ເລກລຳດັບທີ: 774
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນໝາກຂາມ
Tamarind tree
Tamarindus indica L.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນໝາກຂາມ ໄທ: ຕົ້ນມະຂາມ, ໝາກແກງ, ຕະລູບ, ອຳປ້ຽວ, ມະຂາມກະດາກ, ມະຂາມຂີ້ແມວ ອັງກິດ: Tamarind, Indian date
ອະນຸກົມວິຖານ
ຊື່ສະກຸນ
Fabaceae
ຊື່ພ້ອງ
Tamarindus occidentalis Gaertn.
Tamarindus officinalis Hook.
Tamarindus umbrosa Salisb.
ບັນຍາຍລັກສະນະທາງພືດສາດ
ຕົ້ນໝາກຂາມເປັນໄມ້ຢືນຕົ້ນ, ສູງ 15-30 ແມັດ, ຮົ່ມຕົ້ນກວ້າງ, ໃບປະສົມ ຫຼື ປະສົມຂົນໄກ່ຄູ່, ຍາວປະມານ 8-10 ຊມ, ປະກອບດ້ວຍ 10-20 ຄູ່, ໃບຂອບຂະໜານ, ສອງສົ້ນກົມ, ຍາວປະມານ 20 ມິນລີແມັດ, ກວ້າງປະມານ 2 ມມ, ດອກເປັນສີຂາວຈາງມີຈໍ້າແດງ, ເປັນຈູ້ມດຽວຢູ່ຫວ່າງໃບ ຫຼື ຢູ່ຍອດງ່າ. ໝາກຍາວຫ້ອຍລົງ, ສີເປໆແດ່ເລັກໜ້ອຍ, ໜ່ວຍຍາວແຕ່ 7-10 ມມ, ກວ້າງປະມານ 25 ມມ, ໜາປະມານ 10 ມມ. ເປືອກນອກແຂງ, ບາງ, ຜ່ອຍ, ເປືອກຫຸ້ມແກ່ນ (ເປືອກກາງ) ນຸ້ມ, ມີໄຍ, ລົດສົ້ມ, ເປັນສີກະເບົາ, ມີ 1-5 ແກ່ນ, ແກ່ນເຫຼື້ອມ, ສີກະເບົາຊໍ້າ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ໝາກຂາມແມ່ນມີຄຸນປະໂຫຍດ ແລະ ຄຸນຄ່າທາງດ້ານອາຫານຕໍ່ຄົນເຮົາສູງເຊີ່ງສາມາດຮັບປະທານໄດ້ທັງໝາກສຸກ ແລະ ໝາກດີບ. ນອກນີ້ຍັງສາມາດແປເປັນອາຫານໄວ້ກີນດົນນານເຊັ່ນ: ເຮັດກວນໝາກຂາມ, ສ່ວນໃບ, ດອກ, ຮາກ ແລະ ລຳຕົ້ນຍັງສາມາດປຸງແຕ່ງເປັນຢາປົວພະຍາດອື່ນໆ. ສ່ວນທີ່ເປັນຢາ: ນວນໝາກ, ເປືອກ, ລຳຕົ້ນ, ແກ່ນ ແລະ ໃບ. ນໍ້າໝາກຂາມເປັນຢາປົວໄຂ້, ປົວພະຍາດກ່ຽວກັບຕັບອັບເສບ, ຊ່ວຍລະລາຍອາຫານ ມື້ໜຶ່ງກິນ 20-120 ກຼາມ, ອາຍຸ 12 ປີ 10-30 ກຼາມ. ແກນໄມ້ໝາກຂາມເປັນຢາຊ່ວຍລະລາຍ, ຂັບປັດສະວະ. ເປືອກລຳຕົ້ນ ເປັນຢາປົວທ້ອງບິດ, ຖອກທ້ອງເປັນຕົ້ນກາງປົວແຜ, ໄຟໂປກນໍ້າລວກ, ຕ້ານອັບເສບຜົ້ງປາກ. ໃບໝາກຂາມຕົ້ມອາບປົວພະຍາດຜິວໜັງ: ຂີ້ຫິດ, ຂີ້ກາກ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,