ຕົ້ນຫູເສືອ
Indian borage
Plectranthus amboinicus (Lour.) Spreng.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນໃບຫູເສືອ.
ໄທ: ນຽມຫູເສືອ, ຫູເສືອ
ຈີນ: ນຽມອີໄຫຼຫຼີງ, ໂຮ້ຮີ່ເຊົ່າ.
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Lamiales
- ຊື່ສະກຸນ
- Lamiaceae
- ສະກຸນ
- Coleus
- ຊະນິດ
- Coleus amboinicus
ຊື່ພ້ອງ
Coleus amboinicus Lour.
Coleus amboinicus var. violaceus Gürke
Coleus aromaticus Benth.
Coleus carnosus Hassk.
Coleus crassifolius Benth.
Coleus subfrutectosus Summerh.
Coleus suborbicularis Zoll. & Moritzi
Coleus suganda Blanco
Coleus vaalae (Forssk.) Deflers
Majana amboinica (Lour.) Kuntze
Majana carnosa (Hassk.) Kuntze
Majana suganda (Blanco) Kuntze
Ocimum vaalae Forssk.
Coleus amboinicus var. violaceus Gürke
Coleus aromaticus Benth.
Coleus carnosus Hassk.
Coleus crassifolius Benth.
Coleus subfrutectosus Summerh.
Coleus suborbicularis Zoll. & Moritzi
Coleus suganda Blanco
Coleus vaalae (Forssk.) Deflers
Majana amboinica (Lour.) Kuntze
Majana carnosa (Hassk.) Kuntze
Majana suganda (Blanco) Kuntze
Ocimum vaalae Forssk.
ບັນຍາຍລັກສະນະທາງພືດສາດ
ເປັນພືດລົ້ມລຸກມີອາຍຸປະມານ 2–3 ປີ, ຄວາມສູງລຳຕົ້ນປະມານ 0.3–1 ແມັດ. ລຳຕົ້ນມີລັກສະນະອວບນ້ຳຫັກໄດ້ງ່າຍ, ກີ່ງ ແລະ ລຳຕົ້ນຂ້ອງຂ້າງກົມ. ໃບດ່ຽວອອກກົງກັນຂ້າມກັນ, ລັກສະນະຂອງໃບເປັນຮູບໄຂ່ກວ້າງ ຫຼື ເປັນຮູບສາມຫຼ່ຽມ, ປາຍໃບມົນ, ໂຄນໃບກົມ ຫຼື ຮູບຕັດ, ຂອບໃບແຂ້ວເລື້ອຍມົນ, ກວ້າງ 2.5–5 ຊັງຕີແມັດ ແລະ ຍາວ 3–8 ຊັງຕີແມັດ. ໃບເປັນສີຂຽວອ່ອນ. ແຜ່ນໃບໜາ ແລະ ອວບນ້ຳ. ຜີວໃບມີຂົນອ່ອນນຸ່ມຂື້ນປົກຄຸມຢູ່ທົ່ວທັງໃບ, ແຜ່ນໃບໂນນ, ເສັ້ນໃບເລີກ, ກ້ານໃບມີຄວາມຍາວປະມານ 2–4.5 ຊັງຕີແມັດ. ດອກເປັນຊໍ່ຍາວປະມານ 10–20 ຊັງຕີແມັດ,ອອກຢູ່ຕາມປາຍກີ່ງ ຫຼື ຍອດ, ໃນຊໍ່ໜື່ງຈະມີດອກ 6–8 ດອກ, ໃບປະດັບມີລັກສະນະເປັນຮູບໄຂ່ກວ້າງ, ຍາວປະມານ 3 – 4 ຊັງຕີແມັດ, ປາຍໃບແຫຼ້ມ, ກ້ານສັ້ນ. ໝາກ: ມີຂະໜາດນ້ອຍເປັນຮູບກົມສີນ້ຳຕານອ່ອນ, ເປືອກໝາກແຂງ, ໝາກມີຂະໜາດກວ້າງປະມານ 0.5 ມີນລີແມັດ ແລະ ຍາວປະມານ 0.7 ມີນລີແມັດ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້
ປະເພດການນຳໃຊ້
ພືດເປັນຢາ
ໃບເປັນຢາແກ້ໄອ, ໄອຊ້ຳເຮື້ອ, ແກ້ເຈັບຄໍ, ຄໍອັກເສບ, ຕ່ອມທອນຊີນອັກເສບ ໂດຍໃຊ້ໃບສົດປະມານ 4–5 ໃບ ນຳມາແຈກເປັນແຜ່ນນ້ອຍໆແລ້ວນຳໄປຕົ້ມກັບນ້ຳ 1 ລິດ ກິນຄັ້ງລະ 1 ຈອກ, ວັນລະ 3 ເວລາ (ອາດຈະໃສ່ນ້ຳເຜີ້ງ ຫຼື ເກືອເລັກນ້ອຍກໍ່ໄດ້). ກິນກ່ອນ ຫຼື ຫຼັງອາຫານ. ອຸ່ນເຊົ້າ ແລະ ແລງ ປະມານ 2 ວັນ. ຕົ້ມດື່ມເລື້ອຍໆຈະຊ່ວຍເຮັດໃຫ້ອາການໄອ ແລະ ເຈັບຄໍດີຂື້ນ ແລະ ເຊົາໄດ້. ຫຼື ອີກວິທີໃຫ້ໃຊ້ໃບສົດປະມານ 4–5 ໃບ ນຳມາສັບກັບໝູບໍ່ຕິດມັນໃຫ້ລະອຽດໃຊ້ຕົ້ມກິນແບບແກງຈືດ, ໃສ່ເກືອປົ່ນໂດຍໃຫ້ກິນທັງນ້ຳ ແລະ ຊີ້ນ 2 ມື້ ເຊົ້າ ແລະ ແລງ, ແກ້ອາການເປັນຫວັດຕັນດັງໂດຍການນຳໃບມາຍ່ອງແລ້ວນຳມາດົມ. ນອກນັ້ນໃບຫູເສືອຍັງໃຊ້ເປັນຢາຮັກສາແຜໄຟໄໝ້ນ້ຳຮ້ອນລວກ ໂດຍການນຳໃບຫູເສືອມາລ້າງໃຫ້ສະອາດ ນຳມາຕຳແລ້ວໂພະໃສ່ບໍລິເວນທີ່ເປັນບາດແຜຈະຊ່ວຍໃຫ້ແຜບໍ່ເປື່ອຍ, ບໍ່ໂພງ ແລະ ບໍ່ໃຫ້ລາມອອກຕື່ມອິກ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ສຸພັດ ສຣີສະຫວັດ, ພະນົມ ສຸກຈັນ, ຈາລຸວັນ ປຣະດັບແສງ ແລະ ສົມນຶກ ລົ້ມຈະເລີນ. 2013. ພືດສະໝຸນໄພປະຈຳຖິ່ນ ແລະ ພູມປັນຍາການປະຍຸກໃຊ້ສຳລັບການແພດພື້ນບ້ານໃນຈັ່ງຫວັດຊາຍແດນພາກໃຕ້. ໜ້າ 23.
ລະລິຕາ ວີຣະສະຖຽນ. ລາຍງານວິໄຈສະບັບສົມບູນ. 2009. ລິດການຕ້ານເຊື້ອ Helicobacter pylori ຂອງພືດທີ່ໃຊ້ເປັນອາຫານທ້ອງຖິ່ນ. ໜ້າ 29.
Preeja G. Pillai, P. Suresh, Gayatri Aggarwal, Gaurav Doshi and Vidhi Bhatia. 2011. Pharmacognostical standardization and toxicity profile of the methanolic leaf extract of Plectranthus amboinicus (Lour) Spreng. Journal of Applied Pharmaceutical Science 01 (02); 2011 pp 75-81.
ລະລິຕາ ວີຣະສະຖຽນ. ລາຍງານວິໄຈສະບັບສົມບູນ. 2009. ລິດການຕ້ານເຊື້ອ Helicobacter pylori ຂອງພືດທີ່ໃຊ້ເປັນອາຫານທ້ອງຖິ່ນ. ໜ້າ 29.
Preeja G. Pillai, P. Suresh, Gayatri Aggarwal, Gaurav Doshi and Vidhi Bhatia. 2011. Pharmacognostical standardization and toxicity profile of the methanolic leaf extract of Plectranthus amboinicus (Lour) Spreng. Journal of Applied Pharmaceutical Science 01 (02); 2011 pp 75-81.
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,