- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Solanales
- ຊື່ສະກຸນ
- Convolvulaceae
- ສະກຸນ
- Ipomoea
- ຊະນິດ
- Ipomoea batatas
Ipomoea batatas var. edulis (Thunb.) Makino
Ipomoea batatas var. leucantha (Jacq.) Nishiyama
Ipomoea batatas var. littoralis (Blume) Nishiyama
Ipomoea batatas var. lobata Gagnep. & Courchet
Ipomoea batatas var. porphyrorhiza Griseb.
Ipomoea batatas f. trifida Moldenke
ເປັນລົ້ມລຸກທີ່ມີອາຍຸຫຼາຍປີ, ໂດຍຫົວຂອງມັນດ້າງຈະເກີດຈາກການຂະຫຍາຍຕົວຂອງຮາກ ຊື່ງເນື້ອໃນຮາກ. ຫົວຮູບຊົງກະບອກ, ຫົວຮຽວ, ທ້າຍຮຽວ, ສ່ວນທາງກາງປຸ່ງອອກ, ສີຜີວຂອງຫົວ ແລະ ສີຂອງເນື້ອໃນຫົວຈະແຕກຕ່າງກັນໄປຕາມສາຍພັນໂດຍອາດຈະເປັນສີແດງ, ສີເຫຼືອງ, ສີຂາວ ຫຼື ສີນວນ ແລະ ມັກຈະມີຮາກຂະແໜງເກີດໃນຮ່ອງຂອງຫົວ. ຜີວຂອງຫົວອາດຈະລຽບ. ໃບດ່ຽວອອກລຽງສະຫຼັບເທີງຂໍ້ຂອງລຳຕົ້ນ ລັກສະນະຂອງໃບເປັນຮູບໄຂ່ກວ້າງ, ໃບມີຂະໜາດກວ້າງປະມານ 3–11 ຊັງຕີແມັດ ແລະ ຍາວປະມານ 3–15 ຊັງຕີແມັດ, ຜີວໃບລຽບ ຫຼື ອາດມີຂົນຂະໜາດນ້ອຍ. ດອກສີຂາວ, ກີບດອກເປັນສີບົວປົນສີມ່ວງ, ມີກີບດອກ 5 ກີບ, ໂຄນກີບດອກເຊື່ອມຕິດກັນເປັນຮູບກວາຍຍາວປະມານ 3–4.5 ຊັງຕີແມັດ. ໝາກແຫ້ງ ແລະ ແຕກໄດ້ແບບບໍ່ເປັນລະບຽບ, ໝາກມີເປືອກຫຸ້ມແຂງລັກສະນະຂອງໝາກເປັນແບບແຄັບຊູນມີຊ່ອງ 4 ຊ່ອງ ຫຼື ໜ້ອຍກວ່ານັ້ນ.
ຫົວມັນດ້າງເປັນແຫຼ່ງຄາໂບໄຮເດຣດຊັ້ນດີທີ່ໃຫ້ພະລັງງານບໍ່ມີພິດໃນຮ່າງກາຍແບບອາຫານທີ່ແປຮູບຈາກແປ້ງ ແລະ ນ້ຳຕານແບບອື່ນໆຈິ່ງສາມາດນຳມາໃຊ້ຮັບປະທານແທນເຂົ້າໄດ້. ໂດຍຄຸນຄ່າທາງໂພສະນາການຂອງຫົວມັນດ້າງຕໍ່ 100 ກຼາມປະກອບໄປດ້ວຍພະລັງງານ 100 ແຄລໍລີ, ແປ້ງ 25 ກຼາມ, ໂປຣຕີນ 1.7 ກຼາມ, ໄຂມັນ 0.3 ກຼາມ, ນ້ຳ 70 ກຼາມ, ແຄໂຣທີນ (ສະເພາະຫົວເນື້ອສີເຫຼືອງ) 2.000–5.000 ໜ່ວຍ, ວິຕາມີນບີ 10.1 ມິນ/ກຼາມ, ວິຕາມີນບີສອງ 0.05 ມີນລີກຼາມ, ວິຕາມີນບີສາມ 0.7 ມີນລີກຼາມ, ວິຕາມີນຊີ 25 ມີນລີກຼາມ ເປັນຕົ້ນ. ນອກນັ້ນໃບຍັງໃຊ້ຮັກສາຝີໄດ້ດ້ວຍການນຳໃບມາຕຳປະສົມກັບເກືອໃຊ້ໂພະຝີ, ນ້ຳຄັ້ນຈາກຫົວໃຊ້ເປັນຢາທາແກ້ແຜໄຟໄໝ້, ເຄືອມັນດ້າງໃຊ້ຕົ້ມກັບນ້ຳດື່ມເປັນຢາແກ້ໄຂຂໍ້ອັກເສບ ແລະ ຍອດອ່ອນນຳມາແກງໃຫ້ສະຕີຫຼັງເກີດລູກຮັບປະທານຈະຊ່ວຍເຮັດໃຫ້ມີນ້ຳນົມ.
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ຈຸໄຣຣັດ ເກີດດອນແຝກ. 2013. ໜັງສືສະໝຸນໄພຫຼຸດໄຂມັນໃນເລືອດ 140 ຊະນິດ. “ມັນດ້າງ”. ໜ້າ 152.
ຮັກໄຊ ຄຸຣຸບັນເຈີດຈິດ, ນະຣົງ ແດງປ່ຽມ, ກຳພົນ ເມືອງໂຄມພັສ, ເພັນຈັນ ສຸທານຸກຸນ, ທັດສະໄນ ເພີ່ມສັດ ແລະ ພັນທະກາ ລັດຕະນະໂກສົນ. 2017. ການປັບປຸງພັນມັນດ້າງເພື່ອການບໍລິໂພກສົດ. ວາລະສານວິຊາການກະເສດ ປີທີ 35 ສະບັບທີ 2 ພຶດສະພາ-ສິງຫາ. ໜ້າ 164 – 175.