ເລກລຳດັບທີ: 794
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຜັກຫອມເປ
Culantro
Eryngium foetidum L.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຫອມເປ, ຫອມເທດ. ໄທ: ຜັກຊີຝຣັ່ງ ( ທົ່ວໄປ ), ຜັກຊີດອຍ, ຜັກຈີດອຍ, ຜັກຈີຝຣັ່ງ, ຫອມປ້ອມກຸລາ, ຫອມປ້ອມກູລວາ, ຫອມປ້ອມເປີ້
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Apiales
ຊື່ສະກຸນ
Apiaceae
ສະກຸນ
Eryngium
ຊະນິດ
Eryngium foetidum
ຊື່ພ້ອງ
Eryngium foetidum Walter
Eryngium foetidum f. comosum Urb.
Eryngium foetidum f. nudum H.Wolff
ບັນຍາຍລັກສະນະທາງພືດສາດ
ລຳຕົ້ນເປັນລຳຕົ້ນ ຫຼື ເຫງົ້າໃຕ້ດິນ ແລະ ອາດຢູ່ເໜືອດິນເລັກນ້ອຍ. ຮາກເປັນລະບົບຮາກແກ້ວ, ມີຮາກຝອຍແຕກຍ່ອຍອອກຮອບໆ. ໃບແທງອອກຈາກເຫງົ້າທີ່ເປັນລຳຕົ້ນລຽນວຽນຮອບເຫງົ້າແໜ້ນເປັນຈຸກ, ກ້ານໃບມີລັກສະນະສັ້ນ ຍາວ 0.5–1 ຊັງຕີແມັດ. ໃບຮູບໄຂ່-ຂອບຂະໜານ, ກວ້າງ 1–4 ຊັງຕີແມັດ ແລະ ຍາວ 5–35 ຊັງຕີແມັດ. ປາຍໃບແຫຼມ, ຂອບໃບແຂ້ວເລື້ອຍ, ແຂງກະດ້າງ, ໃບອ່ອນມີສີຂຽວສົດ ເມື່ອແກ່ມີສີຂຽວເຂັ້ມ. ດອກເກີດຢູ່ປາຍຍອດເຄີ່ງກາງຂອງລຳຕົ້ນ, ມີກ້ານດອກແຂງຍາວ 10–30 ຊັງຕີແມັດ, ໃບປະດັບຢູ່ກ້ານດອກ ຮູບຫອກ. ກາບດອກສີຂຽວ 5 ກາບ, ຮູບຂະໜານແກມຮູບໄຂ່ ຍາວປະມານ 0.5–0.75 ຊັງຕີແມັດ ແລະ ມີກາບດອກ 5–7 ກາບ, ສີຂາວ. ດອກມີດອກຍ່ອຍຈຳນວນຫຼາຍເປັນດອກສົມບູນເພດ, ມີເກສອນເພດຜູ້ 5 ອັນ, ກ້ານຊູເກສອນສີຂາວ, ເກສອນເພດແມ່ເປັນເສັ້ນກົມ 2 ເສັ້ນ, ບໍ່ມີຖານເກສອນ. ໝາກມີຂະໜາດ 1.5 x 0.75 ມີນລີແມັດ, ເມື່ອແກ່ ແລະ ແຫ້ງ ຈະແຕກອອກເປັນ 2 ປ່ຽງ, ແຕ່ລະປ່ຽງຈະມີແກ່ນດ້ານໃນຈຳນວນຫຼາຍ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດສາຍພູຫຼວງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້, ເຂດສາຍພູຫຼວງຕອນລຸ່ມ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ໃບ ແລະ ຊໍ່ດອກ ຮັບປະທານເປັນຜັກສົດ ຫຼື ຊອຍເພື່ອປຸງຣົດຊາດອາຫານ. ທາງດ້ານຢາ ໃບ ຫຼື ລຳຕົ້ນນັ້ນ ຕຳແລ້ວທາ ແກ້ອາການອັກເສບຂອງພິດງູ, ແມງເງົາ, ຂີ້ເຂັບ ແລະ ແມງໄມ້ມີພິດ, ນ້ຳມັນລະເຫີຍທີ່ກັ່ນຈາກກີ່ງ ແລະ ໃບ ຊ່ວຍບຳລຸງຫົວໃຈ ແກ້ເປັນລົມໜ້າມືດຕາລາຍ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,