ເລກລຳດັບທີ: 779
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2026-01-06
ໝາກແປບ
Hyacinth Bean
Lablab purpureus (L.) Sweet
ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 4
Image 1
2 / 4
Image 2
3 / 4
Image 3
4 / 4
Image 4
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ແປບປ່າ, ໝາກແປບ (Lablab-bean, Bonavist bean, Dolichos bean, Seim bean, Lablab bean, Egyptian bean, Egyptian kidney bean, Indian bean, Bataw, Australian pea, Sweet hyacinth bean, Antaque, Banner Bean, bonavist, bonavist-bean)
ອະນຸກົມວິຖານ
ຊື່ສະກຸນ
Fabaceae
ຊື່ພ້ອງ
Dolichos benghalensis Jacq.
Dolichos cultratus Thunb.
Dolichos purpureus L.
Lablab niger subsp. bengalensis (Jacq.) Verdc.
Lablab nigra Medik.
ບັນຍາຍລັກສະນະທາງພືດສາດ
ຕົ້ນໝາກແປບເປັນໄປເລືອຍລົ້ມລຸກ ທີ່ອາດເປັນພືດປີດຽວ ຫຼື ຫຼືພືດອາຍຸສັ້ນ, ລຳຕົ້ນຫຼັກອວບສູງໄດ້ຮອດ 91 ຊມ, ໃນຂະນະທີ່ເຄືອສາມາດຍາວໄດ້ຮອດ 762 ຊມ.
ໃບປະສົມສົມແບບສາມແສກ (ປະກອບດ້ວຍໃບຍ່ອຍສາມໃບ) ແລະ ອອກເທິງກ້ານໃບຍາວ. ໃບຍ່ອຍຮູບໄຂ່, ກວ້າງທີ່ສຸດບໍລິເວນກາງໃບ ແລະ ມີຄວາມຍາວ 7.5 ຫາ 15 ຊມ, ຜິວໃບດ້ານເທິງລຽບ, ຜິວໃບດ້ານລຸ່ມມີຂົນສັ້ນ.
ຊໍ່ດອກອອກເປັນຊໍ່ເທິງກ້ານດອກທີ່ລຽບ ບໍ່ແຕກຂະແໜ່ງ, ເຊິ່ງຈະອອກຈາກງ່າມໃບກັບລຳຕົ້ນ. ດອກມີສີແຕກຕ່າງກັນໄປຂື້ນກັບສາຍພັນ ໂດຍອາດມີສີຂາວ, ສີຟ້າ ຫຼື ສີມ່ວງ.
ຝັກມີລັກສະນະລຽບ, ແປ ແລະ ປາຍແຫຼມ, ຍາວປະມານ 4 ຫາ 10 ຊມ, ແຕ່ລະຝັກມີແກ່ນ 2 ຫາ 4 ແກ່ນ ເຊິ່ງມີຫຼາຍສີ ເຊັ່ນ ສີຂາວ, ສີຄີມ, ສີນ້ຳຕານອ່ອນ, ສີນ້ຳຕານເຂັ້ມ, ສີແດງ, ສີດຳ ຫຼື ສີລາຍຂື້ນກັບສາຍພັນ.
ແຫຼ່ງທີ່ມາ: [1]
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
Native to Angola, Benin, Botswana, Cameroon, Cape Provinces, Cape Verde, Central African Republic, DR Congo, Eritrea, Eswatini, Ethiopia, Free State, Gabon, Gambia, Ghana, India, Ivory Coast, Kenya, KwaZulu-Natal, Madagascar, Malawi, Mozambique, Namibia, Nigeria, Northern Provinces, Rwanda, Senegal, Sierra Leone, Sudan-South Sudan, Tanzania, Togo, Uganda, Zambia, Zimbabwe. [2]

Global distribution of L. purpureus between 1802 to 2025. Source: [3]
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ການບັນທຶກເຂດກະຈາຍພັນຈາກ ການກວດສອບພືດໃນ ສປປ ລາວ ແລະ ການສຳຫຼວດພືດມີທໍ່ລຳລຽງຂອງ ສປປ ລາວ (ສະບັບທີ່ 1 ແລະ 1.0) ພົບພືດຊະນິດນີ້ໃນຄໍາມ່ວນ, ຫຼວງພະບາງ, ວຽງຈັນ ແລະ ຊຽງຂວາງ, [4], [5], [6]. ຂໍ້ມູນເພີ່ມເຕີມຈາກ GBIF ພົບເຂດກະຈາຍພັນຂອງພືດຊະນິດນີ້ໃນແຂວງສະຫວັນນະເຂດ ແລະ ອຸດົມໄຊ. [3]
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ເຂດຜະລິດພືດຜົນເນີນສູງ, ທົ່ງນາ, ສວນຄົວ
ຖົ່ວແປບຈະເລືອນເຕີບໂຕໄດ້ດີໃນເຂດຮ້ອນ ໂດຍເຕີບໂຕຈາກລະດັບໜ້ານ້ຳທະເລຈົນຮອດລະດັບຄວາມສູງ 1.980 ມ [1]. ບໍ່ມີຂໍ້ມູນທີ່ຊັດເຈນວ່າພົບໃນປ່າຕາມທຳມະຊາດ. [7]
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
ຕ່າງຖິ່ນ
