ເລກລຳດັບທີ: 728
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ໝາກນອຍ
Angled Loofah
Luffa acutangula (L.) Roxb.
ພືດ
ພືດເຄືອ
ພືດເຄືອ (ບໍ່ມີເນື້ອໄມ້)
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ໝາກນອຍໄທ: ໝາກບວບຫຼ່ຽມ, ມະນອຍ, ໝັກນອຍຈີນ: ອໍຊີກວຍ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Cucurbitales
ຊື່ສະກຸນ
Cucurbitaceae
ສະກຸນ
Luffa
ຊະນິດ
Luffa acutangula
ຊື່ພ້ອງ
Luffa acutangula var. acutangula
Luffa acutangula var. amara C.B.Clarke
Luffa acutangula var. forskalii (Schweinf. ex Harms) Heiser & E.E.Schill.
Luffa acutangula var. subangulata (Miq.) Cogn.
ບັນຍາຍລັກສະນະທາງພືດສາດ

ເປັນພັນໄມ້ລົ້ມລຸກອາຍຸ 1 ປີ ມັກເລືອເກະພັນໄປຕາມຕົ້ນໄມ້ອຶ່ນ ຫຼື ເລືອໄປຕາມພື້ນດິນ, ຍອດອ່ອນນຸ່ມ, ເຄືອ ຫຼື ລຳຕົ້ນເປັນຫຼ່ຽມ. ໃບ: ເປັນໃບດ່ຽວອອກລຽງສະຫຼັບລັກສະນະຂອງໃບຄ້າຍກົມໃບໝາກບອບ, ລັກສະນະຂອງໃບເປັນຮູບ 5–7 ຫຼ່ຽມ, ປາຍໃບແຫຼມ, ໂຄນໃບມົນວ້ຳເປັນຮູບຫົວໃຈ, ສ່ວນຂອບໃບຢັກວ້ຳຕື້ນໆ, ຫຼັງໃບ ແລະ ພື້ນເມືອງລຽບ, ເນື້ອໃບຂ້ອນຂ້າງໜາ, ກ້ານໃບເປັນຫຼ່ຽມຍາວປະມານ 4–9 ຊັງຕີແມັດ. ດອກ: ເປັນແບບແຍກເພດຢູ່ຕົ້ນດຽວກັນ ດອກຈະບານໃນຊ່ວງສວຍຊື່ງດອກເພດຜູ້ຈະອອກເປັນຊໍ່ໆຕາມຊອກໃບ, ກີບດອກເປັນສີເຫຼືອງ, ມີກີບ 5 ກີບ. ລັກສະນະຂອງກີບດອກເປັນຮູບໄຂ່, ກີບດອກບາງ, ໂຄນກີບດອກເຊື່ອມຕິດກັນ ມີກາບດອກ ຫຼື ກີບຮອງດອກເປັນສີຂຽວ 5 ກີບ ໂຄນເຊື່ອມຕິດກັນ ສ່ວນປາຍແຍກເປັນ 5 ກີບ, ດ້ານນອກມີຂົນສັ້ນ ແລະ ອ່ອນນຸ່ມປົກຄຸມຢູ່. ດອກເພດຜູ້ຈະມີເກສອນຜູ້ປະມານ 2–3 ກ້ານ. ໝາກ: ລັກສະນະຂອງໝາກເປັນຮູບຊົງກະບອກ, ຄວາມຍາວປະມານ 20 ຊັງຕີແມັດ, ປາຍໝາກໃຫຍ່, ໂຄນໝາກຮຽວນ້ອຍ, ເປືອກໝາກໜາ.

ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ດອກມີຣົດຊຸ່ມເຢັນ ແລະ ຂົມເລັກນ້ອຍ ໃຊ້ຮັກສາອາການໄອ, ອາການເຈັບຄໍ ແລະ ຫອບ ໂດຍການໃຊ້ດອກແຫ້ງປະມານ 6–10 ກຼາມປະສົມກັບນ້ຳເຜີ້ງແລ້ວຕົ້ມກິນເປັນຢາ ຫຼື ຈະໃຊ້ນ້ຳຈາກເຄືອປະສົມກັບນ້ຳຕານຊາຍກິນພໍປະມານກໍ່ເປັນຢາແກ້ໄອ, ແກ້ອາການເຈັບຄໍໄດ້ເຊັ່ນກັນ ຫຼື ຫາກມີອາການເຈັບຄໍຈະໃຊ້ຮາກນຳມາຕົ້ມກັບນ້ຳດື່ມ ຫຼື ຈະນຳຮາກມາແຊ່ນ້ຳກິນກໍ່ໄດ້. ໝາກ ແລະ ເມັດໃຊ້ເປັນຢາຂັບປັດສະວະ (ໝາກອ່ອນນຳໄປຕົ້ມກັບນ້ຳໂດຍໃສ່ນ້ຳພໍຖ້ວມແລ້ວຕົ້ມຈົນຟົດໃຊ້ນ້ຳທີ່ໄດ້ນຳມາດື່ມວັນລະຈອກ, ວັນລະ 2 ຄັ້ງ, ເຊົ້າ ແລະ ແລງ). ເຄືອ ແລະ ເມັດໃຊ້ເປັນຢາຖ່າຍພະຍາດໂຕກົມ ໂດຍນຳເມັດແກ່ມາກິນຕ້ອນທ້ອງວ່າງເມັດຈະມີຣົດຫວານມັນ. ຖ້າເປັນເດັກໃຫ້ກິນຄັ້ງລະປະມານ 30 ເມັດ. ຫາກເປັນຜູ້ໃຫຍ່ໃຫ້ກິນປະມານ 40-50 ເມັດຕິດຕໍ່ກັນ 2 ວັນ ຫຼື ຈະນຳມາບົດໃຫ້ລະອຽດໃສ່ແຄັບຊູນກິນວັນລະຄັ້ງ. ໃບຊ່ວຍຮັກສາລິດສີດວງທະວານດ້ວຍການນຳໃບມາຕຳໂພະໃສ່ ຫຼື ຈະບົດໃຫ້ເປັນຜົງໃຊ້ເປັນຢາທາກໍ່ໄດ້.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,