ເລກລຳດັບທີ: 748
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນລະອຽດ
ປັບປູງຄັ້ງລ່າສຸດ: 2025-11-05

ດອກແຄຂາວ
Vegetable Hummingbird

Sesbania grandiflora (L.) Poir.


ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ

1 / 3
Image 1
2 / 3
Image 2
3 / 3
Image 3


ຊື່ທ້ອງຖີ່ນ:
ດອກແຄບ້ານ, ແຄຂາວ ( West Indian-pea, scarlet wistaria-tree, vegetable-hummingbird)

ຊື່ພ້ອງ :
Aeschynomene grandiflora (L.) L.
Agati grandiflora (L.) Desv.
Agati grandiflora var. albiflora Wight & Arn.
Coronilla grandiflora (L.) Willd.
Dolichos arborescens G.Don
Dolichos arboreus Forssk.
Emerus grandiflorus (L.) Hornem.
Resupinaria grandiflora (L.) Raf.
Robinia grandiflora L.
Sesbania mannii Sachet

ຊື່ສະກຸນ:
Fabaceae

ຊະນິດໃກ້ຄຽງ:
ສະໂນຫີນ/ Sesbania
ຜັກຮອງແຮງ/ Egyptian riverhemp

ບັນຍາຍລັກສະນະທາງພືດສາດ:
ເປັນໄມ້ຢືນຕົ້ນຂະໜາດນ້ອຍ, ອາຍຸສັ້ນ, ສູງໄດ້ຮອດ 4 ຫາ 10 ມ, ມີເສັ້ນຜ່າສູນກາງ 10 ຫາ 25 ຊມ, ເປືອກສີເທົາ ແລະ ມີຮ່ອງເລິກ, ກິ່ງອ່ອນມີຂົນ (to-mentose).
ໃບອອກຮຽງສະຫຼັບກັບ ເປັນໄປປະສົມ (paripinnate) ຍາວ 15 ຫາ 30 ຊມ, ກ້ານໃບຍາວ 7 ຫາ 15 ມມ. ໃບຍ່ອຍມີຂະໜາດນ້ອຍ 20 ຫາ 60 ໃບ, ຮູບຄ້າຍຮູບຫອກຍາວ ຫາ ຮູບໄຂ່, ຍາວ 20 ຫາ 40 ມມ, ກວ້າງ 8 ຫາ 16 ມມ, ປາຍໃບຈະນ້ອບກ່ວາກາງໃບ ແລະ ມີປາຍມົນ ຫຼື ຍັກເລັກນ້ອຍ, ໃບອ່ອນມີຂົນລະອຽດປົກຄຸມ ແຕ່ເມື່ອຂະຫຍາຍຕົວເຕັມທີ່ໃບຈະລຽບ.
ດອກຈະອອກເປັນຊໍ່ຂະໜາດນ້ອຍຫ້ອຍລົງມາ (ຊໍ່ດອກຍ່ອຍ) ຈຳນວນ 2 ຫາ 4 ດອກ, ກ້ານດອກຍາວ 4 ຫາ 7 ຊມ, ມີຂົນປົກຄຸມ, ດອກອ່ອນຈະມີລັກສະນະເປັນຮູບລະຄັງ (campanulate) ແລະ ຈະແຕກອອກເມື່ອດອກບານ, ກີບດອກອາດມີສີຂາວ, ເຫຼືອງ, ສີບົວ ຫຼື ສີແດງ. ເກສອນເພດຜູ້ຍາວ ແລະ ໂຄ້ງງໍ, ຍາວ 10 ຫາ 12 ຊມ, ເຕົ້າໄຂ່ ແລະ ກ້ານຊໍ່ດອກລຽບ.
ໝາກເປັນຝັກຍາວຫ້ອຍລົງມາ, ຍາວ 20 ຫາ 60 ຊມ, ມີແກ່ນ 15 ຫາ 50 ແກ່ນ ເມື່ອແກ່ເຕັມທີ່ຈະບໍ່ແຕກ. ແກ່ນເປັນສີນ້ຳຕານແດງ ຫານ້ຳຕານເຂັ້ມ, ຮູບແປເລັກນ້ອຍ ແລະ ເປັນມັນເງົາ, ຍາວ 5 ຫາ 6.5 ມມ ແລະ ກວ້າງ 2.5 ຫາ 4 ມມ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Jawa, Malaya, New Guinea, Philippines. [2]

Global distribution of Sesbania grandiflora between 1900 to 2025. Source: [3]

