ເລກລຳດັບທີ: 740
ລະດັບການຮວບຮວມຂໍ້ມູນ: ເກີອບສົມບູນ
ປັບປູງຄັ້ງລ່າສຸດ: 2025-07-31

ໝາກແຄ້ງ
Turkey berry

Solanum torvum Sw.


ພືດ
ໄມ້ຢືນຕົ້ນ
ໄມ້ພຸ່ມ

1 / 3
Image 1
2 / 3
Image 2
3 / 3
Image 3


ຊື່ທ້ອງຖີ່ນ:
( Wild egg plant, devil's fig, devil's-fig, pea eggplant, platebrush, prickly solanum, and susumber.)

ຊື່ພ້ອງ :
Myristica fatua var. compactum C.H.Wright
Solanum amoenum Jungh.
Solanum campechiense Dunal
Solanum crotonoides Michx.
Solanum crotonoides Michx. ex Dunal
Solanum daturifolium Dunal
Solanum daturifolium var. albescens Dunal
Solanum ficifolium Ortega
Solanum heterophyllum Balb.
Solanum heterophyllum Balb. ex Dunal
Solanum inclusum Stahl, 1888
Solanum largiflorum C.T.White
Solanum macaonense Dunal
Solanum maccai Bertero
Solanum maccai Bertero ex Dunal
Solanum maccai Spreng., 1825
Solanum mammosum Dunal
Solanum mannii C.H.Wright
Solanum mayanum Lundell
Solanum obtusifolium Hartw.
Solanum obtusifolium Hartw. ex Sendtn.
Solanum roquesianum Descourt., 1827
Solanum sanctum Jan
Solanum sanctum Jan ex Dunal
Solanum silarium Buch.-Ham.
Solanum silarium Buch.-Ham. ex Wall.
Solanum stramoniifolium Lam.
Solanum torvum f. apaense Hassl.
Solanum torvum f. gardneri Hassl.
Solanum torvum f. grandifolium O.E.Schulz
Solanum torvum f. grandifolium O.E.Schulz ex O.C.Schmidt
Solanum torvum subsp. lasiostylum Y.C.Liu & C.H.Ou
Solanum torvum subsp. typicum Hochr.
Solanum torvum var. daturifolium (Dunal) O.E.Schulz
Solanum torvum var. inerme (Nees) Dunal
Solanum torvum var. inerme Nees
Solanum torvum var. integerrimum Kuntze
Solanum torvum var. lanatum Sendtn.
Solanum torvum var. polyacanthum Miq.
Solanum torvum var. rubiginosum Sendtn.
Solanum torvum var. scabrescens Miq.
Solanum torvum var. sinuatolobatium Kuntze
Solanum torvum var. sinuatolobatum Kuntze
Solanum wightii Miq.
Solanum wightii Miq. ex C.B.Clarke

ຊື່ສະກຸນ:
Solanaceae

ຊະນິດໃກ້ຄຽງ:
ຊ້າງໂມງ/ Potato Tree
ໝາກເຂືອຍາວ/ Eggplant
ຕົ້ນໝາກແຄ້ງຂົມ / Mak Khaeng Khom
ໝາກເອີກ / Hairy Eggplant
ຕົ້ນໝາກເຂືອຂື່ນ / Cock Roach Berry
ຜັກຕຸ່ມແຕງ/ Black nightshade
ໝາກແຄ້ງຂົມເຄືອ/ Climbing Brinjal

