- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Asterales
- ຊື່ສະກຸນ
- Asteraceae
- ສະກຸນ
- Tagetes
- ຊະນິດ
- Tagetes erecta L.
Tagetes elongata Willd.
Tagetes erecta var. erecta
Tagetes ernestii H.Rob. & Nicolson
Tagetes excelsa Soule
Tagetes heterocarpha Rydb.
Tagetes major Gaertn.
Tagetes patula L.
Tagetes patula f. patula
Tagetes patula var. patula
Tagetes remotiflora Kunze
Tagetes tenuifolia Kunth
Tagetes tenuifolia Millsp.
ນີ້ຄືພືດລົ້ມລຸກ (ມີວົງຈອນຊີວິດຄົບໜຶ່ງປີ) ທີ່ສາມາດຈະເລີນເຕີບໂຕສູງຮອດ 10-150 ຊມ. ແລະ ກວ້າງປະມານ 30 ຊມ. ໃບມີສີຂຍວເຂັ້ມຮູບຄ້າຍຂົນນົກ (ມີໃບຍ່ອຍຂະໜາດນ້ອຍ ແຕກຂະແໜ່ງອອກຈາກແກ່ນກາງໃບ ເອື້ອນວ່າ “ໃບປະສົມແບບຂົນນົກ”) ແລະ ມີກິ່ນສຸນອອ່ນໆຄ້າຍກັບດອກ ເມືອບົດ.
ຊໍ່ດອກດຽວອອກບໍລິເວນປາຍກ້ານດອກ (ຍາວ 3-10 ຊມ) ແຕ່ລະດອກຈະມີສ່ວນທີ່ຄ້າຍໃບຂະໜາດນ້ອຍ 5-8 ໃບ (ເອີ້ນວ່າ ”ກາບດອກ”). ອອ້ມຮອບຊໍ່ດອກແຕ່ລະຊໍ່ຈະມີດອກຍ່ອຍຕ້າຍກີບດອກ 5-8 ດອກ (ເອີ້ນວ່າ “ray florets") ເຖິ່ງວ່າບາງສາຍພັນຈະມີ “ດອກຊ້ອນ” ທີ່ມີດອກຮອດ 100 ດອກ. ສີດອກຍ່ອຍມີຕັ້ງແຕ່ສີເຫຼືອງຫາສີສົ້ມ, ສີນ້ຳຕານແດງ, ສີເຫຼືອງປົນສີນ້ຳຕານແດງ ຫຼື ສີຂາວໃນບາງສາຍພັນ. ກີບດອກຮູບວີ ຫຼື ຮູບເພັດ, ຍາວປະມານ 1,2-1,8 ຊມ.
ບໍ່ລິເວນກາງຊໍ່ດອກມີດອກຂະໜາດນ້ອຍ ຮູບຫຼອດ (ເອີ້ນວ່າ “ດອກຍ່ອຍຮູບຈານ”) ຈຳນວນ 50-120 ດອກ. ແຕ່ລະດອກຍາວປະມານ 0,7-1,2 ຊມ. ຫຼັງຈາກອອກດອກແລ້ວ ພືດຈະຜະລິດແກ່ນ (ເອີ້ນວ່າ “ອະຄີນ”), ຍາວ 6-11 ມມ. ແຕ່ລະແກ່ນມີຂົນຂະໜາດນ້ອຍ ຫຼື ໂຄງສ້າງຄ້າຍເກັດຢູ່ດ້ານເທິງ ເຊິ່ງຊ່ວຍໃນການກະຈາຍແກ່ນ.
ແຫຼ່ງທີ່ມາ: [1], [2]
Global distribution of Tagetes erecta between 1900 to 2026. Source: [4]
ຕາມການບັນທຶກຂອງ GBIF ພົບສາຍພັນນີ້ຖືກບັນທຶກໄວ້ໃນນະຄອນຫຼວງວຽງຈັນ ແລະ ຫຼວງພະບາງ. [4]
ຈະເລີນເຕີບໂຕໃນເຂດປ່າແປກ-ປ່າກໍ່, ພົບໃນປ່າໄມ້ຟຸ່ມຊຸ່ມ ຫຼື ຂ້ອນຂ້າງແຫ້ງແລ້ງ ແລະ ທົ່ງຫຍ້າໂລ່ງ, ມັກພົບເປັນວັດສະພືດໃນພື້ນທີ່ເພາະປູກ ຫຼື ພື້ນທີ່ຮົກເຮື້ອ ທີ່ລະດັບຄວາມສູງບໍ່ເກີນ 1,850 ມ ໃນກົວເຕມາລາ [5]. ເໝາະສຳຫຼັບການປູກທົ່ວໄປ, ສ່ວນຂະໜາດນ້ອຍ, ໜານດອກໄມ້ ແລະ ຂອບໜານ ລວມທັງການປູກໃນພາສະນະ [1]. ຖິ່ນທີ່ຢູ່ຕາມທຳມະຊາດຂອງດອກດາວເຮືອງຄືເຂດປ່າແປກຂອງແມັກຊີໂກ, ໃນສະພາບອາກາດອົບອຸ່ນ ແລະ ມີຄວາມຊຸ່ມຕ່ຳ, ຕ້ອງການແສງແດດເຕັມທີ ແລະ ພົບໄດ້ຕັ້ງແຕ່ລະດັບນ້ຳທະເລຈົນຮອດ 2,000 ແມັດໃນເຂດຮ້ອນ. [6]
Introduced into Alabama, Altay, Angola, Arkansas, Assam, Austria, Baleares, Baltic States, Bangladesh, Belarus, Belgium, Belize, Benin, Bolivia, Bulgaria, California, Cameroon, Canary Is., Cape Verde, Caroline Is., Cayman Is., Chad, Colombia, Connecticut, Cook Is., Costa Rica, Cuba, Czechia-Slovakia, Djibouti, Dominican Republic, DR Congo, East Aegean Is., East Himalaya, Ecuador, El Salvador, Ethiopia, Fiji, Florida, France, Galápagos, Germany, Great Britain, Greece, Guinea, Gulf of Guinea Is., Guyana, Haiti, Honduras, Hungary, Illinois, India, Ireland, Italy, Jamaica, Jawa, Kansas, Kazakhstan, Kentucky, Korea, Krym, Laccadive Is., Laos, Leeward Is., Louisiana, Madeira, Marianas, Marshall Is., Maryland, Massachusetts, Mauritius, Missouri, Morocco, Myanmar, Nepal, New York, Nicaragua, Niue, North Carolina, North Caucasus, Northern Provinces, Norway, NW. Balkan Pen., Ohio, Oklahoma, Oman, Pakistan, Panamá, Pennsylvania, Peru, Philippines, Pitcairn Is., Poland, Portugal, Primorye, Puerto Rico, Rodrigues, Romania, Réunion, Sicilia, South Carolina, South European Russia, Spain, Sri Lanka, Sumatera, Suriname, Tadzhikistan, Taiwan, Thailand, Transcaucasus, Trinidad-Tobago, Tubuai Is., Tunisia, Turkmenistan, Tuva, Ukraine, Utah, Uzbekistan, Venezuela, Vermont, Vietnam, Virginia, West Himalaya, West Siberia, Windward Is., Wisconsin, Wyoming, Zambia, Zimbabwe. [3]
ດອກດາວເຮືອງ ຖືວ່າຈັດບໍ່ຢູ່ໃນຄວາມສ່ຽງຕໍ່ການສູນພັນທົ່ວໂລກ, ມີການປູກຢ່າງແພ່ຫຼາຍ ມີການກະຈາຍພັນຕາມທຳມະຊາດໃນຫຼາຍພູມິພາກ ແລະ ມີບົດບາດທາງນິເວດວິທະຍາ ແລະ ການຕົບແຕ່ງ, ການປະເມີນການອານຸລັກ ຈັດໃຫ້ຢູ່ໃນລະດັບປອດໄພຢ່າງສະໝໍ່າສະເໝີ. [3]
ອາຫານ: ກີບດອກຂອງບາງສາຍພັນສາມາດກິນໄດ້ ຫຼື ແບບສົດ ຫຼື ປະສົມໃນສະຫຼັດ. ໃບດອກດາວເຮືອງບາງຄັ້ງໃຊ້ເປັນເຄື່ອງປຸ່ງຣົດຊາດ. ສີເຫຼືອງຈາກດອກດາວເຮືອນສາມາດໃຊ້ແທນຫຍ້າຝຣັ່ນໃນການແຕ່ງສີ ແລະ ປຸ່ງແຕ່ງຣົດຊາດໃນອາຫານໄດ້. [5], [8]
ສະໝຸນໄພ: ດອກດາວເຮືອງສາມາດກິນສົດໃນສະຫຼັດ ຫຼື ຊົງເປັນຊາໄດ້, ຕາມຄວາມເຊື່ອແບບພື້ນບ້ານ ເຊື່ອວ່າມີສັບພະຄຸນທາງສະໝຸນໄພ. ການສຶກສາຕ່າງໆຍືນຍັນສັບພະຄຸນໃນການຕ້ານອານຸມູນອິດສະຫຼະ ແລະ ຊີ້ໃຫ້ເຫັນສັກກະຍະພາບໃນການຊ່ວຍປ້ອງກັນມະເຣັງບາງຊະນິດ (Kaisoon). ສານສະກັດຈາກດອກດາວເຮືອງແຫ້ງ ຖືກນຳມາໃຊ້ເພື່ອປ້ອງກັນພະຍາດມາຣາເລຍ ເຊິ່ງໄດ້ຮັບການສະໜັບສະໜູນຈາກການທົດລອງທາງວິທະຍາສາດ (Gupta). ສານລູທີນຍັງໄດ້ຮັບການຍອມຮັບໃນການປ້ອງກັນຕໍ້ກະຈົກຕາ ແລະ ຫຼຸດຄວາມສ່ຽງຈໍປະສາດຕາເຊື່ອມ [7]. ສານສະກັດສະໝຸນ ແລະ ເມຕາໂບໄລນ໌ຖືກນຳມາໃຊ້ຫຼາຍຂື້ນທຸກພື້ນທີ່ທົ່ວໂລກ ໃນຖານະທາງເລືອກຈາກທຳມະຊາດແທນສານເຄມີສັງເຄາະ ທັງໃນການຍາພື້ນເມືອງ ແລະ ຢາໃນປັດຈຸບັນ. ສ່ວນຕ່າງໆຂອງດອກດາວເຮືອງ ຖືກນຳມາໃຊ້ຮັກສາໄຂ້, ບັນເທົາອາການເຄືອງດັງ, ຂັບລົມ, ບຳລຸງກະເພາະອາຫານ ແລະ ໃຊ້ຮັກສາອາການພະຍາດກ່ຽວກັບເລືອດ, ໂຣກຕັບ, ພະຍາດກ່ຽວກັບຕາ, ຟອກເລືອດ, ລິດຊີດວງທະວານ, ພະຍາດໄຂຂໍ້ອັກເສບ, ຫວັດ ແລະ ຫຼອດລົມອັກເສບ. ພືດຊະນິດນີ້ມີສານເຄມີຫຼາກຫຼາຍຊະນິດ ແລະ ມີລິດທາງເພຊັບວິທະຍາ ເຊັນ ບັນເທົາອາການເຈັບ, ຕ້ານການອັກເສບ, ຕ້ານອານຸມູນອິດສະຫຼະ, ຂ້າແມງໄມ້, ບຳລຸງຕັບ, ຫຼຸດໄຂ້, ສະໝານແຜ, ຕ້ານເຊື້ອແບັກທິເຣຍ, ຕ້ານຈຸລິນຊີ, ຕ້ານໂຣກລົມຊັກ ແລະ ຕ້ານເຊື້ອຣາ [8]. ນຳໃບມາບົດເປັນຢາພອກ ໃຊ້ທາພາຍນອກເພື່ອຮັກສາຝີ, ໜອງ ແລະ ອາການເຈັບຫູ. [5]
ເຄື່ອງສຳອາງ: ນ້ຳມັນຫອມລະເຫີຍທີ່ສະກັດຈາກດອກ ແລະ ໃບ ໃຊ້ໃນປະລິມານເລັກນ້ອຍໃນການເຮັດນ້ຳຫອມ ໂດຍໃຫ້ກິນດອກໄມ້ທີ່ອອ່ນໂຍນພ້ອມກິ່ນ “ຄ້າຍແອັບເປິ້ນ” ເລັກນ້ອຍ. [5]
ດ້ານວັດທະນະທຳ: ການທະຫວາຍໃນວັດ ໃຊ້ດອກດາວເຮືອງສີສົ້ມສົດໃສ ແລະ ສີເຫຼືອງ ເພື່ອທະຫວາຍ ຫຼື ກາບໄຫວ້ພະໃນລະຫວ່າງພິທິກຳຕ່າງໆ ເຊັ່ນ ບຸນຫໍເຂົ້າປະດັບດິນ ແລະ ບຸນຫໍເຂົ້າສະຫຼາກ, ເຊິ່ງເປັນສັນຍາລັກຂອງຄວາມບໍລິສຸດ ແລະ ຄວາມເຄົາລົບ [9]. ການຕົບແຕ່ງໃນເທະສະການທີ່ໃຊ້ພວງມາໄລ ແລະ ຈັດດອກໄມ້ໃນຮິ້ງບູຊາໃນບ້ານ, ສານພະພູມ ແລະ ພິທິກຳຂອງຊຸມຊົນ, ເຊິ່ງສະແດງເຖິ່ງຄວາມຈະເລີນຮຸ່ງເຮືອງ ແລະ ຄວາມມີຊີວິດຊີວາ. [10]
ກິດຈະກຳທາງກະສິກຳ: ດອກດາວເຮືອງເປັນພືດທີ່ມີປະໂຫຍດຫຼາຍໃນສ່ວນ. ກິ່ນສຸນຂອງດອກດາວເຮືອງ ຊ່ວຍຂັບໄລ່ສັດຕູພືດ ແລະ ລົບກິ່ນຂອງພືດຫຼາຍຊະນິດ ເຮັດໃຫ້ສັດຕູພືດຄົ້ນຫາ ແລະ ທຳລາຍພືດທີ່ເປັນແລ່ງອາໃສ່ໄດ້ຍາກຂື້ນ. ນອກຈາກນີ້ພວກມັນຍັງດຶງດູກແມງກະເບື້ອ ແລະ ແມງໄມ້ທີ່ເປັນປະໂຫຍດອື່ນໆ. ຮາກຂອງດອກດາວເຮືອງປ່ອຍສານພິດຂ້າຂີ້ກະເດືອນຝ່ອຍ ເຊິ່ງສະແດງໃຫ້ເຫັນວ່າສາມາດປ້ອງກັນຄວາມເສຍຫາຍຈາກໄສ້ເດືອນຝ່ອຍໄດ້ ເມື່ອປູກໜູນວຽນກັບພືດທີ່ອອ່ນແອຕໍ່ໄສ້ເດືອນຝ່ອຍ (Krueger). ການສຶກສາບາງສະບັບຍັງບົ່ງບອກເຖິ່ງປະສິດທິພາບ ເມື່ອປູກໃກ້ຮາກພືດໃນລະບົບປູກພືດປະສົມປະສານ (Olabiyi and Oyadunmade). ດອກໄມ້ມີສານໄພຣຣີນ ເຊິ່ງເປັນຢາຂ້າແມງໄມ້ຕາມທຳມະຊາດ (ຊາຣິນ). ສານສະກັດຈາກດອກດາວເຮືອງໄດ້ຮັບການພິສູດແລ້ວວ່າມີປະສິດທິພາບໃນການກຳຈັດດ້ວງ Tribolium spp. [7]
ສີ ແລະ ການຍ້ອມສີ: ດອກດາວເຮືອງໄດ້ຮັບການປູກ ເພື່ອການຄ້າໃນຖານະແຫຼ່ງລູທີນຕາມທຳມະຊາດ ເຊິ່ງເປັນແຫຼ່ງສີສົ້ມທີ່ໃຊ້ໃນຜະລິດຕະພັນອາຫານ ແລະ ເຕີມລົງໃນອາຫານສັດປີກເພື່ອເພີ່ມສີສົ້ມໃນໄຂ່ແດງ. [7], [6]
ດອກດາວເຮືອງເປັນພືດພື້ນເມືອງ ແລະ ໄມ້ປະດັບທີ່ໄດ້ຮັບຄວາມນິຍົມແພ່ຫຼາຍທົ່ວໂລກ. [6]
ໃນລາວດອກດາວເຮືອງສົດໆມັກວາງຂາຍໃນຕະຫຼາດທ້ອງຖິ່ນ ໂດຍມີລາຄາຕັ້ງແຕ່ປະມານ 5,000-15,000 ກີບຕໍ່ຊໍ່ ຂື້ນຢູ່ກັບຂະໜາດ, ຄວາມສົດ ແລະ ລະດູການ.
ຊະນິດພັນທີມີການປູກ:
ສະພາບໂດຍລວມ:
ຕ້ອງການດິນທີ່ລະບາຍນ້ຳໄດ້ດີ ແລະ ອຸດົມສົມບູນປານກາງ ໃນບ່ອນທີ່ມີແດດສ່ອງ. ມັນເຕີບໃຫຍ່ໄດ້ດີທັງໃນດິນໜຽວ ແລະ ດິນຊາຍ [5]. ສະພາບແວດລ້ອມສຳລັບການຜະລິດ ດອກດາວເຮືອງມັກແສງແດດຈັດ, ທົນທານຕໍ່ໄພແຫ້ງແລ້ງ, ແລະ ບໍ່ຄວນຫົດນ້ຳຫຼາຍເກີນໄປ. ພວກມັນຕ້ອງການດິນທີ່ລະບາຍນ້ຳໄດ້ດີ ແຕ່ທົນທານຕໍ່ທັງສະພາບທີ່ເປັນກົດ ແລະ ດ່າງ [7]. ການເຕີບໂຕທີ່ດີທີ່ສຸດເກີດຂຶ້ນທີ່ອຸນຫະພູມລະຫວ່າງ 20°C ແລະ 30°C, ໂດຍມີຝົນຕົກປະຈຳປີຫຼາຍໃນລະດູຝົນ [8].
ລະດູການປູກ:
ລະດູການເວລາຫວ່ານເວລາຍ້າຍຕົ້ນກ້າໄລຍະເວລາເກັບກ່ຽວລະດູຝົນມິຖຸນາ-ກໍລະກົດກໍລະກົດ-ສິງຫາກັນຍາ-ຕຸລາ ແລະ ອາດຈະຮອດທັນວາລະດູໜາວກັນຍາ-ຕຸລາຕຸລາ-ພະຈິກພະຈິກ-ທັນວາລະດູຮ້ອນມັງກອນກຸມພາມີນາ-ເມສາ
ແຫຼ່ງຂໍ້ມູນ: [8]
ເທັກນິກການປູກ:
ການເພາະປູກ: ແກ່ນທີ່ຫວ່ານໂດຍຕົງກາງແຈ້ງຈະງອກພາຍໃນ 4-7 ວັນ ທີ່ອຸ່ນຫະພູມປະມານ 10 °C. ແລະ ຄຸມດ້ວຍແມັດ ເວີມິຄູໄລທ໌ຫຍາບໆ ຫຼື ດິນບາງໆ, ຊ່ວຍຮັກສາຄວາມຊຸ່ມໃນດິນໃຫ້ສະໝ່ຳສະເໝີຈົນກ່ວາແກ່ນຈະງອກ, ຈາກນັ້ນປ່ອຍໃຫ້ດິນແຫ້ງເລັກນ້ອຍລະຫວ່າງຫົດນ້ຳແຕ່ລະຄັ້ງ ເພື່ອປ້ອງກັນພະຍາດຍາວຄໍຕົ້ນເນົ່າ. [12], [13]
ການຍ້າຍປູກ: ຄວນຍ້າຍຕົ້ນກ້າລົງໃນຖາດເພາະກ້າ ເມື່ອຕົ້ນກ້າມີໃບແທ້ ຈາກນັ້ນຄ່ອຍໆສະສພາບໃຫ້ແຂງແຮງ ກ່ອນນຳໄປປູກກາງແຈ້ງຫຼັງຈາກພົ້ນຊ່ວງອັນຕະລາຍຈາກນ້ຳໝອກ, ໂດຍແນະນຳໃຫ້ເວັ້ນໄລ່ຍະຫ່າງ 30-45 ຊມ ທັງພາຍໃນ ແລະ ລະຫວ່າງແຖວ ຫຼື ປູກຫ່າງກັນ 20-30 ຊມ. ຫາກປູກຢ່າງໜາແໜ້ນ ແລະ ຄັດເລືອກຕົ້ນທີ່ອ່ອນແອອອກໃນພາຍຫຼັງ. [7], [12], [13]
ການເບິ່ງແຍງ ແລະ ບຳລຸງຮັກສາ:
ການກຳຈັດວັດສະພືດ: ວັດສະພືດຈະຍາດນ້ຳ, ສານອາຫານ ແລະ ແສງ ເຮັດໃຫ້ຜົນຜະລິດຫຼຸດລົງ ແລະ ເພີ່ມຄວາມສ່ຽງຕໍ່ສັດຕູພືດ ແລະ ພະຍາດ. ການຈັດການທີ່ມີປະສິດທິພາບ ຈະປະສົມປະສານການປະຕິບັດທາງວັດທະນະທຳ ເຊັ່ນ ການໄຖ່ພວນດິນ ແລະ ການຄຸມດິນ ລວມທັງການຄວບຄຸມທາງເຄມີເມື່ອຈຳເປັນ ໂດຍຄຳນຶງຫາຕົ້ນທຶນ, ແຮງງານ ແລະ ວັດສະດຸ. ສຳຫຼັບການກຳຈັດວັດສະພືດທີ່ໃຊ້ກັນທົ່ວໄປ ໄດ້ແກ່ Dacthal, Fusilade, Betasan, Treflan, metolachlor, and Poast [12].
ການໃສ່ຝຸ່ນ: ໃສ່ຝຸ່ນອາທິດລະ 100-150 ppm ໂດຍໃຊ້ສູດ 14-0-14 ລະວັງຍ່າໃສ່ຝຸ່ນຫຼາຍເກີນໄປ. [12]
ການອອກດອກ: ການອອກດອກຈະເລີ່ມປະມານສາມເດືອມຫຼັງຈາກປູກ ແລະ ສາມາດເກັບຕໍ່ໄປໄດ້ອີກຫຼາຍເດືອນ [5], [7]. ການຕັດດອກທີ່ແຫ້ງ ຫຼື ຕາຍອອກ (ການຕັດດອກຫຽວ) ຈະຊ່ວຍຢືດໄລຍະເວລາການອອກດອກ. [7]
ການປົກປ້ອງ ແລະ ການກຳຈັດສັດຕູພືດ:
ພະຍາດ ແລະ ສັດຕູພືດ:
ພະຍາດໃບເຫຼືອງ: ດອກດາວເຮືອນມີຄວາມອອ່ນໄຫວຕໍ່ພະຍາດໃບເຫຼືອງສູງ ເຊິ່ງມາດທຳລາຍພືດຜົນທັງໝົດໄດ້. ອາການໃນໄລຍະທຳອິດ ໄເດ້ແກ່ ເສັ້ນໃບປ່ຽນສີ ເຊິ່ງຈະລຸກລາມໄປເປັນອາການໃບເຫຼືອງທັງຕົ້ນ ໂດຍມັກປະກົດຕາມໃບໃໝ່ ແລະ ບາງຄັ້ງອາດສົ່ງຜົນກະທົບພຍງບາງສ່ວນຂອງຕົ້ນ. ອາດເກີດການຈະເລີນເຕີບໂຕຂອງຍອດທີ່ຜິດປົກກະຕິ ໂດຍດອກຈະຮຽງກັນເປັນ “ຝອຍກວາດ”ແທນທີ່ຈະເປັນດອກປົກກະຕິ, ໃບມັກຈະນ້ອຍລົງ, ແຄບ ແລະ ມີສີເຫຼືອງປົນຂຽວ ໂຣກນີ້ແພ່ກະຈາຍໂດຍເພ້ຍຈັກຈັ່ນ (Macrosteles quadrilineatus Forbes) ເຊິ່ງເປັນແມງໄມ້ສີອອ່ນຂະໜາດເທົາແມງວີ່.
ການຈັດການ: ການຄວບຄຸມປະສິທິພາບ ຕ້ອງໃຊ້ວິທີການແບບບູລະນາການ ໂດຍປະສົມປະສານການສຶກສາຢ່າງສະໝ່ຳສະເໝີ, ການໃຊ້ສານຂ້າແມງໄມ້ ແລະ ສຸຂະອານາໄມໃນໜານທີ່ດີ ເພື່ອຈຳກັດການແຜ່ກະຈາຍຈາກພືດທີ່ຕິດເຊື້ອໄປຍັງພືດທີ່ແຂງແຮງ.
