ເລກລຳດັບທີ: 768
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ບົວຫຼວງ
Lotus
Nelumbo nucifera Gaertn.
ພືດ
ພືດລົ້ມລຸກ
ພືດນ້ຳເປັນທີ່ເປັນພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ດອກແດງ, ບົວຫຼວງ ໄທ: ບົວຫຼວງ, ບຸນຄິິກ, ປະທຸມ ປັດທະມາ,ໂກກະນົກ ສັດຕະບຸດ,ບົວສັດຊົມພູ,ໂຊ້ດ ,ບົວອຸບົນ ອັງກິດ: Lotus, Sacred lotus, Egyptian
ອະນຸກົມວິຖານ
ຊື່ສະກຸນ
Nelumbonaceae
ຊື່ພ້ອງ
Nelumbo nucifera subsp. lutea (Willd.) Borsch & Barthlott
Nelumbo nucifera var. lutea (Willd.) Kuntze
Nelumbo nucifera var. macrorhizomata Nakai
ບັນຍາຍລັກສະນະທາງພືດສາດ
ບົວເປັນພືດນໍ້າ, ລໍາຮາກກົມ ຂະຫຍາຍເລີກລົງໃນຕົມ, ສ່ວນນີ້ໃຊ້ເປັນແຫຼ່ງສະສົມອາຫານ ແລະ ເປັນສ່ວນປະກອບຂອງເຄື່ອງດື່ມ. ໃບປົ່ງພົ້ນອອກຈາກໜ້ານໍ້າ, ກ້ານໃບຍາວ, ມີໜາມສັ້ນໆ, ແຜ່ນໃບເປັນຮູບກະວົງມົນ, ມີເສັ້ນລັດສະໝີ 60-70 ຊມ, ມີກ້ານໃບຈາກຈຸດລວມສູນຢູ່ໃຈກາງລົງໄປຫາເຫງົ້າ. ດອກ ມີ 3-5 ກາບດອກ, ເປັນສີຂາວ ຫຼື ສີມ່ວງ, ກີບດອກຢູ່ເບື້ອງນອກ ມັກຈະເປັນສີຂຽວ ຄືກັບກາບດອກ, ມີຫຼາຍເກສອນຜູ້, ເຕົ້າໄຂ່ມີ 2 ຫ້ອງ, ຍອດເກສອນແມ່ຍາວອອກເປັນຮູບໄຂ, ເພີ່ນໃຊ້ສ່ວນນີ້ເປັນການປະກອບຂອງການບົ່ມຊາ. ສ່ວນທີ່ບັນຈຸໝາກຮຽກວ່າບົວ, ບົວປະກອບມີໝາກບົວຫຼາຍໆໜ່ວຍຊຶ່ງເອີ້ນວ່າ (ແກ່ນ), ແກ່ນບົວ 2 ໃບລ້ຽງ, ຈາວໜາ, ປາຍຈາວມີ 4 ໃບພັບລົງທາງລຸ່ມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດປະດັບ, ອາຫານ, ພືດເປັນຢາ

ບົວເປັນອາຫານ ແລະ ເປັນຢາຫ້າມເລືອດ ເມື່ອຖ່າຍໜັກອອກເລືອດ, ຖ່າຍເບົາອອກເລືອດ, ຮາກອອກເລືອດ, ເລືອດດັງອອກ, ເລືອດໄຫຼໃນມົດລູກ, ກິນມື້ໜຶ່ງ 6-12 ກຼາມ ໃນຮູບຢາຕົ້ມ. ໝາກບົວເປັນຢາບໍາລຸງທາດ, ນອນບໍລັບ, ປະສາດຊຸດໂຊມ, ກິນມື້ລະ 10-30 ກຼາມ, ໃນຮູບແບບຢາຕົ້ມ, ຢາຝຸ່ນ. ບົວແກ່ ທີ່ເອົາແກ່ນອອກແລ້ວເປັນຢາປົວເລືອດຄ້າງ, ເຈັບທ້ອງ, ເກີດລູກແລ້ວແຮ່ບໍ່ອອກ, ເລືອດຕົກ, ຍ່ຽວຍາກ,ຍ່ຽວອອກເລືອດ, ໃຊ້ຕາມຕໍ່າລາ: ບົວ 5 ອັນ, ຫົວຫຍ້າແຫ້ວໝູ 80 ກຼາມ, ເຜົາໄຟໃຫ້ເປັນຖ່ານ, ບົດເປັນຝຸ່ນ, ກິນເທື່ອລະ 4-12 ກຼາມ ມື້ນຶ່ງ 2-3 ຄັ້ງ. ໃບບົວ ຍັງເປັນຢາປົວພະຍາດຫົວໃຈຊຸດໂຊມ, ໂດຍສົມທົບກັບໝາກສ້ອຍ (Leonurus heterophyllus Sw). ເກສອນຜູ້ເປັນຢາຫ້າມເລືອດ ເມື່ອລົງປະຈຳເດືອນ, ຮາກອອກເລືອດ, ອະຊຸຈິອອກເລືອດຕາມລຳພັງ, ກິນມື້ລະ 5-10 ກຼາມໃນຮູບແບບຢາຕົ້ມ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,