ຜັກປັງ
Ceylon spinach
Basella alba L.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຜັກປັງ.
ໄທ: ຜັກປລັງ, ຜັກປັ໋ງ, ຜັກປັ່ງ ( ພາກເໜືອ ), ຜັກປລັງໃຫຍ່, ຜັກປັງຂາວ, ຜັກປັງແດງ ( ພາກກາງ ), ຜັກປຣັງ ( ໄທ ).
ຈີນ: ລົ່ວຂຸຍ.
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Caryophyllales
- ຊື່ສະກຸນ
- Basellaceae
- ສະກຸນ
- Basella
- ຊະນິດ
- Basella alba
ຊື່ພ້ອງ
Basella rubra var. virescens Moq.
ບັນຍາຍລັກສະນະທາງພືດສາດ
ເປັນພືດລົ້ມລຸກ, ລຳຕົ້ນອວບນ້ຳ, ກ້ຽງ, ກົມ, ແຕກກີ່ງກ້ານສາຂາຫຼາຍ, ຍາວ 2–6 ແມັດ. ໃບດ່ຽວຈັບສະຫຼັບກັນໄປຕາມຂໍ້ຕົ້ນລັກສະນະຂອງໃບເປັນຮູບໄຂ່ ຫຼື ຮູບຫົວໃຈ, ປາຍໃບແຫຼມ, ໂຄນໃບເປັນຮູບຫົວໃຈ. ຂອບໃບລຽບ, ໃບມີຂະໜາດກວ້າງປະມານ 2–8 ຊັງຕີແມັດ ແລະ ຍາວປະມານ 2.5–12 ຊັງຕີແມັດ, ໃບອວບນ້ຳ ແລະ ເປັນມັນໜານຸ່ມຈີກຂາດໄດ້ງ່າຍ, ຫຼັງໃບ ແລະ ພື້ນໃບກ້ຽງ, ເມື່ອນຳມາບີບ ຫຼື ຍ່ອງຈະເຫັນເມືອກໜຽວ, ກ້ານໃບອວບນ້ຳ, ຍາວ 1–3 ຊັງຕີແມັດ, ເປັນສີຂຽວ ແລະ ສີແດງ. ດອກເປັນຊໍ່ຈະອອກຢູ່ຊອກໃບ, ຍາວ 3–21 ຊັງຕີແມັດ, ດອກມີຂະໜາດນ້ອຍ ແລະ ມີຈຳນວນຫຼາຍບໍ່ມີກ້ານຊູດອກ, ແຕ່ລະດອກຈະມີກີບ 5 ກີບ, ຍາວ 4 ມີນລີແມັດ, ໃບປະດັບຂະໜາດນ້ອຍ 2 ໃບຢູ່ໂຄນຂອງກີບລວມຍາວ 0.1–3 ມີນລີແມັດ, ໂຄນເຊື່ອມຕິດກັນເປັນທໍ່ຢູ່ປາຍແຍກເປັນ 5 ແສກເລັກນ້ອຍ, ດອກມີເກສອນຜູ້ຈຳນວນ 5 ກ້ານຕິດຢູ່ຖານຂອງກີບດອກ, ມີຖົງເສກອນເປັນຮູບກົມ ຍາວ 0.1–0.5 ມີນລີແມັດ, ເຕົ້າໄຂ່ຈະຢູ່ເທີງວົງກີບ ມີ 1 ຫ້ອງ, ຮູບຮີ, ຍາວ 0.1–0.5 ມີນລີແມັດ. ສ່ວນກ້ານເກສອນເພດແມ່ຈະຍາວປະມານ 0.1–0.5 ມີນລີແມັດ. ໝາກກົມມີຂະໜາດເສັ້ນຜ່າສູນກາງ 5–6 ມີນລີແມັດ, ຜີວໝາກລຽບ, ປາຍໝາກມີຮ່ອງ ແລະ ບໍ່ມີກ້ານໝາກ, ໝາກອ່ອນເປັນສີຂຽວ, ເມື່ອແກ່ແລ້ວຈະປ່ຽນເປັນສີດຳ, ເນື້ອໝາກນຸ່ມ, ພາຍໃນໝາກມີນ້ຳສີມ່ວງດຳ ແລະ ມີແກ່ນ 1 ແກ່ນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ໝົດຕົ້ນມີສານ Glucan, Glucolin, Saponin, ໂປຣຕີນ, ວິຕາມີນເອ, ວິຕາມີນບີ, ວິຕາມີນຊີ, ແຮ່ທາດ, ແຄລຊຽມ, ທາດເຫຼັກ. ໝົດຕົ້ນຊ່ວຍແກ້ອາການຖອກທ້ອງ, ຍອດອ່ອນ ຫຼື ໃບຍອດອ່ອນສົດຈະມີເສັ້ນໄຍຊ່ວຍຫຼໍ່ລື່ນລຳໄສ້ ແລະ ເປັນຢາລະບາຍອ່ອນໆທີ່ເໝາະສຳລັບເດັກ ແລະ ຜູ້ຍີງຖືພາ. ເມື່ອນຳມາຕົ້ມຮັບປະທານເປັນອາຫານຈະຊ່ວຍແກ້ອາການຖອກທ້ອງໄດ້, ໃບນຳມາຕຳໃຊ້ເປັນຢາແກ້ຂີ້ກາກ, ເຮື້ອນ, ຜື່ນຄັນ ແລະ ຝີ. ຍອດອ່ອນນຳມາແກງ ຫຼື ໃສ່ຕົ້ມໄກ່ຮັບປະທານເປັນຢາບຳລຸງເລືອດລົມສຳລັບຄົນໜ້າຈືດເລືອດລົມບໍ່ດີ. ນອກນີ້ຜັກປັງຍັງມີປະໂຫຍດຫຼາຍຢ່າງເຊັ່ນ:
- ສາມາດນໍາມາເປັນຢາແກ້ອາກາດປັດສະວະຂັດ ໂດຍນໍາໃຊ້ໃບສົດ 60 ກຼາມ ນໍາໄຕົ້ມກັບນໍ້າດືມແບບຊາ.
- ນໍາໃບສົດ ຫຼື ຍອດອ່ອນມາຕົ້ມກິນເປັນອາຫານຊ່ວຍປິ່ນປົວໄສ້ຕິງອັກເສບ.
ໃຊ້ຕົ້ນສົດ 60-120 ກຼາມ ຕົ້ມກັບນໍ້າດື່ມຊ່ວຍແກ້ຝີ ຫຼື ບາດແຜ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ວີດ ທ່ຽງບຸນທຳ. 2542. ໜັງສືພົດຈະນານຸກົມສະໝຸນໄພໄທ, ສະບັບພີມຄັ້ງທີ່ 5."ຜັກປັງ". ໜ້າ 499 - 501.
ນິດສີຣິ ເຣືອງຣັງສີ ແລະ ທະວັດໄຊ ມັງຄະຄຸບ. 2547. ໜັງສືສະໝຸນໄພໄທ ເຫຼັ້ມ 1. "ຜັກປັງ". ໜ້າ 179.
ຄະນະເພສັຊສາດ. 2539. ໜັງສືສະໝຸນໄພສວນສີຣີລຸກຂະຊາດ. ( ມະຫາວິທະຍາໄລມະຫິດົນ). "ຜັກປັງ Ceylon Spinach". ໜ້າ 62.
ວິທະຍາ ບຸນວໍລະພັດ. 2554. ໜັງສືສາລານຸກົມສະໝຸນໄພໄທ-ຈີນ ທີ່ໃຊ້ຫຼາຍໃນປະເທດໄທ. "ຜັກປັງ. ໜ້າ 350.
Larkcom J. 1991. Oriental Vegetables. John Murray
Phillips. R. & Rix. M. 1995. Vegetables. Macmillan Reference Books, London.
Aboshi T., Ishiguri S., Shiono Y., Murayama T. 2014. A review of the taxonomy, ethnobotany, phytochemistry and pharmacology of Basella alba (Basellaceae). Journal of Applied Pharmaceutical Science Vol. 4 (01), pp. 153-165, January, 2014
Aboshi, T., Ishiguri, S., Shiono, Y., Murayama, T. 2017. Flavonoid glycosides in Malabar spinach Basella alba inhibit the growth of Spodoptera litura larvae. Biosci Biotechnol Biochem. 2018 Jan;82(1):9-14. doi: 10.1080/09168451.2017.1406301. Epub 2017 Dec 6.
T. R. Shantha, P. Patchaimal, M. Prathapa Reddy, R. Kishore Kumar, Devesh Tewari, Vandana Bharti, G. Venkateshwarlu, A. K. Mangal, M. M. Padhi and K. S. Dhiman. 2016. Pharmacognostical Standardization of Upodika- Basella alba L.: An Important Ayurvedic Antidiabetic Plant. Anc Sci Life. 2016 Jul-Sep; 36(1): 35–41. doi: [10.4103/0257-7941.195411]

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,