ເລກລຳດັບທີ: 762
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຜັກແປ້ນ
Garlic Chives
Allium tuberosum Rottler ex Spreng.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນແປ້ນ. ໄທ: ຜັກກຸຍຊ່າຍ, ຜັກໄມ້ກວາດ, ຜັກແປ້ນ ຈີນ: ກູ່ໄສ່. Eng: Garlic chives, Oriental garlic, Asian chives, Chinese chives, Chinese lee
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Asparagales
ຊື່ສະກຸນ
Amaryllidaceae
ສະກຸນ
Allium
ຊະນິດ
Allium tuberosum
ຊື່ພ້ອງ
Allium tuberosum Roxb.
Allium tuberosum f. yezoense (Nakai) M.Hiroe
ບັນຍາຍລັກສະນະທາງພືດສາດ
ເປັນພືດລົ້ມລຸກ, ສູງ 30–45 ຊມ, ມີເຫງົ້ານ້ອຍ. ໃບດ່ຽວ, ໃບຈັບຈຸ້ມກັນ, ຮູບຂອບຂະໜານ, ຍາວ 30–40 ຊັງຕີແມັດ, ຢູ່ໂຄນເປັນກາບຊ້ອນສະຫຼັບກັນ, ຂອບລຽບ, ປາຍແຫຼມ, ກ້ຽງທັ້ງສອງດ້ານ. ດອກອອກເປັນຊໍ່, ສີຂາວ, ມີກິ່ນຫອມ, ກ້ານຊໍ່ດອກຍາວ 40–45 ຊັງຕີແມັດ, ອອກດອກໃນລະດັບດຽວກັນຢູ່ປາຍຂອງກ້ານຊໍ່ດອກ, ກ້ານດອກມີຂະໜາດເທົ່າກັນ ແລະ ມີໃບປະດັບຫຸ້ມຊໍ່ດອກ, ກາບດອກມີສີຂາວ 6 ກາບ, ຍາວ 6 ມີນລີແມັດ, ໂຄນຕິດກັນ, ປາຍແຍກຢູ່ກາງກາບດອກ, ດ້ານນອກມີສັນ ຫຼື ເສັ້ນສີຂຽວອ່ອນໆຈາກໂຄນກາບໄປຫາປາຍ, ເມື່ອດອກບານຈະກວ້າງປະມານ 1 ຊັງຕີແມັດ, ມີເກສອນເພດຜູ້ 6 ອັນ, ຈັບກົງກັນຂ້າມກັບກາບດອກ ແລະ ເກສອນເພດແມ່ 1 ອັນ. ເຕົ້າໄຂ່ຢູ່ເທີງວົງກາບ. ໝາກກົມ, ກວ້າງ ແລະ ຍາວປະມານ 4 ມີນລີແມັດ. ພາຍໃນມີ 3 ຫ້ອງໄຂ່ ແລະ ມີເຈ້ຍຫຸ້ມຕື້ນໆ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ໃບຜັກແປ້ນຊ່ວຍຮັກສາບາດແຜລິດສີດວງທະວານ, ຊ່ວຍເຮັດໃຫ້ລິດສີດວງຫົດ ດ້ວຍການໃຊ້ໃບສົດລ້າງນ້ຳສະອາດຕົ້ມກັບນ້ຳຮ້ອນແລ້ວນັ່ງເໜືອພາຊະນະຮົມອາຍຈົນນ້ຳອຸ່ນ ຫຼື ຈະນ້ຳທີ່ຕົ້ມລ້າງແຜວັນລະ 2 ຄັ້ງ ຫຼື ຈະໃຊ້ໃບນຳມາປາດເປັນຕ່ອນນ້ອຍແລ້ວນຳມາຂົ້ວໃຫ້ຮ້ອນໃຊ້ຜ້າຫໍ່ມາປະຄົບບໍລິເວນທີ່ເປັນຈະຊ່ວຍເຮັດໃຫ້ຫົວລິດສີດວງຫົດເຂົ້າໄປໄດ້. ຕົ້ນສົດ ແລະ ໃບມີສັບພະຄຸນແກ້ໜີ່ວດ້ວຍການໃຊ້ໃບສົດ ແລະ ຕົ້ນນຳມາຕຳໃຫ້ລະອຽດປະສົມກັບເຫຼົ້າ ແລະ ໃສ່ສານສົ້ມເລັກນ້ອຍແລ້ວຕອງເອົາແຕ່ນ້ຳມາຮັບປະທານ 1 ຈອກຊາ. ສຳລັບສະຕີທີ່ກຳລັງຖືພາແລ້ວມີອາການອາຈຽນ ຫຼື ເບື່ອອາຫານໃຫ້ໃຊ້ນ້ຳຄັ້ນຈາກຜັກແປ້ນ ½ ຈອກ, ນ້ຳຂິງ ½ ຈອກ ນຳມາປະສົມກັນແລ້ວນຳໄປຕົ້ມຈົນຟົດຕື່ມນ້ຳຕານຕາມໃຈມັກແລ້ວນຳມາດື່ມ. ສະຕີເກີດລູກໃໝ່ມັກມີອາການໝົດສະຕິສາມາດແກ້ດ້ວຍການໃຊ້ໃບຜັກແປ້ນສົດນຳມາຟັກໃຫ້ລະອຽດໃສ່ໃນເຫຼົ້າທີ່ຕົ້ມຮ້ອນແລ້ວຖອກເຂົ້າໄປໃນປາກ. ແຕ່ຖ້າມີອາການວິນຫົວກໍ່ໃຊ້ໃບຜັກແປ້ນມາຟັກໃຫ້ລະອຽດແລ້ວຕື່ມນ້ຳສົ້ມສາຍຊູຮ້ອນໆລົງໄປແລ້ວນຳມາໃຊ້ສູດດົມແກ້ອາການວິນວຽນໄດ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,