ຜັກກຸ່ມ
Garlic Pear Tree
Crateva magna (Lour.) DC.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
×
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຜັກກຸ່ມ
ໄທ: ກຸ່ມນໍ້າ, ຜັກກຸ່ມ
ອະນຸກົມວິຖານ
- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Capparales
- ຊື່ສະກຸນ
- Capparaceae
- ສະກຸນ
- Crateva
- ຊະນິດ
- Crateva magna
ຊື່ພ້ອງ
Crateva hygrophila Kurz, C. nurvala Buch.-Ham
ບັນຍາຍລັກສະນະທາງພືດສາດ
ຜັກກຸ່ມເປັນໄມ້ຢືນຕົ້ນມີຄວາມສູງ 7-15 ມ. ລໍາຕົ້ນລຽບເປືອກສີເທົາ. ໃບປະກອບແບບນິ້ວມືແຜ່ນໃບຄ່ອນຂ້າງຫນາສີຂຽວເປັນມັນ ດ້ານລຸ້ມໃບມີສີອ່ອນກ່ວາດ້ານເທີງມີໃບຍ່ອຍ 3 ໃບ ກ້ານໃບປະກອບມີຄວາມຍາວປະມານ 4-14 ຊມ. ຫູໃບນ້ອຍລ່ວງໄດ້ງ່າຍລັກສະນະຂອງໃບຍ່ອຍ ເປັນຮູບໃບຫອກ ຫຼື ຂອບຂະຫນານມີຄວາມກ້ວາງປະມານ 15-6 ຊມ. ຍາວປະມານ 45-18 ຊມ. ປາຍຄ່ອຍໆລຽວແຫຼມມີຄວາມຍາວປະມານ 25 ຊມ. ໂຄນສອບໃບຍ່ອຍທີ່ຢູ່ດ້ານຂ້າງໂຄນໃບຈະບ້ຽວເລັກໝ້ອຍ ໃບຍ່ອຍບໍ່ມີກ້ານ ຫຼື ຖ້າມີກໍ່ບໍ່ຍາວ. ດອກອອກເປັນຊໍ່ແບບກະຈະຈ່າງອອກຕາມຍອດ ມີຈໍານວນຫຼາຍດອກ ກ້ານດອກຍາວປະມານ 4-7 ຊມ. ກາບດອກເປັນລັກສະນະຮູບໄຂ່ປາຍແຫຼມກ້ວາງປະມານ 2 ມມ. ແລະ ຍາວປະມານ 2-4 ມມ. ກີບດອກກ້ອນນໍ້າມີສີຂາວແລ້ວຄ່ອຍໆປ່ຽນເປັນສີເຫຼືອງໃບມີລັກສະນະຄ່ອມຂ້າງກົມ. ໝາກກົມເປືອກຫນາສີເຫຼືອງອົມເທົາເມື່ອສຸກຈະເປັນສີເທົາໝາກແກ່ຜິວຈະລຽບ ໝາກກ້ວາງປະມານ 15-45 ຊມ. ຍາວປະມານ 5-8 ຊມ. ກ້ານໝາກຍາວປະມານ 8-13 ຊມ. ກ້ານຫນາປະມານ 3-5 ມມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ເຂດສາຍພູຫຼວງພາກເໜືອ, ເຂດສາຍພູຫຼວງຕອນລຸ່ມ, ເຂດລຽບແມ່ນ້ຳຂອງພາກໃຕ້
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ
ຍອດອ່ອນໃຊ້ປຸງເປັນອາຫານ ຍອດອ່ອນມີລົດຊາດສົ້ມເຝືອນ ນໍາມາເຮັດອ່ອມໃສ່ຊີ້ນ ແລະ ໝັກເຮັດສົ້ມຜັກກຸ່ມ ທີ່ມີຂາຍໃນທ້ອງຕະຫຼາດ ແລະ ໃຊ້ເປັນຢາສະໝຸນໄພ ຍາລະບາຍ, ຍາບໍາລຸງ, ແກ້ໄຂ້, ແກ້ປວດເສັ້ນເປັນອໍາມະພາດ, ໂລກໄຂຂໍອັບເສດ.
ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ສົມສະນິດ ບົວມະນີວົງ, ທັດສະພອນ ພະໄຊສົມບັດ ແລະ ພູທົງ ໂພທິສັດ. 2017. ພືດຜັກປ່າ ທີ່ນໍາໃຊ້ເປັນອາຫານ ໃນ ສປປ ລາວ (ເຫຼັ້ມ 1). ພະນັກງານພະແນກນິເວດວິທະຍາ. ສະຖາບັນນິເວດທະຍາ ແລະ ເຕັກໂນໂລຊີ ຊີວະພາບ.
ກົມວິຊາການກະເສດ. 2548. ຜັກພື້ນເມືອງ. ກະຊວງກະເສດແລະສະຫະກອນ, ກຸງເທບ. ໄທ
ຣັກ ພຣຶຶກຊາດ. 2551. ຄູ່ມືການປູກຜັກພື້ນບ້ານ ຄົບເຄື່ອງເລື້ອງຜັກພື້ນບ້ານທັງການປູກແລະການຕະຫຼາດ.
ກົມວິຊາການກະເສດ. 2548. ຜັກພື້ນເມືອງ. ກະຊວງກະເສດແລະສະຫະກອນ, ກຸງເທບ. ໄທ
ຣັກ ພຣຶຶກຊາດ. 2551. ຄູ່ມືການປູກຜັກພື້ນບ້ານ ຄົບເຄື່ອງເລື້ອງຜັກພື້ນບ້ານທັງການປູກແລະການຕະຫຼາດ.
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,