- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Sapindales
- ຊື່ສະກຸນ
- Rutaceae
- ສະກຸນ
- Citrus
- ຊະນິດ
- Citrus aurantiifolia
Citrus × aurantiifolia subsp. latifolia (Yu.Tanaka) S.Ríos, D.Rivera & Obón
Citrus × aurantiifolia subsp. murgetana García Lidón & al.
Citrus aurantiifolia subsp. murgetana García Lidón, D. Rivera, S. Ríos & Obón
ເປັນໄມ້ຟຸ່ມ ສູງ 2–4 ແມັດ, ກີ່ງອ່ອນມີໜາມແຫຼມ, ເປືອກຕົ້ນລຽບສີນ້ຳຕານປົນເທົາ, ໃບເປັນໃບປະສົມອອກສະຫຼັບ, ມີໃບຍ່ອຍໃບດຽວເປັນຮູບໄຂ່ ຫຼື ຮູບຂອບຂະໜານ, ກວ້າງ 3–5 ຊັງຕີແມັດ, ຍາວ 4–8 ຊັງຕີແມັດ, ປາຍໃບແຫຼມ, ປາຍໃບມົນມີປີກແຄບໆ, ຂອບໃບແຂ້ວເລື້ອຍຖີ່, ແຜ່ນໃບມີຕ່ອມນ້ຳມັນກະຈາຍຢູ່ຕາມຜີວໃບ. ດອກອອກເປັນຊໍ່ສັ້ນ 5–7 ດອກ ຫຼື ອອກດອກດ່ຽວຕາມຊອກໃບຢູ່ປາຍກີ່ງ, ດອກສີຂາວ, ກາບດອກມີ 4–5 ກາບ, ຫຼົ່ນງ່າຍ. ໝາກເປັນຮູບກົມ, ຜີວລຽບກ້ຽງ, ໝາກອ່ອນສີຂຽວເຂັ້ມ. ເມື່ອແກ່ເປັນສີເຫຼືອງ. ຂ້າງໃນແບ່ງເປັນຫ້ອງສົມມະມາດລັດສະໝີ, ມີຣົດສົ້ມ, ແກ່ນກົມຮຽວ, ສີຂາວ ມີ 10–15 ແກ່ນ.
ແກ້ໄອ ແລະ ຂັບຂີ້ກະເທີ່ ໂດຍການນຳໝາກສົດຄັ້ນເອົານ້ຳໃສ່ເກືອເລັກນ້ອຍ ຫຼື ຄັ້ນເອົານນ້ຳປະສົມນ້ຳເຜີ້ງ 1 ຕໍ່ 3 ສ່ວນ ຈິບເບົາໆ ຫຼື ຝານບາງໆຈ້ຳເກືອ, ແກ້ໄອນຳໃບໝາກນາວປາດເປັນຕ່ອນນ້ອຍໆແຊ່ນ້ຳຮ້ອນດື່ມແບບນ້ຳຊາ ຊ່ວຍຫຼຸດໄຂ້ ແລະ ໃຊ້ກົ້ວຄໍຂ້າເຊື້ອພະຍາດໄດ້ດີ. ເປັນຢາຂັບຂີ້ກະເທີ່ຮັກສາອາການໄອ, ຄັນຄໍຈາກຂີ້ກະເທີ່ ບັນເທົາອາການເຈັບຄໍໂດຍໃຊ້ນ້ຳໝາກນາວຈາກໜ່ວຍທີ່ໃຫຍ່ເຕັມທີ່ມີຣົດສົ້ມຕື່ມເກືອເລັກນ້ອຍ ຫຼື ຈະເຮັດນ້ຳໝາກນາວຕື່ມເກືອນ ແລະ ນ້ຳຕານເລັກນ້ອຍ, ແກ້ປວດຝີ, ແກ້ພິດອັກເສບໃຊ້ຮາກຝົນກັບເຫຼົ້າທາບໍລິເວນທີ່ເປັນ.
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ກົມສົ່ງເສີມການກະເສດ. 2546. ໝາກນາວ. ກະຊວງກະເສດ ແລະ ສະຫະກອນ, ກຸງເທບ. ໜ້າ 4.
ສະຖາບັນວິໄຈພືດສວນ. 2548. ພະຍາດ ແລະ ແມງໄມ້ສັດຕູສົ້ມ. ກົມວິຊາການກະເສດ. ໜ້າ 40.
Nicolosi, E.; Deng, Z.N.; Gentile, A.; La Malfa, S.; Continella, G.; Tribulato, E. (2000). "Citrus phylogeny and genetic origin of important species as investigated by molecular markers". Theoretical and Applied Genetics. 100 (8): 1155–1166.
Curk, Franck; Ancillo, Gema Ancillo; Garcia-Lor, Andres; Luro, François; Perrier, Xavier; Jacquemoud-Collet, Jean-Pierre; Navarro, Luis; Ollitrault, Patrick (2014). "Next generation haplotyping to decipher nuclear genomic interspecific admixture in Citrus species: analysis of chromosome 2". BMC Genetics. 15: 152.