ເຂດກະຈາຍພັນໃນລາວ :
ເຂດພູສູງພາກເໜືອຂອງລາວ
ລຽບແມ່ນ້ຳຂອງພາກເໜືອ
ທົ່ງພຽງວຽງຈັນ

ເຂດກະຈາຍພັນຕາມພູມສັນຖານ :
ປ່າໂຄກ
ສວນຄົວ
ສວນສາທາລະນະ ແລະ ພື້ນທີ່ສາທາລະນະ

ສະເພາະຖິ່ນໃນລາວ:
ຕ່າງຖິ່ນ

ຮຸກຮານ :
ບໍ່ຮຸກຮານ

ສະຖານະພາບການອະນູຮັກ IUCN :
ບໍ່ມີຄວາມສ່ຽງ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ພືດປະດັບ
ພະລັງງານ ແລະ ແສງສະຫວ່າງ
ກິດຈະກຳການກະເສດ
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:
ອາຫານ: ໃບ, ແກ່ນ, ໝາກ ແລະ ດອກຂອງດອກແຄຂາວສາມາດກິນໄດ້ ໂດຍດອກເປັນສ່ວນທີ່ນິຍົມຫຼາຍທີ່ສຸດ, ດອກສີຂາວທີ່ຍັງບໍ່ບານເປັນຜັກທີ່ນິຍົມຮັບປະທານ ມັກນຳໄປໜຶ້ງ ແລະ ນຳໄປແກງຊົດ ຫຼັງຈາກນຳເກສອນຜູ້ ແລະ ກາບດອກອອກແລ້ວ, ໃນໄທດອກສົດມັກນຳມາຊຸບ, ນອກຈາກນີ້ຍັງມີການນຳໃບອ່ອນນຳມາກິນໄດ້ຄືກັນ ໂດຍປົກກະຕິຈະຊັບໃຫ້ລະອຽດແລ້ວນຳໄປນຶ້ງ, ປຸງ ຫຼື ທອດ ສ່ວນຝັກອ່ອນກໍກິນໄດ້ຄືກັບຖົ່ວຍາວ. [8]
ສະໝຸນໄພ: ດອກແຄຂາວເປັນທີ່ນິຍົມໃນສະໝຸນໄພພື້ນບ້ານ ໂດຍມີສັບພະຄຸນໃນການສະໝານແຜ, ໃບ ແລະ ດອກໃຊ້ພອກແກ້ອາການອັກເສບ, ຝົກຊ້ຳ, ແກ້ຂໍພິກ ແລະ ອາການຜິວໜັງ. ຢາຕົ້ມຈາກສ່ວນຕ່າງໆຂອງດອກແຄຂາວສາມາດຮັກສາພະຍາດທາງລະບົບຕ່າງໆ ເຊັ່ນ ໄຂ້, ເບົາຫວານ ແລະ ໄຊນັດອັກເສບ. ຢ່າງຈາກຮາກປະສົມນ້ຳເຜິ້ງຊ່ວຍຂັບເສມຫະ ໃນຂະນະທີ່ນ້ຳຄັ້ນຈາກຮາກມີລິດຂັບເສມຫະ. ເຊື່ອກັນວ່າຊາຈາກໃບມີລິດຂ້າເຊື້ອ, ຂັບພະຍາດພິດ, ຕ້ານມະເຣັງ ແລະ ຄຸມກຳເນີດ, ເປືອກໃຊ້ເປັນຢາບຳລຸງສຳຫຼັບບັນຫາກ່ຽວກັບກະເພາະອາຫານ ແລະ ການຕິດເຊື້ອ, ນ້ຳຄັ້ນຈາກດອກໃຊ້ທາຕາເພື່ອໃຫ້ສາມາດເບິ່ງເຫັນໄດ້ຊັດເຈນຂື້ນ ແລະ ໃບໃຊ້ຮັກສາອາການຕາບອດກາງຄືນ. [8]
ໃຊ້ໃນການກະສິກຳ: ໃບ ແລະ ໝາກຂອງດອກແຄຂາວມີຄຸນຄ່າທາງດ້ານໂພຊະນາການໃນຖານະອາຫານສັດ. ຕົ້ນດອກແຄຂາວຈະເລີ່ມຜະລິດໃບທີ່ສາມາດນຳມາໃຊ້ປະໂຫຍດໄດ້ພາຍໃນ 4 ເດືອນຫຼັງຈາກປູກ. ເຖິ່ງຢ່າງໃດກໍ່ຕາມໃບຂອງດອກແຄຂາວມີພິດຕໍ່ໄກ່ ແລະ ສັດກະເພາະດຽວຊະນິດອື່ນໆ ແລະ ບໍ່ຄວນນຳມາປະສົມກັບອາຫານຂອງພວກມັນ. ໝາກດອກແຄຂາວຍັງໃຊ້ເປັນອາຫານສັດໄດ້ອີກດ້ວຍ. ໝາກ, ໃບອ່ອນ ແລະ ດອກຂອງດອກແຄຂາວໃຊ້ເປັນປຸຍພືດສົດ ຫຼື ວັດສະດຸຄຸມດິນທີ່ດີ ຊ່ວຍເພີ່ມຄວາມອຸດົມສົມບູນຂອງດິນ. [8]
ພະລັງງານ ແລະ ແສງສະຫວ່າງ: ໄມ້ຂອງດອກແຄຂ້ອນຂ້າງເບົາ ແລະ ບໍ່ຖືວ່າເປັນແຫຼ່ງເຊື້ອເພີງທີ່ເໝາະສົມ ເນື່ອງຈາກມີແນວໂນ້ມທີ່ຈະກໍ່ໃຫ້ເກີດຄວັວຈຳນວນຫຼາຍເມື່ອຖືກໄຟໄໝ້. [8]
ພືດປະດັບ: ດອກແຄຂາວໄດ້ຮັບການປູກກັນຢ່າງແຜ່ຫຼາຍເນື່ອງຈາກມີຮູບລັກສະນະທີ່ສະດຸດຕາ, ມີດອກຂະໜາດໃຫຍ່ທີ່ສວຍງາມ ແລະ ຝັກຍາວທີ່ຊ່ວຍເພີ່ມຄວາມສວຍງາມໃຫ້ກັບພູມິທັດ. [8]

ການປູກ ການລ້ຽງ:
ປູກ ແລະ ທຳມະຊາດ

ລະດູການເກັບກູ້:
ມັງກອນ
ກຸມພາ
ມີນາ
ເມສາ
ກັນຍາ
ຕຸລາ
ພະຈິກ
ທັນວາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
ສະພາບໂດຍລວມ:

ດອກແຄຂາວເປັນພັນໄມ້ທີ່ເກີດເຂດພື້ນທີ່ທົ່ງພຽງທີ່ໄວຕໍ່ອຸ່ນຫະພູມເຢັນຕ່ຳກ່ວາ 10 ອົງສາ, ຈະເລີນເຕີບໂຕໄດ້ດີໃນພື້ນທີ່ນ້ຳຖ້ວມຂັງຕາມລະດູການ ເນື່ອງຈາກທົນຕໍ່ນ້ຳຂັງໄດ້ດີ, ຮາກໄມ້ຊະນິດນີ້ລອຍນ້ຳໄດ້ ແລະ ປ້ອງກັນລຳຕົ້ນເມື່ອມີນ້ຳຖ້ວມຂັງ. ພືດຊະນິດນີ້ມັກຢູ່ສອລະດູຄື ສາມາດຈະເລີນເຕີບໂຕໄດ້ໄວໃນຊ່ວງລະດູຝົນ ແຕ່ສາມາດທົນຕໍ່ລະດູແລ້ງໄດ້ຮອດ 9 ເດືອນ, ຢ່າງໃດກໍ່ຕາມມັນບໍ່ທົນຕໍ່ລົມແຮງ, ອຸນຫະພູມສະເລ່ຍຕໍ່ປີຢູ່ທີ່ 22 ຫາ 30 ອົງສາ, ປະລິມານນ້ຳຝົນສະເລ່ຍຕໍ່ປີ 2,000 ຫາ 4,000 ມມ (ທົນໄດ້ຮອດ 800 ມມ). ຊະນິດຂອງດິນ ສາມາດປັບຕົວກັບດິນໄດ້ຫຼາຍປະເພດ ລວມທັງດິນລວນ ແລະ ດິນທີ່ມີນ້ຳຂັງ, ທົນຕໍ່ດິນເຄັມ ແລະ ດິນດ່າງ ແລະ ສາມາດທົນຕໍ່ຄວາມເປັນກົດໄດ້ຮອດ 4.5 pH. [8]

