- ອານາຈັກ
- Plantae
- ເຫຼົາ
- Tracheophyta
- ຊັ້ນ
- Magnoliopsida
- ອັນດັບ
- Solanales
- ຊື່ສະກຸນ
- Solanaceae
- ສະກຸນ
- Solanum
- ຊະນິດ
- Solanum aculeatissimum
Solanum khasianum C.B. Clarke
ເປັນໄມ້ລົ້ມລຸກ, ກີ່ງໄມ້ຟຸ່ມຂະໜາດນ້ອຍ, ມີຄວາມສູງຂອງລຳຕົ້ນປະມານ 1–2 ແມັດ. ໃບ: ເປັນໃບດ່ຽວອອກລຽງສະຫຼັບ, ລັກສະນະຂອງໃບມີຫຼາຍຮູບຮ່າງ, ແຜ່ນໃບຮູບໄຂ່, ປາຍໃບແຫຼມ ຫຼື ມົນ, ໂຄນໃບເປັນຮູບຫົວໃຈ, ຖານໃບທັງສອງດ້ານຈະເຍື້ອງກັນເລັກນ້ອຍ, ຫຼັງໃບເປັນສີຂຽວ, ສ່ວນພື້ນໃບລຽບເປັນມັນ, ແຜ່ນໃບມີຮູບດາວທັງສອງດ້ານມີໜາມແຫຼມຕາມເສັ້ນກາງໃບ, ກ້ານໃບປ້ອມສັ້ນ ປະມານ 3–7 ຊັງຕີແມັດ ແລະ ອາດຈະພົບໜາມຕາມກ້ານໃບ. ດອກເປັນຊໍ່ສັ້ນມີດອກຍ່ອຍປະມານ 4–6 ດອກ ຫຼື ອອກດອກດ່ຽວຕາມຊອກໃບ, ກ້ານຊໍ່ຍາວປະມານ 1 ຊັງຕີແມັດ, ກ້ານດອກຍ່ອຍຍາວປະມານ 0.5–1 ຊັງຕີແມັດ, ມີຂົນຫ່າງຍາວ, ກີບດອກມີ 5 ກີບ, ກີບເປັນສີມ່ວງ, ໂຄນກີບດອກເຊື່ອມຕິດກັນເປັນຮູບຮວຍສັ້ນ, ສ່ວນປາຍແຍກເປັນ 5 ແສກ. ໝາກເປັນຮູບຊົງກົມມີຂະໜາດເສັ້ນຜ່າສູນກາງປະມານ 2–3 ຊັງຕີແມັດ, ຜີວໝາກລຽບເປັນມັນ, ເປືອກໜຽວ, ໝາກອ່ອນຜີວຈະລຽບມື່ນເປັນສີຂຽວເຂັ້ມມີລາຍຂາວແຊກ, ເມື່ອສຸກແລ້ວຈະເປັນສີເຫຼືອງສົດຊັ້ນເນື້ອໝາກບາງມີສີຂຽວອ່ອນອົມສີເຫຼືອງໄສ, ໝາກເຂືອຂື່ນມີກີ່ນສະເພາະໂດຍຈະມີຣົດຂື່ນ.
ໝາກເຂືອຂື່ນອຸດົມໄປດ້ວຍວິຕາມີນ ແລະ ແຮ່ທາດຫຼາຍຊະນິດໂດຍຄຸນຄ່າທາງໂພສະນາການຂອງໝາກເຂືອຂື່ນຕໍ່ 100 ກຼາມ ຈະປະກອບໄປດ້ວຍວິຕາມີນຊີ 63 ມິນລີກຼາມ, ແຄລຊຽມ 55 ມີນລີກຼາມ, ຟົດສະຟໍຣັດ 22 ມີນລີກຼາມ, ສານສຳຄັນໃນໝາກເຂືອຂື່ນຄື: ສານອັລຄາລອຍຕ່າງໆ ໃນທາງການຢາຈະໃຊ້ສານດັ່ງກ່າວເປັນສ່ວນປະກອບໃນຕຳລັບຢາຫຼາຍຊະນິດເຊັ່ນ: ຢາບຳລຸງກຳລັງ, ຢາແກ້ຂີ້ກະເທິ, ແກ້ຕາຕໍ້, ແກ້ໄຂ້, ຮັກສາແຜເປັນ ແລະ ຫືດ ເປັນຕົ້ນ. ໃບສົດໃຊ້ພາຍນອກນຳມາຕຳໂພະແກ້ພິດ, ແກ້ຝີໜອງ.
| ສານອາຫານ | /100g | ໝາຍເຫດ |
|---|---|---|
| ໂປຣຕີນ | N/A | N/A |
| ຄາໂບໄຮເດຣດ | N/A | N/A |
| ໄຂມັນ | N/A | N/A |
| ວິຕາມິນ | N/A | N/A |
| ແຮ່ທາດ | N/A | N/A |
| ເສັ້ນໄຍ | N/A | N/A |
ວິທະຍາ ບຸນວອນພັດ. 2554. ໜັງສືສາລານຸກົມສະໝຸນໄພໄທ-ຈີນ ທີ່ໃຊ້ຫຼາຍໃນປະເທດໄທ. ໝາກເຂືອຂື່ນ. ໜ້າ 430..
Bubici, G. & M. Cirulli 2008. Screening and selection of eggplant and wild relatives species for resistance to Leveillula taurica (Euphytica) 164:339-345.
Flora of China Editorial Committee. 1994. Flora of China (Verbenaceae through Solanaceae). 17: 1–378. In C. Y. Wu, P. H. Raven & D. Y. Hong (eds.) Fl. China. Science Press & Missouri Botanical Garden Press, Beijing & St. Louis.