ສັດຕູຫຼັກຂອງພືດ: ໄດ້ແກ່ ດ້ວງຢີ່ປຸ່ນ (Popillia japonica) ແລະ ໄຮແດງສອງຈຸດ (Tetranychus urticae).
ສັດຕູພືດອື່ນໆ: ເພ້ຍອອ່ນ ແລະ ແມງແງມ, ແມງກະເບື້ອ, ໜອນຊ້ອນໃບ, ຫອຍທາກ, ທາກ ແລະ ແມງວີ່ຂາວ ອາດກໍ່ໃຫ້ເກີດຄວາມເສຍຫາຍໄດ້ຄືກັນ.
ພະຍາດເພີ່ມເຕີມ: ດອກດາວເຮືອງຍັງໄປຕໍ່ພະຍາດຣາສີເທົາ (Botrytis spp.), ເຊື້ອໄວຣັສພະຍາດໃບຈຸດໃນໝາກເລັ່ນ ແລະ ເຊື້ອຣາທີ່ເຮັດໃຫ້ເກີດພະຍາດຫຼາຍຊະນິດ.
ແຫຼ່ງທີ່ມາ: [7], [12], [14]
ການເກັບກ່ຽວ:
ການເກັບກ່ຽວດອກໄມ້: ເກັບກ່ຽວດອກດາວເຮືອງເມືອງດອກເລີ່ມບານ ໂດຍຕັດກ້ານໃຫ້ເຫຼືອຄວາມຍາວ 60.96 to 81.28 ຊມ, ແຊ່ໃນນ້ຳທັນທີ ແລະ ເກັບໄວ້ທີ່ອຸນຫະພູມ 2,2-5 ອົງສາ ບໍ່ແນະນຳໃຫ້ໃຊ້ສານກັນບູດ ຫຼື ສານປັບສະພາບ ດອກດາວເຮືອງໂດຍທົ່ວໄປຈະມີອາຍຸການໃຊ້ງານໃນແຈກັນດອກໄມ້ໄດ້ 1 ອາທິດ ຫຼື ດົນກ່ວານັ້ນ. [12]
ການເກັບລວມ ແລະ ການເກັບແກ່ນ: ສາມາດເກັບແກ່ນໄດ້ເມື່ອດອກໄມ້ແຫ້ງ ແລະ ປ່ຽນເປັນສີນ້ຳຕານ. ແກ່ນຂະມີລັກສະນະເປັນໜາມສີດຳຍາວ ແລະ ບາງ ໂດຍມີເປືອກເປັນສີນ້ຳຕານຢູ່ບໍລິເວນໂຄນ ດຶງກຸ່ມແກ່ນອອກຈາກບໍລິເວນກາງດອກ ແລ້ວກະຈາຍອອກເພື່ອໃຫ້ແຫ້ງ ແລະ ສະອາດ. [7]
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | Iron at about 1.06 mg/100 g, Copper (Cu) at about 0.98 mg/100 g, Potassium 0.20 mg/100 g, and Sodium 0.016 mg/100 g. |
| ເສັ້ນໄຍ | N/A | N/A |
[2] iNaturalist [Online]. Uploaded on 24 February 2025 by kanapol99. Available: https://www.inaturalist.org/observations/262890567. [Accessed 25 August 2026].
[3] iNaturalist [Online]. Uploaded on 6 May 2026 by jamescordery. Available: https://www.inaturalist.org/observations/358856560. [Accessed 25 August 2026].
[4] iNaturalist [Online]. Uploaded on 11 September 2021 by Gennadiy Okatov. Available: https://www.inaturalist.org/observations/94412757. [Accessed 25 August 2026].
[2] Missouri Botanical Garden, “Centotheca lappacea,” Flora of China, eFloras. [Online]. Available: http://www.efloras.org/florataxon.aspx?flora_id=2&taxon_id=200024576. [Accessed: Aug. 25, 2026].
[3] Royal Botanic Gardens, Kew, “Centotheca lappacea,” Plants of the World Online. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:252092-1. [Accessed: Aug. 25, 2026].
[4] GBIF Secretariat, “Centotheca lappacea,” GBIF Backbone Taxonomy. [Online]. Available: https://www.gbif.org/taxon/54JQL. [Accessed: Aug. 25, 2026].
[5] M. J. Roskov et al., “Tagetes erecta,” Useful Tropical Plants Database. [Online]. Available: https://tropical.theferns.info/viewtropical.php?id=Tagetes+erecta. [Accessed: Aug. 26, 2026].
[6] Feedipedia, “Tagetes erecta,” Feedipedia: Animal Feed Resources Information System. [Online]. Available: https://www.feedipedia.org/node/90. [Accessed: Aug. 26, 2026].
[7] ECHOcommunity, “Tagetes erecta,” ECHOcommunity. [Online]. Available: https://www.echocommunity.org/th/resources/da41a77e-53aa-4051-95c9-cedaa4640a96. [Accessed: Aug. 26, 2026].
[8] Y. Singh, A. Gupta, and P. Kannojia, “Tagetes erecta (Marigold) - A review on its phytochemical and medicinal properties,” Current Medical and Drug Research, vol. 4, no. 1, Art. no. 201, 2020, doi: 10.53517/CMDR.2581-5008.412020201. [Online]. Available: https://www.researchgate.net/publication/339628097_Tagetes_erecta_Marigold_-_A_review_on_its_phytochemical_and_medicinal_properties. [Accessed: Aug. 26, 2026].
[9] J. M. Dalziel, The Useful Plants of West Tropical Africa, 2nd ed. London, U.K.: Crown Agents for the Colonies, 1937. [Online]. Available: https://books.google.la/books?redir_esc=y&id=8VvvevRkX-EC&q=Tagetes+erecta+#v=onepage&q=Tagetes%20erecta&f=false. [Accessed: Aug. 26, 2026].
[10] M. Stuart-Fox, Post-War Laos: The Politics of Culture, History and Identity. London, U.K.: Routledge, 2006. [Online]. Available: https://books.google.la/books/about/Post_war_Laos.html?id=Yd4JsAhzUOQC&redir_esc=y. [Accessed: Aug. 26, 2026].
[11] Your Flowers Guide, “Tagetes erecta (African Marigold),” Your Flowers Guide. [Online]. Available: https://yourflowersguide.com/marigolds/tagetes-erecta/. [Accessed: Aug. 26, 2026].
[12] Mississippi State University Extension, “Marigolds (Tagetes erecta) for the farmer-florist,” Mississippi State University Extension. [Online]. Available: https://extension.msstate.edu/publications/marigolds-tagetes-erecta-for-the-farmer-florist. [Accessed: Aug. 26, 2026].
[13] Missouri Botanical Garden, “Tagetes erecta,” Plant Finder. [Online]. Available: https://plantfinder.mobot.org/PlantFinderDetails.aspx?kempercode=a609. [Accessed: Aug. 26, 2026].
[14] “Physicochemical properties and food application of marigold flower extracts prepared by conventional and supercritical CO₂ methods,” Academia.edu. [Online]. Available: https://www.academia.edu/37792562/PHYSICOCHEMICAL_PROPERTIES_AND_FOOD_APPLICATION_OF_MARIGOLD_FLOWER_EXTRACTS_PREPARED_BY_CONVENTIONAL_ANDSUPERCRITICAL_CO2METHODS. [Accessed: Aug. 26, 2026].
https://powo.science.kew.org/taxon/urn:lsid:ipni.org:names:252092-1
http://www.efloras.org/florataxon.aspx?flora_id=2&taxon_id=200024576
https://tropical.theferns.info/viewtropical.php?id=Tagetes+erecta
file:///C:/Users/duang/Downloads/tagetes-erecta.pdf.
https://extension.msstate.edu/publications/marigolds-tagetes-erecta-for-the-farmer-florist
https://ask.ifas.ufl.edu/publication/FP570
https://www.researchgate.net/publication/385363275_Tagetes_erecta_'Perfection_Yellow'_'Perfection_Yellow'_Marigold_FPS_570FP570_52007
https://www.feedipedia.org/node/90
https://pmc.ncbi.nlm.nih.gov/articles/PMC7956293/pdf/molecules-26-01201.pdf
https://www.frontiersin.org/journals/sustainable-food-systems/articles/10.3389/fsufs.2025.1474848/full