ຕົ້ນໝາກແຄ້ງຂົມ
Mak Khaeng Khom
Solanum violaceum Ortega
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ໝາກແຄ້ງຂົມ
ໄທ: ມະແວ້ງຕົ້ນ, ແວ້ງຂົມ
ຈີນ: ທຽນເສຍຊື່, ທຽນເສຍ
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Solanales
- ຊື່ສະກຸນ
- Solanaceae
- ສະກຸນ
- Solanum
- ຊະນິດ
- Solanum violaceum
ຊື່ພ້ອງ
Solanum indicum Roxb.
Solanum indicum var. lividum (Link) Bitter
Solanum indicum var. maroanum Bitter
Solanum indicum var. recurvatum C.Y. Wu & S.C. Huang
Solanum indicum var. lividum (Link) Bitter
Solanum indicum var. maroanum Bitter
Solanum indicum var. recurvatum C.Y. Wu & S.C. Huang
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຟຸ່ມຂະໜາດນ້ອຍມີອາຍຸ 2–5 ປີ, ສູງ 1–1.5 ແມັດ. ລຳຕົ້ນມີຂະໜາດນ້ອຍ ແລະ ກົມ, ເນື້ອແຂງເປັນສີຂຽວອົມເທົາ, ແຕກກີ່ງງ່າ, ຕົ້ນມີຂົນນຸ່ມສີເທົາຂຶ້ນປົກຄຸມ ແລະ ມີໜາມແຫຼມຂຶ້ນກະຈາຍຢູ່ທົ່ວຕົ້ນ. ໃບດ່ຽວຈັບລຽງສະຫຼັບ, ຮູບຮີ, ປາຍໃບແຫຼມ, ໂຄນໃບມົນ, ຂອບໃບຢັກວ້ຳມົນເຂົ້າຫາເສັ້ນກາງໃບ ແລະ ມີຄື່ນເລັກນ້ອຍ, ໃບມີຂະໜາດກວ້າງ 4–6 ຊັງຕີແມັດ ແລະ ຍາວ 5–10 ຊັງຕີແມັດ, ມີຂົນ. ດອກເປັນຊໍ່ຕາມງ່າມໃບ ຫຼື ປາຍກີ່ງປະມານ 3 -6 ດອກ. ດອກເປັນສີມ່ວງອ່ອນ, ກວ້າງປະມານ 2 ຊັງຕີແມັດ, ໃຈກາງຂອງດອກມີເກສອນຜູ້ສີເຫຼືອງ 5 ອັນ, ເຊື່ອມຕິດກັນກັບໂຄນກີບດອກ, ປາຍກີບດອກຈະແຍກອອກເປັນແສກ 5 ແສກ, ປາຍແຫຼມ, ຄ້າຍຮູບດາວ, ກ້ານດອກມີໜາມເປັນຕຸ່ມນ້ອຍໆ, ຍາວປະມານ 5 ມີນລີແມັດ. ສ່ວນກີບລ້ຽງເຊື່ອມຕິດກັນ ປາຍແຍກເປັນແສກ 5 ແສກ, ປາຍແຫຼມດ້ານນອກມີຂົນ. ໝາກເປັນຮູບຊົງກົມ, ຜີວລຽບກ້ຽງ ແລະ ມັນ, ເມື່ອຍັງອ່ອນເປັນສີຂຽວ ຫຼື ສີຂາວບໍ່ມີລາຍ, ເມື່ອໝາກສຸກເປັນສີແດງສົ້ມ ຫຼື ເປັນສີເຫຼືອງອົມສົ້ມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດລຽບແມ່ນ້ຳຂອງພາກໃຕ້, ເຂດສາຍພູຫຼວງຕອນລຸ່ມ, ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ໝາກແຄ້ງຂົມມີທາດ Alkaloids ຫຼາຍຊະນິດ ເຊັ່ນ: Diosgenin, Solanine, Solasodine ( ພົບໃນໝາກ, ໃບ ແລະ ຕົ້ນ ). ອີກທັງຍັງພົບສານຈຳພວກ Amino acid, Flavonoid glycoside, Phenols ສ່ວນໃນແກ່ນໝາກແຄ້ງຂົມພົບໄຂມັນ ແລະ ວິຕາມີນຊີ ເປັນຕົ້ນ. ສ່ວນໃບ ແລະ ໝາກຍັງພົບສານ Diogenin, Solanine, Solanidine Beta - sitosterol. ໝາກສຸກ ແລະ ໝາກດິບມີຣົດຂື່ນສົ້ມຊ່ວຍແກ້ເບົາຫວານ, ຫຼຸດລະດັບນ້ຳຕານໃນເລືອດໂດຍການໃຊ້ໝາກແຄ້ງຂົມ 10–20 ໝາກນຳມາຮັບປະທານເປັນອາຫານກັນແຈ່ວ, ຊ່ວຍແກ້ໄຂ້ສາລະພັດພິດແກ້ໄຂຂັບຂີ້ກະເທີ່ໃນຄໍ. ບາງຕຳລາຈະໃຊ້ເປັນຢາແກ້ໄອໂດຍໃຊ້ໄດ້ທັງໝາກແຫ້ງ ແລະ ໝາກສົດປະມານ 5–10 ໝາກ, ນຳມາຕຳໃຫ້ແລກຄັ້ນເອົາແຕ່ນ້ຳປະສົມກັບເກືອເລັກນ້ອຍນຳມາຮັບປະທານ. ນອກນັ້ນໝາກຍັງຊ່ວຍຮັກສາພະຍາດທາງໄຕ ແລະ ກະເພາະປັດສະວະອີກດ້ວຍ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ນິດສີຣີ ເຣືອງຣັງສີ ແລະ ທະວັດໄຊ ມັງຄລະຄຸບ. 2547. ໜັງສືສະໝຸນໄພໄທ ເຫຼັ້ມ 1. ໝາກແຄ້ງຂົມ. ໜ້າ 238.
ວີດ ທ່ຽງບຸນທຳ. 2542. ໜັງສືພົດຈະນານຸກົມສະໝຸນໄພໄທ, ສະບັບພີມຄັ້ງທີ 5. "ໝາກແຄ້ງຂົມ". ໜ້າ 642 - 643.
ວິທະຍາ ບຸນວໍລະພັດ. 2554. ໜັງສືສາລານຸກົມສະໝຸນໄພໄທ-ຈີນ ທີ່ໃຊ້ຫຼາຍໃນປະເທດໄທ. ໝາກແຄ້ງຂົມ. ໜ້າ 456.
ຄະນະເພສັຊສາດ. 2548. ໜັງສືສະໝຸນໄພສວນສີຣີຣຸກຂະຊາດ. ( ມະຫາວິທະຍາໄລມະຫິດົນ ). "ໝາກແຄ້ງຂົມ". ໜ້າ 190.
Vinit Sharma, Kritika Hem, Ankit Seth, Santosh Kumar Maurya. 2017. Solanum indicum Linn.: An ethnopharmacological, phytochemical and pharmacological review. Current Research Journal of Pharmaceutical and Allied Sciences, Apr-June 2017; Vol. 1 (2): 1-9

ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,