ເລກລຳດັບທີ: 782
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-12-16
ຜັກແວ່ນ
Water Clover
Marsilea quadrifolia L.
ພືດ
ພືດບໍ່ມີແກ່ນ
ຜັກກູດ
1 / 3
Image 1
2 / 3
Image 2
3 / 3
Image 3
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
(Common Water Clover, European Waterclover, European Marsilea, Eu-ropean pepperwort, European water fern, European water-clover, Four-leaf clover, water shamrock, water-clover, European water-fern.)
ອະນຸກົມວິຖານ
ຊື່ສະກຸນ
Marsileaceae
ຊື່ພ້ອງ
Lemma quadrifolia (L.) Desr.
Lemma quadrifolia (L.) Desr. ex Lam.
Marsilea europaea Desv.
Marsilea quadrifolia f. aquatica A.Braun
Marsilea quadrifolia f. aquatica A.Braun ex Glück
Marsilea quadrifolia f. natans Glück
Marsilea quadrifolia f. submersa Glück
Marsilea quadrifolia f. terrestris Glück
Marsilea quadrifoliata (L.) L.
Marsilea vulgaris Bubani, 1902
Pteris quadrifolia (L.) L.
Pteris quadrifoliata L.
Spheroidia quadrifolia (L.) Dulac
Spheroidia quadrifoliata Dulac
Zaluzianskia marsileoides Neck.
Zaluzianskia marsilioides Neck.
Zaluzianskia quadrifolia (L.) Kuntze
ບັນຍາຍລັກສະນະທາງພືດສາດ
ພືດຊະນິດນີ້ມີລຳຕົ້ນເປັນລຳເລືອ (ລຳຕົ້ນໃຕ້ດິນຕາມແນວນອນ), ທີ່ມີປ້ອງ (ຂໍ້) ຍາວໄດ້ປະມານ 4.8 ຊມ ບາງຄັ້ງອາດສັ້ນກ່ວາ ເຮັດໃຫ້ເກີດເປັນກຸ່ມກະຈຸກແໜ້ນ, ຮາກຈະງອກອອກບໍລິເວນຂໍ້ຕໍ່ລະຫວ່າງປ້ອງ ແລະ ບາງຄັ້ງອາດມີຮາກ 1 ຫາ 2 ຮາກອອກບໍລິເວນປ້ອງນຳ, ຈະມີໜໍ່ສັ້ນໆຂະໜາດນ້ອຍ, ຍາວ 1 ຫາ 3 ມມ, ອາດເກີດຂ້ນບໍລິເວນຂໍ້ໃນບາງຄັ້ງ, ຜິວຂອງເງົ້າຫຼັກສ່ວຍໃຫຍ່ຈະລຽບ ຫຼື ອາດມີຂົນລະອຽດເລັກນ້ອຍ.
ກ້ານໃບມີສີຂຽວຫາສີນ້ຳຕານ, ຮຽວ ແລະ ຍາວ 10 ຫາ 18 ຊມ, ສ່ວນໃຫຍ່ລຽບ. ໃບຍ່ອຍມີຮູບຮ່າງຄ້າຍສາມຫຼ່ຽມຄ້ຳ ຫຼື ຮູບວີພັດ, ຂະໜາດປະມານຍາວ 0.8 ຫາ 1.6 ຊມ ແລະ ກວ້າງ 0.7 ຫາ 1.5 ຊມ, ຂອບໃບຍ່ອຍລຽບ, ບໍ່ມີຮອຍຍັກ ຫຼຶ ແສກແຂ້ວເລືອຍ, ຜິວໃບດ້ານເທິງລຽບ, ຜິວໃບດ້ານລຸ່ມມີຂົນລະອຽດເລັກໜ້ອຍຫາລຽບ.
ແຕ່ລະໃບຈະມີຖົງສະປໍ (sporocarps) ລະຫວ່າງ 1 ຫາ 5 ອັນ ເຊິ່ງເປັນໂຄງສ້າງທີ່ສ້າງສະປໍ, ໂຄງສ້າເຫຼົ່ານີ້ຈະຕິດຢູ່ໂຄນກ້ານໃບບໍເວນທີ່ຕໍ່ກັບເຫງົ້າ ຫຼື ບາງຄັ້ງອາດຕິດຢູ່ຕາມກ້ານໃບ, ຍາວຮອດ 25 ມມ, ບາງຄັ້ງຖົງສະປໍຍັງຄົງຕິດຢູ່ເຖິ່ງແມ່ນວ່າໃບຈະເນົ່າເປືອຍແລ້ວ ແລະ ອາດຈະງອກອອກມາຈາກເຫງົ້າໂດຍຕົງ. ກ້ານທີຍຶດຖົງສະປໍມີຄວາມຍາວ 5 ຫາ 12.5 ມມ, ບວກກັບສ່ວນທິດຢູ່ກັບສະປໍໂດຍຕົງອີກ 1.5 ມມ, ກ້ານເຫຼົ່ານີ້ຜິວລຽບ. ຖົງສະປໍມີສີນ້ຳຕານ ຫາ ດຳ, ຮູບຮີ ເມື່ອເບິ່ງຈາກດ້ານຂ້າງ, ມີຄວາມຍາວ ປະມານ 3.5 ຫາ 4 ມມ, ກວ້າງ 2.9 ຫາ 3.2 ມມ ແລະ ໜາປະມານ 2 ມມ, ເນື້ອສຳພັດອ່ອນນຸ້ມຄ້າຍໜັງ, ຂອບມົນ ແລະ ມັກມີແສກນ້ອຍໆ ທີ່ເຫັນໄດ້ຊັດເຈນຢູ່ເໜືອປາຍກ້ານປະມານ 0.3 ຫາ 0.4 ມມ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Albania; Austria; Bangladesh; Belgium; Bhutan; Cambodia; China; Czechia; France; Germany; Hungary; India; Lao People's Democratic Republic; Malaysia; North Macedonia; Portugal; Romania; Spain; Sri Lanka; Switzerland; United States. [2]