ເປັນຊະນິດຕ່າງຖິ່ນ ຫຼື ຊະນິດນຳເຂົ້າໃນ Andaman Is., Ascension, As-sam, Bangladesh, Bermuda, Bolivia, Borneo, Brazil Northeast, Brazil South, Brazil Southeast, Brazil West-Central, Cambodia, Canary Is., Caroline Is., Cayman Is., Chad, China North-Central, China South-Central, China Southeast, Christmas I., Colombia, Cook Is., Dominican Republic, East Himalaya, Easter Is., Ecua-dor, Fiji, Galápagos, Guatemala, Gulf of Guinea Is., Hainan, Hai-ti, Hawaii, Iraq, Italy, Jamaica, Jawa, Korea, Laccadive Is., Laos, Lebanon-Syria, Leeward Is., Lesser Sunda Is., Madeira, Malaya, Maldives, Mali, Marianas, Marquesas, Marshall Is., Mauritius, Mexico Southwest, Myanmar, Nauru, Nepal, New Caledonia, New Guinea, New South Wales, Nicobar Is., Niger, Niue, Nor-folk Is., North Caucasus, Northern Territory, Pakistan, Peru, Philippines, Pitcairn Is., Puerto Rico, Queensland, Réunion, Samoa, Sicilia, Somalia, Sri Lanka, Sumatera, Thailand, Tonga, Transcaucasus, Trinidad-Tobago, Tuamotu, Tubuai Is., Tunisia, Ukraine, Uruguay, Vanuatu, Vietnam, West Himalaya, Western Australia, Windward Is., Yemen. [2]
ຮຸກຮານ
ບໍ່ຮຸກຮານ
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
ບໍ່ມີຄວາມສ່ຽງ
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
ບໍ່ຖືກລະບຸໃນບັນຊີປະເພດໃດ
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ກິດຈະກຳການກະເສດ, ອາຫານ, ພືດເປັນຢາ
ອາຫານ: ດອກ ແລະ ໝາກອ່ອນ (ຝັກ) ກິນເປັນຜັກ, [8]. ແກ່ນທີ່ແກ່ເຕັມທີ່ສາມາດກິນໄດ້ເມື່ອປຸງສຸກຢ່າງທົ່ວເຖິງ ມີລົດຊາດອ່ອນໆອຸດົມໄປດ້ວຍໂປຣຕີນ ແລະ ສາມາດໃຊ້ເປັນອາຫານຫຼັກໄດ້, ນອກຈາກນີ້ຍັງສາມາດແປຮູບແກ່ນເປັນເຕົ້າຫູ້ ຫຼື ໝັກເປັນແທມເປ້ໄດ້ຄືກັບຖົ່ວເຫຼືອງ ແລະ ຍັງສາມາດປູກແກ່ນເປັນຖົ່ວງອກ ແລະ ກິນດິບໄດ້ ຄືກັບຖົ່ວງອກ. [7]
ສະໝຸນໄພ: ໃນທາງການຢາພື້ນເມືອງຈີນບູຮານດອກແຫ້ງໃຊ້ຮັກສາອາພະຍາດທ້ອງບິດ ທີ່ຖ່າຍເປັນເລືອດ, ການອັກເສບຂອງມົດລູກ ແລະ ຊ່ວຍກະຕຸ້ນການໄຫຼ່ວຽນຂອງປະຈຳເດືອນ. ແກ່ນຊ່ວຍຍ່ອຍອາຫານ ແລະ ຮັກສາອາການຈຸກເສບ, ອາຫິວາ, ຖອກທ້ອງ, ພະຍາດໄຂຂໍ້ອັກເສບ ແລະ ພະຍາດລົມແດດ, ນອກຈາກນີ້ຍັງໃຊ້ເປັນຢາລະງັບປະສາດ, ຢາຫຼຸດໄຂ້ ແລະ ແກ້ພິດຈາກປາ ແລະ ພືດ. [8]
ກິດຈະກຳທາງການກະເສດ: ລຳຕົ້ນແຫ້ງ ແລະ ຫຍ້າໝັກໃຊ້ເປັນອາຫານສັດ. [1]
ການປູກ ການລ້ຽງ
ປູກ ແລະ ທຳມະຊາດ
ໂດຍທົ່ວໄປຈະປູກເປັນພືດຕະກຸນຖົ່ວ. [8]
ລະດູການເກັບກູ້
ມັງກອນ, ກຸມພາ, ມີນາ, ເມສາ, ພຶກສະພາ, ມິຖຸນາ, ກໍລະກົດ, ສິງຫາ, ກັນຍາ, ຕຸລາ, ພະຈິກ, ທັນວາ
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
ແຫຼ່ງໂປຣຕີນທີ່ສຳຄັນ
ສານອາຫານ /100g ໝາຍເຫດ
ໂປຣຕີນ 5.92 N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A vitamin C 2.49-7.87 mg
ແຮ່ທາດ N/A calcium 3.45-39.51 ppm, iron 8.80-34.32 ppm, copper 1.10-11.88 ppm, manganese 4.14-26.27 ppm, zinc 25.3-57.5 ppm
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
Keooudone Souvannakhoummane
ຜູ້ກວດສອບ Factsheet
,