ເລກລຳດັບທີ: 777
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: 2025-04-07
ຕົ້ນຜັກສ້ຽນຜີ
Asian Spider Flower
Arivela viscosa (L.) Raf.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
×
ຊື່ທ້ອງຖີ່ນ:
ລາວ: ຕົ້ນຜັກສ້ຽນຜີ.
ໄທ: ຜັກສ້ຽນຜີ, ຜັກສົ້ມຜີ, ສົ້ມສ້ຽນຜີ ( ພາກເໜືອ ), ຜັກສ້ຽນໂຕແມ່, ໄປນິບພານບໍ່ຮູ້ກັບ ເປັນຕົ້ນ.
ຊື່ພ້ອງ
:
Cleome viscosa var. deglabrata (Backer) B.S.Sun
Cleome viscosa f. deglabrata (Backer) Jacobs
Cleome viscosa var. nagarjunakondensis Sundararagh.
Cleome viscosa var. parviflora Kuntze
Cleome viscosa var. viscosa.
Cleome viscosa f. deglabrata (Backer) Jacobs
Cleome viscosa var. nagarjunakondensis Sundararagh.
Cleome viscosa var. parviflora Kuntze
Cleome viscosa var. viscosa.
ຊື່ສະກຸນ:
Cleomaceae
ຊະນິດໃກ້ຄຽງ:
ບັນຍາຍລັກສະນະທາງພືດສາດ:
ເປັນພືດລົ້ມລຸກ, ສູງ 1 ແມັດ, ສ່ວນຕ່າງໆຂອງຕົ້ນຈະມີຕ່ອມຂົນໜຽວສີເຫຼືອງປົກຄຸມຢູ່ໜາແໜ້ນ, ມີກິ່ນເໝັນ. ໃບປະສົມ, ມີ 3–5 ໃບຍ່ອຍ, ກ້ານໃບຍາວປະມານ 1–6 ຊັງຕີແມັດ, ເປັນສີນ້ຳຕານແດງ. ແຜ່ນໃບເປັນຮູບຮີ, ຮູບຂອບຂະໜານ ຫຼື ຮູບໄຂ່ກັບຫົວ, ຍາວ 1.5–4.5 ຊັງຕີແມັດ, ປາຍແຫຼມ ຫຼື ມົນ, ໂຄນໃບຮຽວ, ຂອບໃບລຽບ ມັກເປັນສີດຽວກັນກັບກ້ານໃບ ແລະ ມີຂົນ, ໃບປະດັບຄ້າຍໃບ ມີ 3 ໃບຍ່ອຍ ຍາວປະມານ 1–2.5 ຊັງຕີແມັດ, ມີກ້ານສັ້ນໆ ຫຼົ່ນໄດ້ງ່າຍ. ດອກເປັນຊໍ່ຢູ່ປາຍກີ່ງ ຫຼື ຕາມຊອກໃບ, ຍາວ 5–10 ຊັງຕີແມັດ, ກ້ານດອກຍາວ 1–1.4 ຊັງຕີແມັດ, ດອກມີກາບດອກ 3 ກີບ, ກາບດອກເປັນຮູບໃບຫອກມີຄວາມຍາວ 0.5–1 ຊັງຕີແມັດ, ຕິດທົນ, ກີບດອກສີເຫຼືອງມີ 4 ກີບ, ໂຄນຮຽວແຄບເປັນກ້ານກີບ, ມີສີເຂັ້ມຢູ່ໂຄນ, ແຜ່ນກີບມີລັກສະນະເປັນຮູບຮີ, ຍາວ 0.7–1.2 ຊັງຕີແມັດ, ດອກມີເກສອນຜູ້ຈຳນວນຫຼາຍ ແລະ ມີຂະໜາດບໍ່ເທົ່າກັນ, ກ້ານເກສອນມີສີເຫຼືອງອ່ອນອົມຂຽວ ຍາວປະມານ 4–9 ມີນລີແມັດ. ໝາກເປັນຝັກຄືໝາກຖົ່ວຂຽວແຕ່ມີຂະໜາດນ້ອຍກວ່າ, ໝາກກວ້າງ 2– 4.5 ມີນລີແມັດ ແລະ ຍາວ 2.6–11 ຊັງຕີແມັດ.
ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
N/A
ເຂດກະຈາຍພັນໃນລາວ
:
ເຂດກະຈາຍພັນຕາມພູມສັນຖານ
:
ສະເພາະຖິ່ນໃນລາວ:
N/A
ຮຸກຮານ
:
N/A
ສະຖານະພາບການອະນູຮັກ IUCN
:
N/A
ສະຖານະພາບການອະນຸຮັກແຫ່ງຊາດລາວ
:
N/A
ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ
ພືດເປັນຢາ
ບັນຍາຍການນຳໃຊ້:
ໃບຊ່ວຍແກ້ອາການເຈັບຫົວໂດຍໃຊ້ໃບສົດນຳມາຕຳແລ້ວໂພະໃສ່ຫົວ ຫຼື ແກ້ອາການເຈັບຫົວຂ້າງດຽວດ້ວຍການໃຊ້ໝົດຕົ້ນ, ໃບຂີ້ເຫຼັກອ່ອນ, ດອກຂີ້ເຫຼັກອ່ອນ ແລະ ຮາກ, ຕົ້ນ, ໝາກ, ໃບ ແລະ ດອກຂອງຜັກອີ່ຕູ່ ນຳມາຕົ້ມເປັນຢາກິນ, ຮາກຜັກສ້ຽນຜີໃຊ້ປະສົມກັບແກ່ນເປັນຢາແກ້ເລືອດອອກຕາມແຂ້ວ, ໝາກຊ່ວຍຂ້າພະຍາດ, ໝົດຕົ້ນຊ່ວຍຂັບພະຍາດໃນລຳໄສ້, ຮາກ ແລະ ແກ່ນຊ່ວຍຂັບພະຍາດໂຕກົມ ຫຼື ຈະໃຊ້ແກ່ນຳມາຕຳ ຫຼື ຊົງເປັນຊາໃຊ້ດື່ມຂັບພະຍາດຂີ້ກະເດືອນ. ນອກນັ້ນຍອດອ່ອນ, ໃບອ່ອນ ແລະ ດອກອ່ອນ ສາມາດນຳມາບໍລິໂພກເປັນອາຫານໄດ້ດ້ວຍການນຳມາຄັ້ນສົ້ມກິນກັບແຈ່ວກັບປົ່ນ ຫຼື ນຳມາປຸງອາຫານເຊັ່ນ: ຕົ້ມສົ້ມ, ແກງສົ້ມ ເປັນຕົ້ນ.
ການປູກ ການລ້ຽງ:
N/A
ລະດູການເກັບກູ້:
ການຄຸ້ມຄອງຈັດການ:
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ:
ບັນຍາຍຄຸນຄ່າທາງໂພຊະນາການ:
N/A
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ:
ອ້າງອິງ:
ນາລຸມົນ ກູນສີຣິສີຕະກູນ, ບຸນດາລິກ ຣອດບຳລຸງ, ເພັນພອນ ວິໄນເຣືອງລິດ ແລະ ສົມໂພດ ກູນສີຣິສີຕະກູນ. 2559. ບົດວິໄຈ ແລະ ນະວັດຕະກຳການພັດທະນາປະເທດ ຄັ້ງທີ່ 12. ການໃຊ້ປະໂຫຍດດ້ານສະໝຸນໄພພັນໄມ້ໃນປ່າຊຸມຊົນ ຕຳບົນນາໂບກ ຈັ່ງຫວັດຕາກ. ໜ້າ 142.
ສຸວິມົນ ມະນີ. 2553. ຄວາມເຊື່ອກ່ຽວກັບການໃຊ້ພືດເປັນຢາຂອງຊາວບ້ານຕຳບົນສະພານໄມ້ແກ່ນ, ອຳເທີຈະນະ, ຈັ່ງຫວັດສົງຂລາ. ໜ້າ 42.
ສຸວິມົນ ມະນີ. 2553. ຄວາມເຊື່ອກ່ຽວກັບການໃຊ້ພືດເປັນຢາຂອງຊາວບ້ານຕຳບົນສະພານໄມ້ແກ່ນ, ອຳເທີຈະນະ, ຈັ່ງຫວັດສົງຂລາ. ໜ້າ 42.
ຜູ້ສ້າງ Factsheet:
ຜູ້ກວດສອບ Factsheet: