ຖົ່ວພູ
Winged Bean
Psophocarpus tetragonolobus (L.) DC.
ພືດ
ພືດລົ້ມລຸກ
ຜັກ ແລະ ພືດລົ້ມລຸກ
Botor tetragonolobus (L.) Kuntze
Dolichos ovatus Graham
Dolichos tetragonolobus L.
ນິເວດວິທະຍາ
ທົ່ງພຽງວຽງຈັນ
ພູພຽງບໍລິເວນ

ການນຳໃຊ້
ພືດເປັນຢາ
ໃນປັດຈຸບັນນິຍົມປູກຖົ່ວພູໄວ້ຕາມແຄມຮົ້ວ ຫຼື ສວນຫຼັງບ້ານ ຫຼື ປູກຕາມໄຮ່ນາເພື່ອໃຊ້ເປັນຜັກສວນຄົວໂດຍສ່ວນທີ່ນຳມາໃຊ້ເປັນອາຫານໄດ້ແກ່: ຍອດອ່ອນ, ໃບອ່ອນ, ດອກອ່ອນ, ຝັກອ່ອນ ໃຊ້ກິນເປັນຜັກ. ແກ່ນແກ່ມີນ້ຳມັນຢູ່ຮ້ອຍລະ 16–18, ສາມາດນຳມາສະກັດເປັນນ້ຳມັນພືດສຳລັບໃຊ້ປຸງອາຫານ ແລະ ຍັງມີຄຸນສົມບັດໃກ້ຄຽງກັບນ້ຳມັນພືດຊະນິດອຶ່ນໆ. ໃນນ້ຳມັນຖົ່ວພູຈະມີກົດໂອເລອິກ 39%, ກົດໄລໂນເລອິກ 27%, ກົດເບຮີນິກ ແລະ ກົດພາຣີນາຣິກ ຊື່ງບໍ່ເຮັດໃຫ້ເກີດຄໍເລສເຕີລໍໃນເລືອດ. ນອກຈາກນີ້ໃນນ້ຳມັນຖົ່ວພູຍັງມີສານໂທໂຄຟີຣອນໃນປະລິມານທີ່ສູງຊື່ງເປັນສານທີ່ເຮັດໃຫ້ນ້ຳມັນມີຣົດຫວານ ແລະ ຢູ່ຕົວ. ມີປະໂຫຍດໃນການຕໍ່ຕ້ານອະນຸມູນອິດສະຫຼະ ແລະ ຊ່ວຍຊະລໍຄວາມເຊື່ອມສະພາບຂອງຈຸລັງຕ່າງໆໃນຮ່າງກາຍໄດ້ເປັນຢ່າງດີ. ນອກຈາກນີ້ຍັງເປັນຢາຊູກຳລັງອີກດ້ວຍໂດຍການນຳຫົວໃຕ້ດິນມາເຜົາ ຫຼື ຈະໃຊ້ຮາກຖົ່ວພູໃຊ້ປະສົມກັບນ້ຳສະໝຸນໄພ ແລະ ນ້ຳດອກໄມ້ ຫຼື ຈະນຳແກ່ນທີ່ຕົ້ມສຸກແລ້ວມາບົດໃຫ້ລະອຽດປະສົມກັບນ້ຳຕົ້ມສຸກໃຊ້ດື່ມກ່ອນອາຫານວັນລະ 3 ເວລາ ກໍ່ຈະເຮັດໃຫ້ສຸຂະພາບແຂງແຮງເພີ່ມກຳລັງວັງຊາໄດ້ເຊັ່ນກັນ. ຖົ່ວພູອຸດົມສົມບູນໄປດ້ວຍວິຕາມີນ ແລະ ແຮ່ທາດຫຼາຍຊະນິດເຊັ່ນ: ວິຕາມີນເອ, ຊີ, ອີ ແລະ ຍັງເປັນຜັກທີ່ມີໂປຣຕີນສູງ ຊື່ງເປັນຕົວຊ່ວຍເສີມສ້າງພູມຄຸ້ມກັນໃນຮ່າງກາຍ ແລະ ເຮັດໃຫ້ຮ່າງກາຍແຂງແຮງ.
ການຄຸ້ມຄອງຈັດການ
ໂພຊະນາການ
ສານອາຫານ | /100g | ໝາຍເຫດ |
---|---|---|
ໂປຣຕີນ | N/A | N/A |
ຄາໂບໄຮເດຣດ | N/A | N/A |
ໄຂມັນ | N/A | N/A |
ວິຕາມິນ | N/A | N/A |
ແຮ່ທາດ | N/A | N/A |
ເສັ້ນໄຍ | N/A | N/A |
ອ້າງອິງ
ນະຣົງ ດສມເສລາ. 1998. ຖົ່ວພູກັບລູ່ທາງພັດທະນາໃຫ້ເປັນພືດອຸດສາຫະກຳໃໝ່. ວາລະສານກະເສດ. 22(8): ໜ້າ 140-149.
ປຣະເສີດ ອະມຣິດ ແລະ ສຸລະເຊດ ປຣົມວົງຊະວາລ. 2003. ຖົ່ວພູ: ພືດອະເກປະສົງຫຼາກຫຼາຍຄຸນຄ່າ. ວາລະສານເພື່ອການພັດທະນາຊົນນະບົດ ທ.ກ.ສ. 4(12): ໜ້າ 17-27.
ອໍລະວັນ ວົງວານິດ. 2006. ພົບພືດໂປຣຕີນສູງສາຍພັນໃໝ່: ຖົ່ວພູ. ວາລະສານກະເສດ. 30(40): ໜ້າ 229-231.