ຄວາມຍືນຍົງ

ການອານຸຮັກດິນ: ດອກແຄຂາວ ເໝາະແກ່ການຟື້ນຟູເນີນພູທີ່ຖືກກັດເຊາະ ຮາກມີປຸ່ມແຂງ ຊ່ວຍໃຫ້ດຶງໄນໂຕເຈນໄດ້ຢ່າງມີປະສິດທິພາບ ເຖິງແມ່ນວ່າອາສມີຂີ້ກະເດືອນຝ່ອຍ ຫຼື ດິນທີ່ມີຄວາມເປັນກົດສູງກໍ່ຕາມ ເນື່ອງຈາກເປັນໄມ້ລົ້ມລຸກອາຍຸ 1 ປີທີ່ຂະຫຍາຍຕົວໄວ ຈຶງເໝາະສຳຫຼັບການປູກແບບໜາແໜ້ນ ແລະ ການເພາະປູກໄລຍະສັ້ນ ໄມ້ໄຖ່ພວນດິນເພື່ອເພີ່ມຄວາມອຸດົມສົມບູນຂອງດິນປູກ. [8]

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A Vitamin A (89 μg RE), Vitamin C (60 mg), Vitamin B9 (80 μg).
ແຮ່ທາດ N/A potassium (180mg), iron (0.80mg), phosphorus(28mg), magnesium (22mg), zinc (0.30mg) and selenium (20.40 μg)
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] iNaturalist [Online]. Uploaded on 24 September 2019 by Erik Delaquis. Available: https://www.inaturalist.org/observations/33309038. [Accessed 24 October 2025].
[2] iNaturalist [Online]. Uploaded on 16 January 2022 by Nuwan Chathuranga. Available: https://www.inaturalist.org/observations/105020635. [Accessed 24 Oc-tober 2025].
[3] iNaturalist [Online]. Uploaded on 21 April 2024 by Alan R. Franck. Available: https://www.inaturalist.org/observations/208336888. [Ac-cessed 24 October 2025].

ອ້າງອິງ:
[1] Sesbania grandiflora, Tropical Forages. [Online]. Available: https://tropicalforages.info/pdf/sesbania_grandiflora.pdf. [Ac-cessed: 31 Oct 2025]
[2] Sesbania grandiflora (L.) Poir., Royal Botanic Gardens, Kew — Plants of the World Online, taxon urn:lsid:ipni.org:names:518476 1. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:518476 1. [Accessed: 31 Oct 2025].
[3] Sesbania grandiflora (L.) Poir., GBIF Backbone Taxonomy, spe-cies 8281950. [Online]. Available: https://www.gbif.org/species/8281950. [Accessed: 31 Oct 2025].
[4] Y. M. Lee, H.-Y. Jin, T.-H. Ahn, H.-J. Lee, J. H. Song, C. H. Lee, Y. J. Kim, J. W. Yoon, H. S. Kang, H. Cheng, J. H. Park, M. Bang, B. Boua-hom, C. Phongoudome, V. Thammavong, T. Phasaysombath, K. Chanthavongsa, S. Lanorsavanh, S. Sayyalath, C. Bounithiphonh, P. Phomephanome, A Checklist of Plants in Lao PDR. [Online]. Available: https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf. [Accessed: 03-Nov-2025].
[5] Sesbania grandiflora (L.) Poir., National Parks Board — Flora & Fauna Web, page 3/1/3120. [Online]. Available: https://www.nparks.gov.sg/florafaunaweb/flora/3/1/3120. [Ac-cessed: 5-Nov-2025]
[6] Sesbania grandiflora, The IUCN Red List of Threatened Species 2023: e.T198989879A203234806. [Online]. Available: https://www.iucnredlist.org/species/198989879/203234806. [Ac-cessed: 5-Nov-2025].
[7] Sesbania grandiflora, Flora of China, vol. 2, taxon_id 200012311. [Online]. Available: http://www.efloras.org/florataxon.aspx?flora_id=2&taxon_id=200012311. [Accessed: 05-Nov-2025]
[8] C. Orwa, A. Mutua, R. Kindt, R. Jamnadass, and S. Anthony, “Sesbania grandiflora (Fabaceae — Papilionoideae) Agroforestry Database 4.0,” World Agroforestry Centre, [Online]. Available: https://apps.worldagroforestry.org/treedb/AFTPDFS/Sesbania_grandiflora.PDF. [Accessed: 05-Nov-2025]
[9] B. Chandralekha, K. Gadhe, and A. Joshi, “Assessment of nutritional
and phytochemical properties of Sesbania grandiflora flower and leaves,” The Pharma Innovation Journal, vol. 11, no. 6, pp. 90–94, 2022. [Online]. Available: https://www.thepharmajournal.com/archives/2022/vol11issue6/PartB/11-5-286-763.pdf. [Accessed: 05-Nov-2025].

ຜູ້ສ້າງ Factsheet:
Keooudone Souvannakhoummane

ຜູ້ກວດສອບ Factsheet:
,