ບັນຍາຍລັກສະນະທາງພືດສາດ:
ພືດນີ້ຈັດເປັນໄມ້ພຸ່ມທີ່ເຕີບໂຕສູງປະມານ 1 ເຖິງ 2 ມ. ມີຫນາມນ້ອຍ ແລະ ຖືກປົກຄຸມທົ່ວໄປດ້ວຍຂົນໜາທີ່ມີສີເທົາ. ລຳຕົ້ນ ມີໜາມໂຄ້ງທີ່ແຂງ, ສີແດງ ຫຼື ສີເຫຼືອງອ່ອນ, ຍາວ ແລະ ກວ້າງປະມານ 2.5 ເຖິງ 10 ມມ. ບາງຄັ້ງ, ໂຄນຂອງລຳຕົ້ນຍັງມີຂົນຮູບດາວດ້ວຍ.
ໃບ ສາມາດເປັນໃບດຽວ ຫຼື ເປັນຄູ່. ກ້ານໃບ (petiole) ຍາວ 2 ເຖິງ 4 ຊມ. ໃບນັ້ນມີຮູບຮ່າງຢູ່ລະຫວ່າງຮູບໄຂ່ແລະຮູບວົງມົນ, ຍາວປະມານ 6 ເຖິງ 16 ຊັງຕີແມັດ ແລະ ກວ້າງ 4 ເຖິງ 11 ຊມ. ໃບອາດຈະມີຂົນຮູບດາວສີເຫຼືອງ, ປາຍແຍກອອກເປັນຫຼາຍແສກ ແລະ ອາດມີໜາມ ຫຼື ບໍ່ມີກໍ່ໄດ້. ໂຄນຂອງໃບເປັນຮູບຫົວໃຈ ຫຼື ຮູບສາມຫຼ່ຽມ, ຂອບໃບເປັນຄື້ນ ຫຼື ປົກກະຕິມີ 5 ເຖິງ 7 ແສກ, ແລະ ປາຍໃບແຫຼມ.
ດອກໄມ້ (ຊໍ່ດອກ) ອອກເປັນກຸ່ມ ຫຼື ກະຈຸກບໍລິເວນງ່າມໃບຢູ່ (ບ່ອນທີ່ໃບຕິດກັບລຳຕົ້ນ), ເປັນກຸ່ມຊໍ່ດອກທີ່ເອີ້ນວ່າ racemose panicles. ກ້ານດອກ ສ່ວນໃຫຍ່ແຍກ 1 ຫຼື 2 ກິ່ງ, ຍາວປະມານ 1 ເຖິງ 1.8 ຊມ, ແລະ ປົກຄຸມດ້ວຍຂົນຮູບດາວ. ດອກມີທັງດອກເພດຜູ້ ແລະ ດອກເພດແມ່, ແຕ່ມີທັງດອກສົມບູນເພດ (andromonoecious ໝາຍຄວາມວ່າມີທັງສອງເພດໃນດອກດຽວກັນ). ກ້ານດອກແຕ່ລະດອກ (pedicels) ມີສີເຂັ້ມ, ບາງ, ຍາວ 5 ເຖິງ 12 ມມ, ແລະ ມີຂົນທີ່ມີຕ່ອມ ແລະ ຂົນຮູບດາວທີ່ມີກ້ານ. ກາບດອກ (calyx) ມີລັກສະນະເປັນຮູບຖ້ວຍ, ຍາວ 4 ເຖິງ 5 ມມ, ມີຂົນຄືກັນກ້ານດອກມ ປາຍແສກອອກເປັນແສກຮູບໄຂ່ ຫຼື ຮູບຫອກ, ຍາວ 2 ເຖິງ 3 ມມ. ກີບດອກສີຂາວ (corolla) ເປັນຮູບລໍ້, ກວ້າງປະມານ 1 ເຖິງ 1.3 ຊມ ແລະຍາວ 1 ເຖິງ 1.5 ຊມ, ມີຂົນຮູບດາວຢູ່ດ້ານລຸ່ມ. ຄໍເຕົ້າໄຂ່ຍາວປະມານ 1 ມມ, ແລະ ຖົງລະອອງເກສອນ anthers ຍາວ 4 ເຖິງ 7 ມມ.
ກ້ານໝາກ (fruiting pedicel) ຍາວ 1 ເຖິງ 2 ຊມ, ໜາຂຶ້ນໄປເລືອຍໆຈົນຮອດໝາກ. ໝາກມີລກສະນະຄ້າຍໝາກເບີຣີສີເຫຼືອງ, ບໍ່ມີຂົນ, ແລະ ມີເສັ້ນຜ່າກາງປະມານ 1 ເຖິງ 1.5 ຊມ. ແກ່ນຂ້າງໃນເປັນຮູບແປ ແລະ ກວ້າງ 1.5 ເຖິງ 2 ມມ.
ແຫຼ່ງທີ່ມາ: [1]

