ຜັກຕົບ
Water Hyacinth
Pontederia crassipes Mart.
ພືດ
ພືດລົ້ມລຸກ
ພືດນ້ຳເປັນທີ່ເປັນພືດລົ້ມລຸກ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຜັກຕົບ.
ໄທ: ຜັກຕົບຊະວາ ( ໄທ ), ຜັກປົງ ( ນະຄອນຣາດສະສີມາ ), ຜັກປອດ ( ອ່າງທອງ ), ຜັກປ່ອງ ( ສຸພັນບູຣີ ), ບັວລອຍ ( ຊຽງລາຍ ), ຜັກຕົບ ( ພາກຕາເວັນອອກສຽງເໜືອ ), ຜັກຕົບປ່ອງ, ສະວະ ( ພາກາງ ) ເປັນຕົ້ນ.
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Liliopsida
- ອັນດັບ
- Commelinales
- ຊື່ສະກຸນ
- Pontederiaceae
- ສະກຸນ
- Pontederia
- ຊະນິດ
- Pontederia crassipes
ຊື່ພ້ອງ
Eichhornia cordifolia Gand.
Eichhornia crassicaulis Schltdl.
Eichhornia crassicaulis Schltr.
Eichhornia speciosa Kunth
Heteranthera formosa Miq.
Piaropus crassipes (Mart.) Raf.
Piaropus mesomelas Raf.
Pontederia crassicaulis Schltdl.
Pontederia crassicaulis Schltr.
Pontederia crassipes Mart.
Pontederia crassipes Roem. & Schult.
Pontederia elongata Balf.
Eichhornia crassicaulis Schltdl.
Eichhornia crassicaulis Schltr.
Eichhornia speciosa Kunth
Heteranthera formosa Miq.
Piaropus crassipes (Mart.) Raf.
Piaropus mesomelas Raf.
Pontederia crassicaulis Schltdl.
Pontederia crassicaulis Schltr.
Pontederia crassipes Mart.
Pontederia crassipes Roem. & Schult.
Pontederia elongata Balf.
ບັນຍາຍລັກສະນະທາງພືດສາດ
ເປັນພືດນ້ຳລົ້ມລຸກມີອາຍຸຫຼາຍ, ລຳຕົ້ນອວບນ້ຳ, ຜີວລຳຕົ້ນລຽບເປັນສີຂຽວອ່ອນ ແລະ ເຂັ້ມ. ໃບດ່ຽວ ແຕກຈາກລຳຕົ້ນເປັນກໍ່, ໂຄນກ້ານແຜ່ເປັນກາບຫຸ້ມກັນໄວ້, ໃບຈະປຸ້ງອອກເພື່ອຊ່ວຍໃຫ້ລອຍຕົວຢູ່ໃນນ້ຳໄດ້, ໃບເປັນຮູບໄຂ່ ຫຼື ເກືອບກົມ, ກ້ານໃບອວບນ້ຳທາງກາງໂພງອອກພາຍໃນເປັນຊ່ອງອາກາດຄ້າຍກັບຟອງນ້ຳຈີ່ງຊ່ວຍເຮັດໃຫ້ລຳຕົ້ນລອຍນ້ຳໄດ້ ລັກສະນະຂອງໃບຈະຄ້າຍກັບໃບໂພ. ດອກເປັນຊໍ່ຢູ່ກາງກໍ່, ກ້ານດອກສັ້ນໆ, ໃນຊໍ່ໜື່ງຈະປະກອບໄປດ້ວຍດອກຂະໜາດນ້ອຍຫຼາຍດອກ ມີດອກ 3–25 ດອກ, ດອກຍ່ອຍເປັນສີບົວອົມສີຟ້າ ຫຼື ສີມ່ວງ, ມີກີບດອກ 6 ກີບ, ກີບເທີງສຸດຈະມີຂະໜາດໃຫຍ່ກວ່າກີບອື່ນໆ ແລະ ຈະມີຈຸດ ຫຼື ແຕ້ມສີເຫຼືອງຢູ່ກາງກີບ, ກີບດອກຈະມີລັກສະນະບາງ . ດອກຈະບານແຕ່ພຽງ 1 ວັນ, ມີຄວາມສວຍງາມສະດຸດຕາ ແລະ ດືງດູດສາຍຕາໄດ້ດີ. ໝາກເປັນແບບແຄັບຊູນແຫ້ງ ແລະ ແຕກໄດ້ ລັກສະນະເປັນຮູບຊົງກະບອກ ແບ່ງເປັນ 3 ຫຼ່ຽມ ເມື່ອຈະແຕກກາງຫຼ່ຽມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດສາຍພູຫຼວງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ຍອດອ່ອນ, ໃບອ່ອນ ແລະ ດອກອ່ອນ ສາມານຳລວກກິນກັບແຈ່ວກັບປົ່ນໄດ້ ຫຼື ນຳມາແກງ, ຊຸບກັບຜັກຊະນິດອື່ນ ( ສະເພາະຜັກຕົບທີ່ຢູ່ໃນສະພາບແວດລ້ອມທີ່ຂ້ອນຂ້າງບໍລິສຸດ ). ຊື່ງຄຸນຄ່າທາງໂພສະນາການຂອງສ່ວນທີ່ຮັບປະທານໄດ້ຂອງຜັກຕົບ 100 ກຼາມຈະປະກອບໄປດ້ວຍພະລັງງານ 30 ແຄລໍລີ, ນ້ຳ 89.8 %, ໂປຼຕີນ 0.5 ກຼາມ, ໄຂມັນ 0.1 ກຼາມ, ຄາໂບໄຮເດຣດ 7.5 ກຼາມ, ໄຍອາຫານ 2.4 ກຼາມ. ນອກນັ້ນຕົ້ນຜັກຕົບຍັງມີສັບພະຄຸນເປັນຢາແກ້ພິດໃນຮ່າງກາຍຊ່ວຍຂັບລົມ ແລະ ໃຊ້ຕຳໂພະໃສ່ແຜແກ້ບາດແຜອັກເສບໄດ້ອີກດ້ວຍ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ວີດ ທ່ຽງບຸນທຳ. 2542. ໜັງສືສະໝຸນໄພໄທ, ສະບັບພີມຄັ້ງທີ່ 5. "ຜັກຕົບຊະວາ". ໜ້າ 490-491.
ສອນເພັດ ອັງກິຕິຕະກູນ. 2541. ຜົນຂອງຜັກຕົບຊະວາຕໍ່ປະສິດທິພາບຂອງການບຳບັດນ້ຳເສຍຈາກຟາມໝູ.
ສະຖາບັນຊັບພະຍາກອນຊາຍຝັ່ງ. 2555. ການໃຊ້ປະໂຫຍດຜັກຕົບ ແລະ ວັດຊະພືດນ້ຳໃນພື້ນທີ່ລຸ່ມນ້ຳປາກພະນັງ. ຈັງຫວັດນະຄອນຣາດຊະສີມາ.
Julien, M.H., and Griffiths, M.W. (1998), Biological Control of Weeds: A World Catalogue of Agents and their Target Weeds (4th ed.), Oxon, UK: CABI Publishing, CAB International.
Rezene, F. (2005). "Water Hyacinth (Eichhornia crassipes): A Review of its Weed Status in Ethiopia". Arem. 6: 105–111.
ສອນເພັດ ອັງກິຕິຕະກູນ. 2541. ຜົນຂອງຜັກຕົບຊະວາຕໍ່ປະສິດທິພາບຂອງການບຳບັດນ້ຳເສຍຈາກຟາມໝູ.
ສະຖາບັນຊັບພະຍາກອນຊາຍຝັ່ງ. 2555. ການໃຊ້ປະໂຫຍດຜັກຕົບ ແລະ ວັດຊະພືດນ້ຳໃນພື້ນທີ່ລຸ່ມນ້ຳປາກພະນັງ. ຈັງຫວັດນະຄອນຣາດຊະສີມາ.
Julien, M.H., and Griffiths, M.W. (1998), Biological Control of Weeds: A World Catalogue of Agents and their Target Weeds (4th ed.), Oxon, UK: CABI Publishing, CAB International.
Rezene, F. (2005). "Water Hyacinth (Eichhornia crassipes): A Review of its Weed Status in Ethiopia". Arem. 6: 105–111.
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,