ຜັກດາງຂົມ
Bitter Cumin
Glinus oppositifolius (L.) DC.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຜັກດາງຂົມ
ໄທ: ຜັກຂີ້ຂວງ, ແກ່ນຂົມ, ດາງຂົມ, ຂີ້ຂົມ, ສະເດົາດິນ, ຜັກຂວງ
Chinese: 长梗星粟草 [chang geng xing su cao]
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Caryophyllales
- ຊື່ສະກຸນ
- Molluginaceae
- ສະກຸນ
- Glinus
- ຊະນິດ
- Glinus oppositifolius
ຊະນິດຍ່ອຍ
Glinus oppositifolius var. glomeratus
Glinus oppositifolius var. keenanii
Glinus oppositifolius var. oppositifolius
Glinus oppositifolius var. keenanii
Glinus oppositifolius var. oppositifolius
ຊື່ພ້ອງ
Glinus oppositifolius (L.) Aug. DC.
Glinus oppositifolius var. parviflorus Hauman
Glinus oppositifolius var. parviflorus Hauman
ບັນຍາຍລັກສະນະທາງພືດສາດ
ເປັນພືດລົ້ມລຸກ ລໍາຕົ້ນແຕກແໝງເລືອຕາມໝ້າດິນ ມີລໍາຕົ້ນສັ້ນ ແລະ ກິ່ງສີຂຽວ ຫຼື ສີນໍ້າຕານລອມແດງ ແທງຂື້ນເໝືອນໝ້າດິນເລັກນ້ອຍ ຈາກນັ້ນລໍາຕົ້ນແຕກກິ່ງແໝງອອກເປັນຈໍານວນຫຼາຍ ຂະໝານກິ່ງ 0.2-0.3 ມມ, ຍາວ 10-20 ຊມ, ກິ່ງມີລັກສະນະເປັນຂໍ້ປ້ອງ ບໍລິເວນຂໍ້ເປັນສ່ວນແຕກອອກຂອງໃບ, ກິ່ງແໝງອ່ອນມີສີຂຽວອ່ອນ. ໃບກົງກັນຂ້າງ, ບໍລິເວນຂໍ້ກິ່ງ, ມີຮູບຫອກ, ຂະຫນາດໃບກ້ວາງ 0.5-1 ຊມ, ຍາວ 1-2 ຊມ, ຖານໃບມີແຄບ ຮວງແຫຼມ, ຂອບໃບລຽບ, ປາຍໃບມົນ ຫຼື ແຫຼມ, ໃບສີຂຽວອ່ອນ ແຜ່ນໃບດ້ານລຸ່ມມີສີຈາງ, ມີເສັ້ນກາງໃບ ແລະ ເສັ້ນແໝງໃບບໍ່ສາມາດເຫັນໄດ້ຊັດເຈນ. ດອກອອກເປັນຊໍ່ສັ້ນໆ ຂະໝາດນ້ອຍແທງອອກຢູ່ປາຍກິ່ງ ແຕ່ລະຊໍ່ມີດອກປະມານ 5-8 ດອກ. ໝາກມີລັກສະນະກົມ ຄືກັບໝາກຮູບຮີ ເປືອກໝາກມີສີນໍ້າຕານ ພາຍໃນມີແກ່ນຂະຫນາດນ້ອຍໆ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ທຸກພາກສ່ວນສາມາດກິນໄດ້ ມີລົດຊາດຂົມຫວານ ນໍາໄປແກງໃສ່ປາ. ຜັກດາງຂົມຍັງໃຊ້ເປັນຢາ ເຊັ່ນ: ເອົາໝົດຕົ້ນ ຕົ້ມນໍ້າດື່ມແກ້ຮ້ອນໃນ, ແກ້ຫວັດ, ແກ້ໄອ, ບັນເທົາອາການເຈັບຫົວ. ນອກຈາກນັ້ນຫຍັງໃຊ້ຕໍາໂພະໃສ່ບາດແຜ່ ຫຼື ບໍລິເວນ ທີ່ມີອາການບວມຊໍ້າ ອັກເສບ ແລະ ແກ້ອາການຄັນ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ສົມສະນິດ ບົວມະນີວົງ, ທັດສະພອນ ພະໄຊສົມບັດ ແລະ ພູທົງ ໂພທິສັດ. 2017. ພືດຜັກປ່າ ທີ່ນໍາໃຊ້ເປັນອາຫານ ໃນ ສປປ ລາວ (ເຫຼັ້ມ 1). (58), ພະນັກງານພະແນກນິເວດວິທະຍາ. ສະຖາບັນນິເວດທະຍາ ແລະ ເຕັກໂນໂລຊີ ຊີວະພາບ.
ອຸໄຣ ຈິຣະມົງຄົນການ. 2004. ຜັກພື້ນບ້ານ ( 108-109), ໄທ
Mansfeld's Database of Agricultural and Horticultural Plants. http://mansfeld.ipk-gatersleben.de/pls/htmldb_pgrc/f?p=185:3:4292127278597336
ອຸໄຣ ຈິຣະມົງຄົນການ. 2004. ຜັກພື້ນບ້ານ ( 108-109), ໄທ
Mansfeld's Database of Agricultural and Horticultural Plants. http://mansfeld.ipk-gatersleben.de/pls/htmldb_pgrc/f?p=185:3:4292127278597336
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,