ເລກລຳດັບທີ: 767
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນຕານ
Sugar Palm
Borassus flabellifer L.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນໝາກຕານ ໄທ: ຕານນາ, ລູກຕານ, ຕະນອດ, ລູກໂນດ ອັງກິດ: Sugar palm
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Arecales
ຊື່ສະກຸນ
Arecaceae
ສະກຸນ
Borassus
ຊະນິດ
Borassus flabellifer
ຊື່ພ້ອງ
Borassus flabelliformis L.
Borassus flabelliformis Roxb.
Borassus sundaicus Becc.
Borassus tunicatus Lour.
Lontarus domestica Gaertn. [Illegitimate]
Pholidocarpus tunicatus (Lour.) H.Wendl.
Thrinax tunicata (Lour.) Rollisson
ບັນຍາຍລັກສະນະທາງພືດສາດ
ຕົ້ນຕານເປັນໄມ້ຢືນຕົ້ນ, ລຳຕົ້ນສູງເຖິງ 30 ແມັດ, ຢູ່ເທິງຍອດ ຫຼື ປາຍມີໃບແຜ່ອອກ. ໃບເມື່ອຍັງອ່ອນເປັນສີຂຽວເຫຼື້ອມ, ໃບກວ້າງ 1-1.5 ແມັດ, ແຜ່ນໃບໜາຄ້າຍຮູບຫວີ, ປາຍໃບເປັນແຂ້ວແສກເລີກເຖິງເຄີ່ງແຜ່ນໃບ, ສ່ວນກ້ານໃບໜາເປັນສີເຫຼືອງຍາວປະມານ 1-2 ແມັດ, ຮູບຮ່າງຄ້າຍຄືກັບໃບຄໍ້. ດອກຕານເປັນສີຂາວອົມເຫຼືອງ, ອອກດອກເປັນຊໍ່, ຊໍ່ດອກມີດອກຢູ່ແຕ່ລະຊໍ່ 8-16 ດອກ, ດອກຈູ້ມມີກາບຫຸ້ມ, ດອກເພດຜູ້ ແລະ ແມ່ຢູ່ຕ່າງຕົ້ນ. ຊໍ່ດອກຜູ້ໃຫ່ຍກວ່າ ຊໍ່ດອກແມ່ແຕກກິ່ງງ່າຫຼາຍ. ໝາກຕານມົນກົມ, ໝາກມີຂະໜາດປະມານ 15-20 ຊມ, ຮູບຮ່າງຄ້າຍຄືໝາກພ້າວ ແຕ່ທາງໃນຈະມີແກ່ນຂະໜາດນ້ອຍກວ່າ, ມີສາມແກ່ນແປ, ໂອບດ້ວຍເສັ້ນໃຍຈຳນວນຫຼາຍຢ່າງໜາແໜ້ນ ແລະ ເປືອກແຂງ, ດ້ານໃນແກ່ນເປັນວຸ້ນສີຂາວ ແລະ ມີນ້ຳໃຈກາງ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ສິ່ງປູກສ້າງ, ອາຫານ, ພືດເປັນຢາ

ຕົ້ນຕານສ່ວນທີ່ໃຊ້ເປັນຢາແມ່ນຂວັ້ນຮ່ວງດອກ, ເປັນນໍ້າຕານເຊິ່ງແມ່ນທາດແຫຼວທີ່ໄຫຼອອກຈາກຮ່ວງດອກ. ວິທີຜະລິດນໍ້າຕານ: ເມື່ອຕົ້ນຕານເປັນດອກແລ້ວ, ເພີ່ນຕັດປາຍກ້ານຊໍ່ດອກ, ຊຶ່ງເຮົາເຄີຍເອີ້ນວ່າ: (ໂຄຍຕານ) ຕັດຖີ່ມປະມານ 3-5 ຊມ, ແລ້ວເອົາທໍ່ຊຸບໃສ່, ຄວນຕັດຍາມແລງຄ້ອຍຄໍ່າ, ປະໄວ້ຕະຫຼອດຄືນຈະໄດ້ນໍ້າຕານປະມານ 1 ລີດ. ນໍ້າຕານທີ່ເອົາກາງຄືນຈະບໍ່ມີລົດສົ້ມ, ຫວານດີ, ມີກິ່ນຫອມ, ບົ່ມກັບແປ້ງເຫຼົ້າຈະໄດ້ເຫຼົ້າຕານມີປະລິມານທາດເຫຼົ້າຕໍ່າ ຄ້າຍຄືເບຍ, ແຕ່ກໍ່ອາດຈະໃຊ້ ປຸ່ງແຕ່ງໃຫ້ເຂັ້ມຂຸ້ນຂື້ນໄດ້. ນອກຈາກສ່ວນທີ່ໃຊ້ເປັນຢາ ແລະ ວັດຖຸດິບທີ່ຜະລິດນໍ້າຕານແລ້ວ, ໝາກຕານເປັນອາຫານບໍາລຸງ, ໃຊ້ວຸ້ນຈາກແກ່ນຮັບປະທານ, ໜ່ວຍແກ່ເປັນສີເຫຼືອງ, ມີກິ່ນຫອມ, ວຸ້ນຈະແຂງກາຍເປັນທາດແປ້ງທີ່ສາມາດເຮັດເຂົ້າໜົມ ຫຼື ເຮັດນໍ້າຫວານ. ຄຸນປະໂຫຍດທາງການແພດ: ຂວັ້ນຮວງດອກເປັນຢາປົວໄຂ້, ຂັບປັດສະວະ, ປົວໄຂ້ມາເລເຊຍ, ປ້າງໃຫຍ່, ຕັບອັບເສັບ: ຊອຍຂວັ້ນດອກເປັນປ່ຽງບາງໆຊັ່ງເອົາ 100 ກຼາມປະສົມນໍ້າ 100 ມິນລີລີດ, ຕົ້ມຟົດ 15 ນາທີ, ແບ່ງເປັນ 2-3 ເທື່ອ ດື່ມໃນ 1 ວັນ. ຂວັ້ນດອກປີ້ງ, ເອົາມາປັ້ນ ຫຼື ໜີບ ເອົານໍ້າດື່ມໃນຕອນເຊົ້າໆລະ 100 ກຣາມ ເປັນຢາຂ້າແມ່ທ້ອງກົມ. ນໍ້າຕານຂອງຮວງດອກຕານຍັງເປັນຢາລະບາຍອ່ອນ (Purgative) ເປັນຢາແກ້ເບື່ອໃນກໍລະນີເບື່ອ. ຕົ້ນຕານອ່ອນເປັນຢາປົວຕັບອັບເສັບ, ໜັງເຫຼືອງ, ຂັບປັດສະວະ. ຮາກຕານກໍ່ເປັນຢາຂັບປັດສະວະສະດວກ, ໃຊ້ໃນຮູບຢາຕົ້ມ ມື້ໜຶ່ງ 50-60 ກຣາມ. ສ່ວນອື່ນຂອງຕົ້ນຕານກໍ່ມີຄຸນປະໂຫຍດ, ລຳຕົ້ນເຮັດເສົາເຮືອນ, ແຂບເຮືອນ, ໃບຕານໃຊ້ໄວ້ມຸງເຮືອນ, ເຮັດກຸບ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,