ເລກລຳດັບທີ: 790
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-19
ຕົ້ນສອບແສບ
Connarus
Connarus semidecandrus Jack
ພືດ
ພືດເຄືອ
ພືດເຄືອ (ມີເນື້ອໄມ້)
×
ຊື່ທ້ອງຖີ່ນ:
ລາວ: ຕົ້ນສອບແສບ (ໂປເລາະ)ໄທ: ຄອບແຄບເຄືອ, ເຄືອໄຫຼນ້ອຍ, ເຄືອໝາວໍ. ຂາງຂາວ, ຂາງແດງ, ຂາງນໍ້າຄັ່ງ, ກະລໍາເພາະ, ທອບແທບ
ຊື່ພ້ອງ
:
Connarus semidecandrus Jack
Connarus semidecandrus var. gaudichaudii (DC.) Fosberg
Connarus semidecandrus var. gaudichaudii (DC.) Fosberg
ຊື່ສະກຸນ:
Connaraceae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ເປັນເຄືອ, ເປັນໄມ້ເລື້ອຍເນື້ອແຂງ, ພາດພັນກັບຕົ້ນໄມ້ອື່ນ, ສູງ 2-6 ຊມ. ເປືອກລໍາຕົ້ນລຽບເປັນສີນໍ້າຕານ, ຜິວເປືອກເປັນຕຸ່ມນ້ອຍໆ, ຕາມກິ່ງອ່ອນ ແລະ ຍອດອ່ອນມີຂົນຂື້ນປົກຄຸມ. ໃບປະສົມແບບຂົນນົກ, ຈັບແບບລຽງສະຫຼັບ, ໃບຍ່ອຍ 3-7 ໃບ, ກ້ານໃບສັ້ນ, ໃບຍ່ອຍຮູບຮີ ຫຼື ໃບເປັນຮູບຫອກ, ຍາວ 8-22 ຊມ, ກວ້າງ 4-8 ຊມ. ກົກໃບມົນ, ຂອບໃບລຽບ, ປາຍໃບແຫຼມ, ໃບອ່ອນເປັນສີນໍ້າຕານ, ຖ້າເປັນໃບແກ່ຈະເປັນສີຂຽວ, ຜິວໃບມັນເຫຼືອມ, ເສັ້ນໃບມີປະມານ 4-12 ຄູ່. ດອກອອກເປັນຊໍ່ຕາມຊອກໃບ ແລະ ປາຍກິ່ງ, ຊໍ່ດອກຍາວ 35 ຊມ. ກ້ານຊໍ່ດອກມີຂົນເປັນສີນໍ້າຕານປົນເຫຼືອງປົກຄຸມ, ດອກຍ່ອຍເປັນສີຂາວ, ມີກີບດອກ 5 ກີບ, ກີບດອກເປັນຫອກ ຫຼື ຮູບຂອບຂະໝານແຄບ, ດ້ານນອກກ້ຽງ ແລະ ຖານກີບດອກເຊື້ອມຕິດກັນ. ກາບດອກມີ 5 ກີບ, ສີນໍ້າຕານອ່ອນ, ຮູບໄຂ່ ຫຼື ຮູບຮີ ປາຍແຫຼມ, ດ້ານນອກມີຂົນນຸ່ມ, ສ່ວນດ້ານໃນກ້ຽງ. ໝາກເປັນຮູບກ່ຽວ, ໝາກກວ້າງ 1-2 ຊມ, ຍາວ 1.5-3.5 ຊມ, ເປືອກໝາກບາງສີຂຽວ ຜິວໝາກດ້ານນອກລຽບກ້ຽງ.
ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
N/A
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ
ພືດເປັນຢາ
ບັນຍາຍການນຳໃຊ້:
ຍອດອ່ອນນໍາມາກິນເປັນຜັກສົດ ມີລົດຊາດຝາດ ກັບລາບ, ກັບແຈ່ວ, ເປັນຜັກພັນ. ໃບນໍາໄປຕົ້ມລ້າງບາດແຜ່ນໍ້າຮ້ອນລວມ ຫຼື ໄຟໄໝ້. ເຄືອຕັດເອົາມາຕົ້ມດື່ມບໍາລຸງກໍາລັງ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
ສົມສະນິດ ບົວມະນີວົງ, ທັດສະພອນ ພະໄຊສົມບັດ ແລະ ພູທົງ ໂພທິສັດ, 2017. ພືດຜັກປ່າ ທີ່ນໍາໃຊ້ເປັນອາຫານ ໃນ ສປປ ລາວ (ເຫຼັ້ມ 1). (43), ພະນັກງານພະແນກນິເວດວິທະຍາ. ສະຖາບັນນິເວດທະຍາ ແລະ ເຕັກໂນໂລຊີ ຊີວະພາບ.
ຄອບແຄບເຄືອ, (1), ສະຖາບັນວິໄຈວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງປະເທດໄທ.
ຄອບແຄບເຄືອ, (1), ສະຖາບັນວິໄຈວິທະຍາສາດ ແລະ ເຕັກໂນໂລຊີ ແຫ່ງປະເທດໄທ.
ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: