ເລກລຳດັບທີ: 756
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກຖົ່ວແຮ
Pigeon Pea
Cajanus cajan (L.) Huth
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ໝາກຖົ່ວແຮ ໄທ: ຖົ່ວແຣະ, ຖົ່ວແຣດ Eng: Congo pea, pigeon pea, red gram, yellow dahl
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Fabales
ຊື່ສະກຸນ
Fabaceae
ສະກຸນ
Cajanus
ຊະນິດ
Cajanus cajan
ຊື່ພ້ອງ
Cajanus cajan (L.) Huth
Cajanus cajan var. bicolor (DC.) Purseglove
Cajanus cajan f. bicolor Baker
Cajanus cajan var. flavus (DC.) Purseglove.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ອາຍຸລະດູດຽວ ຫຼື ຫຼາຍລະດູ. ລຳຕົ້ນມີລັກສະນະຕັ້ງຊື່, ສູງ 1–3.5 ແມັດ, ກີ່ງແຜ່ອອກດ້ານຂ້າງເປັນຄູ່, ຜີວຂອງລຳຕົ້ນກ້ຽງເປັນສີຂຽວໝົ້່ນ. ໃບປະສົມແບບຂົນນົກ, ມີໃບຍ່ອຍ 3 ໃບ, ຈັບລຽງສະຫຼັບ, ແຜ່ນໃບຮູບຂອບຂະໜານແກມໃບຫອກ, ປາຍໃບແຫຼມ, ກວ້າງ 1-3.5 ຊັງຕີແມັດ ແລະ ຍາວ 1.5–10 ຊັງຕີແມັດ, ຜີວໃບທັງສອງດ້ານມີຂົນສີຂາວນວນ. ດອກອອກເປັນຊໍ່ມີດອກຍ່ອຍປະມານ 8-14 ດອກ, ອອກຕາມຊອກໃບ, ກີບດອກເປັນສີເຫຼືອງມີຂອບສີນ້ຳຕານແດງ, ໃບປະດັບມີຂົນ, ກາບດອກເຊື່ອມຕິດກັນເປັນຖ້ວຍ, ປາຍແຍກເປັນແສກ 4–5 ແສກ. ໝາກຖົ່ວແຮເປັນຝັກແບບຍາວ, ສີມ່ວງເຂັ້ມປົນຂຽວ, ມີຂົນ, ພາຍໃນມີເມັດລັກສະນະກົມ ຫຼື ແປເລັກນ້ອຍ,ຫ້ອງລະ 1 ເມັດ. ເມັດມີຂະໜາດເທົ່າກັບເມັດຖົ່ວເຫຼືອງ, ສີຂອງເມັດເປັນສີເຫຼືອງ, ຂາວ ແລະ ສີແດງ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດພູສູງພາກເໜືອຂອງລາວ, ເຂດລຽບແມ່ນ້ຳຂອງພາກໃຕ້, ເຂດສາຍພູຫຼວງຕອນລຸ່ມ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ອາຫານ:

  • ດອກ ແລະ ຝັກອ່ອນ: ນໍາມາປະກອບອາຫານໄດ້ ຫຼື ລວກກິນກັບແຈ່ວ, ຝັກກິນເປັນຝັກສົດ ຫຼື ຕົ້ມກັບ ແຈ່ວ ຫຼື ໃສ່ໃນແກງແຄ, ແກງສົ້ມ. ນອກນັັ້ນດອກຍັງນໍາມາກິນເປັນຂອງຫວ່າງໄດ້.
  • ແກ່ນ: ເອົາມາເຮັດເປັນແປ້ງ ແລະ ຕົ້ມຮັບປະທານເປັນອາຫານໄດ້.

ສັບພະຄຸນ:

  • ຮາກ ແລະ ແກ່ນ: ຂັບປັດສະວະ, ແກ້ອາການປັດສະວະເຫຼືອງ ຫຼື ແດງ, ແກ້ໄຂ້ຖອນພິດ ແລະ ໃຊ້ຂັບລົມລົງເບື້ອງຕໍ່າ, ຮັກສາພະຍາດເສັັ້ນເອັນພິການ (ອາການປວດເມືື່ອຍ) ໃບໃຊ້ແກ້ໄອ, ທ້ອງເສຍ, ນ້ຳຄັັ້ນຈາກໃບໃສ່ແຜໃນປາກ ຫຼື ຫູ, ປຸງເປັນຢາຂັບປັດສະວະ, ຂັບກ້ອນໜີ້ວທີ່ເກີດຈາກໝາກໄຂ່ຫຼັງ, ແກ້ໝາກໄຂ່ຫຼັງພິການ, ກະຕຸ້ນໝາກໄຂ່ຫຼັງໃຫ້ທໍາງານ.
  • ຕົ້ນ ແລະ ໃບ: ຍັງມີສັບພະຄຸນເປັນຢາແກ້ເສັ້ນເອັນພິການ (ຄວາມຜິດປົກກະຕິຂອງລະບົບເສັ້ນເອັນ ແລະ ກ້າມເນື້ອ ມັກມີອາການເຈັບຕ່າງໆ, ປວດເມື່ອຍຕາມຕົນໂຕ, ໃບໜ້າ ແລະ ຫົວ).
  • ແກ່ນ: ຊ່ວຍຫຼຸດລະດັບຄໍເລສເຕີລໍ, ຫຼຸດລະດັບນ້ຳຕານໃນເລືອດ, ຫຼຸດຄວາມດັນໂລຫິດ ໂດຍການນຳເມັດມາຕົ້ມຮັບປະທານເປັນຂອງກິນຫຼິ້ນ.
  • ທັງຕົ້ນ: ໜຶ່ງກຳມືຕົ້ມນ້ຳດື່ມຄັັ້ງລະໜຶ່ງຖ້ວຍ, ວັນລະສາມຄັັ້ງຮັກສາອາການຕົກເລືອດ, ທັງຝັກບໍາລຸງຮ່າງກາຍ ແລະ ບໍາລຸງກະດູກ.

ເປັນສິນຄ້າ:

  • ແກ່ນ: ແຫ້ງສົ່ງເປັນສິນຄ້າ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,