ເລກລຳດັບທີ: 738
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກມີ້
Jackfruit
Artocarpus heterophyllus Lam.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ໝາກມີ້ ໄທ: ປ່າຫະນຸນ, ມະຫນຸນ, ບັກມີ່, ມະມີ່, ຫນຸນ, ຊະນູ, ຂະນຸນ ອັງກິດ: Jack fruit
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Rosales
ຊື່ສະກຸນ
Moraceae
ສະກຸນ
Artocarpus
ຊະນິດ
Artocarpus heterophyllus
ຊື່ພ້ອງ
Artocarpus brasiliensis Ortega
Artocarpus maximus Blanco
Artocarpus nanca Noronha
Artocarpus philippensis Lam.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນຂະໜາດໃຫ່ຍ, ສູງປະມານ 15-30 ແມັດ. ລຳຕົ້ນ ແລະ ກິ່ງເມື່ອເວລາມີບາດແຜຈະມີນໍ້າຍາງສີຂາວຂຸ້ນຄ້າຍນໍ້ານົມໄຫຼ, ໃບດ່ຽວລຽນສະລັບ ແຜ່ນໃບຮູບຮີ, ຂະໜາດກວ້າງປະມານ 5-8 ຊມ ຍາວປະມານ 10-15 ຊມ, ປາຍໃບທູ່ຖີ່ງແຫຼມ, ກົກໃບມົນ, ຜີວໃນດ້ານເທິງສີຂຽວເຂັ້ມເປັນມັນ, ເນື້ອໃບໜາ, ດອກເປັນຊໍ່ແຕກແໜງແຍກເພດແຕ່ຢູ່ຮ່ວມຕົ້ນດຽວກັນ, ເປັນຊໍ່ສີຂຽວ, ອັດກັນແໜ້ນ, ຊໍ່ດອກຕົວຜູ້ອອກຢູ່ຕາມປາຍກິ່ງ ຫຼື ຊອກໃບ, ເປັນແທງຍາວ, ຊໍ່ດອກຕົວແມ່ເປັນແທງກົມຍາວອອກຕາມລຳຕົ້ນ ຫຼື ກິ່ງໃຫ່ຍ ເມືອຕິດໝາກດອກທັງຊໍ່ຈະເລີນພ້ອມກັນເປັນໝາກລວມຂະໜາດໃຫ່ຍ ໂດຍ 1 ດອກກາຍເປັນ 1 ຍວງ ໃນໝາກ ໝາກດິບເປືອກສີຂຽວ ໜາມປູ່, ຖ້າປາດເປືອກຈະມີຍາງໜຽວ ເມືອແກ່ ເປືອກສີນໍ້າຕານອ່ອນອົມເຫຼືອງ, ໜາມຈະປ້ານຂື້ນ ພາຍໃນໝາກມີຊັງໝາກມີ້ຫຸ້ມຍວງສີເຫຼືອງໄວ້ແກ່ນຢູ່ໃນ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ທົ່ງພຽງວຽງຈັນ, ເຂດພູສູງພາກເໜືອຂອງລາວ, ເຂດພູສູງສາຍພູຫຼວງ ແລະ ເຂດພູພຽງແຂວງຊຽງຂວາງ, ລຽບແມ່ນ້ຳຂອງພາກເໜືອ, ເຂດລຽບແມ່ນ້ຳຂອງພາກໃຕ້, ເຂດສາຍພູຫຼວງຕອນລຸ່ມ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ໝາກມີ້ເປັນໝາກໄມ້ທີ່ນິຍົມຮັບປະທານໃນອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ເນື້ອສຸກໃຊ້ຮັບປະທານເປັນໝາກໄມ້ ແລະ ໃຊ້ເຮັດຂະໜົມໄດ້ຫຼາຍຊະນິດ ເຊັ່ນ: ໃສ່ໃນກະແລ່ມ, ລ່ອດຊ່ອງສິງກະໂປຣ, ລວມມິດ, ກິນກັບເຂົ້າໜຽວ ຫຼື ນໍາໄປອົບແຫ້ງ, ໃຊ້ກິນເປັນຂອງຫວ່າງ, ໝາກອ່ອນນຳມາປຸງອາຫານໃຊ້ເປັນຜັກເຊັ່ນ: ໃສ່ໃນແກງ, ຕົ້ມຍໍາ, ຕໍາສົ້ມ. ແກ່ນນໍາມາຕົ້ມຮັບປະທານໄດ້. ເນື້ອໄມ້ໃຊ້ເຮັດເຟີນີເຈີ, ເຄື່ອງດົນຕີ. ແກ່ນຊວຍບໍາລຸງນໍ້ານົມ, ຂັບນໍ້ານົມຂອງແມ່ໃຫ້ເພີ່ມຫຼາຍຂື້ນ. ເນື້ອຫຸ້ມແກ່ນສຸກໃຊ້ໝັກເນັດເຫລົ້າ. ແກ່ນຂອງຕົ້ນໝາກມີ້ໃຊ້ເປັນສີຍ້ອມຜ້າໄດ້ໂດຍຈະໃຫ້ສີນໍ້າຕານແກ່ນິຍົມນໍາມາໃຊ້ຍ້ອມສີຜ້າສະບົງ. ໃນທາງການແພດແກ່ນ, ຮາກຊ່ວຍບໍາລຸງໂລຫິດເຮັດໃຫ້ເລືອດເຢັນ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,