ເລກລຳດັບທີ: 719
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນໝາກເດືອຍ
Job’s Tears
Coix lacryma-jobi L.
ພືດ
ພືດລົ້ມລຸກ
ຫຍ້າ ແລະ ທັນຍາພືດ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນໝາກເດືອຍ. ໄທ: ຕົ້ນເດືອຍ, ລູກເດືອຍ.
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Liliopsida
ອັນດັບ
Poales
ຊື່ສະກຸນ
Poaceae
ສະກຸນ
Coix
ຊະນິດ
Coix lacryma-jobi
ຊະນິດຍ່ອຍ
Coix lacryma-jobi formosana
Coix lacryma-jobi lacryma-jobi
ຊື່ພ້ອງ
Coix lacryma-jobi f. aquatica (Roxb.) Backer
Coix lacryma-jobi var. formosana Ohwi
Coix lacryma-jobi var. frumentacea Makino
Coix lacryma-jobi var. gigantea (J.Koenig) Stapf
Coix lacryma-jobi var. lacryma-jobi
Coix lacryma-jobi subsp. ma-yuen (Rom.Caill.) T.Koyama
Coix lacryma-jobi var. ma-yuen (Rom.Caill.) Stapf
Coix lacryma-jobi var. maxima Makino
Coix lacryma-jobi var. novoguineensis Pilg.
Coix lacryma-jobi var. puellarum (Balansa) A.Camus
Coix lacryma-jobi var. stenocarpa Oliv.
Coix lacryma-jobi var. stenocarpa (Oliv.) Stapf
Coix lacryma-jobi var. tubulosa (Hack.) K.Schum.
ບັນຍາຍລັກສະນະທາງພືດສາດ
ເປັນພືດໃບລ້ຽງດ່ຽວທີ່ມີລັກສະນະເໝືອນກັບຕົ້ນທີ່ມີລຳຫຍ້າທົ່ວໄປ, ມີລຳຕົ້ນກົມ ແລະ ຕັ້ງຊື່, ລຳຕົ້ນເປັນໄມ້ເນື້ອນອ່ອນ ສູງປະມານ 1–3.5 ແມັດ. ໃບ: ມີລັກສະນະເປັນແຜ່ນຮຽວຍາວສີຂຽວສົດ, ແຜນໃບດ້ານລຸ່ມມີສີຈາງກວ່າ ປະກອບດ້ວຍກາບໃບທີ່ຫຸ້ມລຳຕົ້ນ, ຖັດມາເປັນໂຄນໃບທີ່ເປັນຢັກ ແລະ ຕໍ່ມາເປັນໃບຂະໜາດປະມານ 2.5-5 ຊັງຕີແມັດ, ຍາວປະມານ 20–45 ຊັງຕີແມັດ, ປາຍໃບແຫຼມ, ແຜ່ນໃບມີເສັ້ນກາງໃບຊັດເຈນ, ຂອບໃບລຽບ ແລະ ມີຄວາມຄົມ ບາດມືໄດ້ງ່າຍ. ດອກ: ອອກເປັນຊໍ່ຢູ່ປາຍຍອດຂອງລຳຕົນຄ້າຍກັບດອກຫຍ້າທົ່ວໄປ ມີຊໍ່ດອກຍາວ 3–8 ຊັງຕີແມັດ ດອກແບ່ງເພດກັນຢູ່ຄົນລະດອກແຕ່ຢູ່ເທີງຊໍ່ດອກດຽວກັນ ຈຳນວນດອກປະມານ 10–20 ດອກ ຫຼື ຫຼາຍກວ່ານັ້ນ. ດອກເພດແມ່ຈະມີກ້ານດອກສີແດງກ່ຳ 2 ອັນ. ຊື່ງຈະຢື່ນອອກມາໃຫ້ເຫັນຈາກສ່ວນປາຍສຳລັບຮັບການປະສົມລະອອງເກສອນຜູ້. ສ່ວນດອກຜູ້ແຕ່ລະຊໍ່ຈະມີປະມານ 10 ດອກ. ຊື່ງຈະມີຮູບຮ່າງ 4 ຫຼ່ຽມແຕ່ຈະຂ້ອນຂ້າງຮຽວຍາວ, ຂະໜາດ 7–8 ຊັງຕີແມັດ. ດອກປະກອບດ້ວຍກ້ານດອກຊັນນອກ 2 ອັນ ຖັດມາພາຍໃນຈະເປັນກີບດອກ 1 ອັນ ແລະ ອັບເກສອນ 3 ອັນ. ໝາກ ແລະ ເມັດ: ຈະເອີ້ນວ່າໝາກປອມເພາະມີສະເພາະເມັດທີ່ຢູ່ດ້ານໃນຊື່ງຈະປະກອບດ້ວຍເປືອກຫຸ້ມຂ້ອນຂ້າງບາງແຕ່ແຂງຕິດກັບເມັດຕໍ່ມາດ້ານໃນສຸດຈະເປັນເມັດທີ່ມີລັກສະນະຮູບຫົວໃຈຊື່ງຈະມີຮ່ອງວ້ຳຢູ່ທາງກາງຂອງເມັດ ຂະໜາດກວ້າງ ແລະ ຍາວປະມານ 8–12 ມີນລີແມັດ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ເຂດພູສູງພາກເໜືອຂອງລາວ, ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ, ພູພຽງບໍລິເວນ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ອາຫານ, ພືດເປັນຢາ

ໝາກເດືອຍຈັດເປັນພືດທີ່ມີຄຸນຄ່າທາງອາຫານສູງເພາະອຸດົມໄປດ້ວຍວິຕາມີນ ແລະ ແຮ່ທາດທີ່ຈຳເປັນສຳລັບຮ່າງກາຍເຊັ່ນ: ວິຕາມີນເອ, ວິຕາມີນບີ1, ວິຕາມີນບີ2, ທາດແຄລຊຽມ, ຟົດສະຟໍຣັດ ໂດຍສະເພາະວິຕາມີນບີ1 ທີ່ມີປະລິມານສູງ. ນອກຈາກນີ້ຍັງກົດອະມິໂນຫຼາຍຊະນິດທີ່ສູງກວ່າຄວາມຕ້ອງການມາດຖານຂອງອົງການອານາໄມໂລກເຊັ່ນ: ກົດກລູຕາມິກ, ລີວຊີນ, ອະລານີນ, ໂປຣລີນ, ວາລີນ, ຟີນິນອະລານິນ, ອາຈີນິນ ເປັນຕົ້ນ. ນອກນັ້ນຮາກຂອງຕົ້ນໝາກເດືອຍນຳມາເຮັດເປັນຢາຊົງຮັບປະທານຂັບໄລ່ພະຍາດໃນເດັກ, ຕໍ່ຕ້ານແບັກທີເຣຍ ແລະ ເຊື້ອຣາ,ໝາກເດືອຍເປັນອາຫານບຳລຸງຮ່າງກາຍ, ບຳລຸງກຳລັງ ເໝາະກັບຜູ້ປ່ວຍໃນຊ່ວງພັກຟື້ນເດັກ ແລະ ຜູ້ສູງໄວ, ໃຊ້ເປັນຢາອາຍຸວັດທະນະ, ບຳລຸງສະໝອງ, ແກ້ອາການນອນບໍ່ຫຼັບ, ຊ່ວຍຢັບຢັ້ງສານກໍ່ມະເຮັງ, ຫຼຸດຄວາມສ່ຽງຈາກການເກີດໂຣກມາເຮັງ ແລະ ຊ່ວຍເສີມສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍອີກດ້ວຍ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,