Global distribution of Marsilea quadrifolia between 1600 to 2025. Source: [3]
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້
ຂໍ້ມູນຈາກບັນຊີລາຍຊື່ພືດມີທໍ່ລຳລຽງຂອງລາວ (ສະບັບທີ່ 1 ແລະ 1.0) ໄດ້ບັນທຶກເຂດກະຈາຍພັນຂອງພືດຊະນິດນີ້ໃນ ແຂວງ ຈໍາປາສັກ. [4], [5]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ແຄມຝັ່ງນໍ້າ, ແມ່ນ້ຳ ແລະ ລຳທານ, ທະເລສາບ ແລະ ສະນ້ຳ, ໜອງບຶງ ແລະ ດິນຖານຕົມ, ທົ່ງນາ
ພືດຊະນິດນີ້ເປັນພືດນ້ຳ ຫຼື ພືດເຄິ່ງບົກເຄິ່ງນ້ຳ, ຈະເລີນເຕີບໂຕໂດຍຢັ່ງຮາກໃນຂີ້ຕົມ, ໜອງນ້ຳ ແລະ ສະນ້ຳຂະໜາດນ້ອຍ, ອາດຈົມຢູ່ໃຕ້ນ້ຳທັງໝົດ, ຈົມຢູ່ໃຕ້ນ້ຳບາງສ່ວນ ຫຼື ພົບຢູ່ໃນພື້ນທີ່ບໍ່ມີນ້ຳໃນສະພາບແວດລ້ອມທີ່ຊຸ່ມ. ໂດຍທົ່ວໄປແລ້ວພືດຊະນິດນີ້ ຈະພົບໄດ້ໃນພື້ນທີ່ໜອງນ້ຳ, ດິນຊຸ່ມ ຫຼື ຕາມຂອບໜອງນ້ຳທີ່ເປັນຂີ້ຕົມ ລວມທັງໜອງນ້ຳ, ແຄມແມ່ນ້ຳ, ລຳທານ, ສະນ້ຳ ແລະ ທະເລສາບ. [6
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ພື້ນເມືອງ
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ມີຄວາມສ່ຽງໜ້ອຍສຸດ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ພືດຊະນິດນີ້ແພ່ຫຼາຍ ແລະ ພົບໄດ້ທົ່ວໄປບໍ່ມີການລາຍງານໄພຂົ່ມຂູ່ທີ່ສຳຄັນໃດໆ ຈຶ່ງຈັດຢູ່ໃນກຸ່ມທີ່ມີຄວາມສ່ຽງໜ້ອຍທີ່ສຸດ. [2]
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ອາຫານ: ປະເທດລາວໃນສະໄໝກ່ອນ ເມື່ອເດັກນ້ອຍຕິດຕາມພໍ່ແມ່ໄປນາ ໜ້າທີ່ຂອງພວກເຂົາ ຄືການເກັບຜັກມາເປັນອາຫານ ເຊິ່ງໜຶ່ງໃນນັ້ນຄືຜັກແວ່ນ. ພືດເຫຼົ່ານີ້ກິນສົດ ມັກເສີບພ້ອມກັບອາຫານປະເພດຊີ້ນ ຫຼື ປາ, [7]. ໃບອ່ອນ ແລະ ລໍາຕົ້ນອ່ອນນໍາມາປຸ່ງສຸກ ແລະ ກິນເປັນອາຫານໄດ້. [2]
ພືດສະໝຸນໄພ: ຄັ້ນນ້ຳຈາກໃບມີລິດຂັບປັດສະວະ ແລະ ຫຼຸດໄຂ້, ນອກຈາກນີ້ຍັງໃຊ້ໃນການຮັກສາແຜຈາກງູກັດ ແລະ ໃຊ້ທາຝີ, ພືດຊະນິດນີ້ມີຄຸນສົມບັດຕ້ານການອັກເສບ, ຂັບປັດສະວະ, ຂັບສານພິດ, ຫຼຸດໄຂ້ ແລະ ຫຼຸດຄວາມຮ້ອນເປັນຕົ້ນ. [2], [7]
ການປູກ ການລ້ຽງ
ຊະນິດທຳມະຊາດ
ລະດູການເກັບກູ້
ມັງກອນ, ກຸມພາ, ມີນາ, ເມສາ, ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ, ຕຸລາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
ການອານຸລັກທີ່ຢູ່ອາໄສ:
ໄພຂົ່ມຂູ່: ບໍ່ມີຂໍ້ມູນກ່ຽວກັບແນວໂນ້ມປະຊາກອນທົ່ວໂລກ ແຕ່ຖືວ່າສາຍພັນນີ້ພົບໄດ້ທົ່ວໄປ. [2]
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ 1 N/A
ຄາໂບໄຮເດຣດ N/A N/A
ໄຂມັນ 1.2 N/A
ວິຕາມິນ N/A vitamin A 12166 IU, vitamin C 3 mg
ແຮ່ທາດ N/A Ca 48 mg, Fe 25 mg
ເສັ້ນໄຍ 3.3 N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Keooudone Souvannakhoummane
ຜູ້ກວດສອບ Factsheet
,