ນິເວດວິທະຍາ
ເຂດກະຈາຍພັນທົ່ວໂລກ:
Native to Bahamas, Belize, Brazil Northeast, Brazil Southeast, Cayman Is., Colombia, Costa Rica, Dominican Republic, Ecuador, El Salvador, French Guiana, Guatemala, Guyana, Haiti, Honduras, Leeward Is., Mexico Central, Mexico Gulf, Mexico Northeast, Mexico Northwest, Mexico Southeast, Mexico Southwest, Nicaragua, Panamá, Puerto Rico, Trinidad-Tobago, Venezuela, Windward Is. [2]

Global distribution of Solanum torvum between 1855 to 2025. Source: [3]

ເຂດກະຈາຍພັນໃນລາວ :
ເຂດພູສູງພາກເໜືອຂອງລາວ
ລຽບແມ່ນ້ຳຂອງພາກເໜືອ
ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ
ທົ່ງພຽງວຽງຈັນ
ເຂດສາຍພູຫຼວງພາກເໜືອ
ເຂດສາຍພູຫຼວງຕອນລຸ່ມ
ສາຍພູຫຼວງພາກໃຕ້
ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດສາຍພູຫຼວງພາກກາງ

ເຂດກະຈາຍພັນຕາມພູມສັນຖານ :
ສວນຄົວ
ເຂດຜະລິດພືດຜົນເນີນສູງ
ແຄມຝັ່ງນໍ້າ
ປ່າເຫຼົ່າແກ່
ປ່າເຫຼົ່າອ່ອນ
ທົ່ງນາ
ແມ່ນ້ຳ ແລະ ລຳທານ

ສະເພາະຖິ່ນໃນລາວ:
ຕ່າງຖິ່ນ

ຮຸກຮານ :
ຮຸກຮານ

ສະຖານະພາບການອະນູຮັກ IUCN :
ບໍ່ມີຄວາມສ່ຽງ

ສະຖານະພາບການອະນຸຮັກແຫ່ງຊາດລາວ :
ບໍ່ຖືກລະບຸໃນບັນຊີປະເພດໃດ

ການນຳໃຊ້
ປະເພດການນຳໃຊ້:
ອາຫານ
ພືດເປັນຢາ

ບັນຍາຍການນຳໃຊ້:
ອາຫານ: ໝາກອ່ອນສາມາດກິນໄດ້ຫຼັງຈາກປຸ່ງໃຫ້ສຸກ [1]. ໝາກອ່ອນທີ່ຍັງບໍ່ແກ່ສາມາດກິນໄດ້ແບບດິບ, ແກງເປັນຜັກ, ຫຼື ນຳໃສ່ໃນເຄື່ອງແກງເພື່ອເປັນສ່ວນປະກອບທີ່ໃຫ້ລົດຊາດ [8]
ຢາສະໝຸນໄພ: ໝາກໃຊ້ບຳລຸງສາຍຕາ. ໃບນຳມາໃຊ້ໃນການຮັກສາພະຍາດຜິວໜັງຫຼາຍຊະນິດ [1]. ຮາກໃຊ້ເປັນຢາພອກເພື່ອປິ່ນປົວຜິວໜັງແຕກບລິເວນຕີນ. ຍັງເຊື່ອກັນວ່າຊ່ວຍລະລາຍເລືອດອອກໃຕ້ຜິວໜັງ ແລະ ບັນເທົາຄວາມເຈັບປວດ. ແກ່ນແມ່ນສູບເປັນຢາປິ່ນປົວອາການເຈັບແຂ້ວ. ໝາກກິນເພື່ອບັນເທົາອາການບໍ່ສະບາຍຂອງກະເພາະອາຫານ [8]

ການປູກ ການລ້ຽງ:
ຊະນິດທຳມະຊາດ

ລະດູການເກັບກູ້:
ມັງກອນ
ກຸມພາ
ມີນາ
ເມສາ
ພຶກສະພາ
ມິຖຸນາ
ກໍລະກົດ
ສິງຫາ
ກັນຍາ
ຕຸລາ
ພະຈິກ
ທັນວາ

ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ:
N/A

ການຄຸ້ມຄອງຈັດການ
N/A

ໂພຊະນາການ
ຄຸນຄ່າທາງໂພຊະນາການ:

ບັນຍາຍຄຸນຄ່າທາງໂພຊະນາການ:
N/A

ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A

ອ້າງອິງ
ເຄດິດຮູບພາບ:
[1] iNaturalist. [Online]. Uploaded 29 January 2021 by leaf0605. Available: https://www.inaturalist.org/observations/68755087. [Ac-cessed: Jul. 30, 2025]
[2] iNaturalist. [Online]. Uploaded 03 July 2023 by Rama Aadhithan. Available: https://www.inaturalist.org/observations/170813681. [Accessed: Jul. 30, 2025]
[3] iNaturalist. [Online]. Uploaded 25 May 2024 by Greg Tasney. Available: https://www.inaturalist.org/observations/218002533. [Accessed: Jul. 30, 2025]

ອ້າງອິງ:
[1] "Polygonum barbatum," Flora of China, eFloras.org. [Online]. Availa-ble: http://www.efloras.org/florataxon.aspx?flora_id=2&taxon_id=200020607. [Accessed: Jul. 30, 2025].
[2] Solanum torvum Sw., Plants of the World Online, Royal Botanic Gar-dens, Kew. [Online]. Available: https://powo.science.kew.org/taxon/urn:lsid:ipni.org:names:821287-1. [Accessed: Jul. 30, 2025].
[3] Solanum torvum Sw., Global Biodiversity Information Facility, GBIF Backbone Taxonomy. [Online]. Available: https://www.gbif.org/species/2932389. [Accessed: Jul. 30, 2025].
[4] M. F. Newman, S. Ketphanh, B. Svengsuksa, P. Thomas, K. Sengdala, V. Lamxay & K. Armstrong, A checklist of the vascular plants of Lao PDR. Edinburgh, UK: Royal Botanic Garden Edinburgh, 2007. [Online]. Available: https://www.phakhaolao.la/wp-content/uploads/2024/09/A-Checklist-of-the-Vascular-Plants-of-Lao PDR.pdf. [Accessed: Jul. 30, 2025].
[5] V. Lamxay, S. Lanorsavanh, K. Chanthavong, K. Souvannakhoummane & S. Bounphanmy, A Checklist of the Vascular Plants of Lao PDR (version 1.0). Vientiane, Lao PDR: Pha Khao Lao / Royal Botanic Garden Edinburgh, 2022 [Online]. Available: https://phakhaolao.la/wp-content/uploads/2024/09/Checklist-plant-of-Laos-read-only-1.pdf. [Accessed: July 30, 2025].
[6]. Nafri and CDE, “wild food assessment” AFN II, 2025
[7] Solanum torvum Sw., PlantwisePlus Knowledge Bank, CABI. [Online]. Available: https://plantwiseplusknowledgebank.org/doi/full/10.1079/pwkb.species.50559. [Accessed: Jul. 30, 2025].
[8] Solanum torvum Sw., National Parks Board Flora & Fauna Web, Singapore. [Online]. Available: https://www.nparks.gov.sg/florafaunaweb/flora/5/8/5815. [Accessed: Jul. 30, 2025].

ຜູ້ສ້າງ Factsheet:
Keooudone Souvannakhoumman

ຜູ້ກວດສອບ Factsheet:
,