheet: