ເລກລຳດັບທີ: 716
ລະດັບການຮວບຮວມຂໍ້ມູນ: ຂໍ້ມູນພື້ນຖານ
ປັບປູງຄັ້ງລ່າສຸດ: N/A
ຕົ້ນຫູກວາງ
Bengal Almond
Terminalia catappa L.
ພືດ
ໄມ້ຢືນຕົ້ນ
ຕົ້ນໄມ້ ແລະ ປາມ
1 / 1
Image 1
ການຕັ້ງຊື່, ອະນຸກົມວິຖານ ແລະ ການບັນຍາຍລັກສະນະ
ຊື່ທ້ອງຖີ່ນ
ລາວ: ຕົ້ນຫູກວາງ. ໄທ: ຕົ້ນຫູກວາງ, ຕາປັງ
ອະນຸກົມວິຖານ
ອານາຈັກ
Plantae
ເຫຼົາ
Tracheophyta
ຊັ້ນ
Magnoliopsida
ອັນດັບ
Myrtales
ຊື່ສະກຸນ
Combretaceae
ສະກຸນ
Terminalia
ຊະນິດ
Terminalia catappa
ຊື່ພ້ອງ
Terminalia catappa var. chlorocarpa Hassk.
Terminalia catappa var. macrocarpa Hassk.
Terminalia catappa var. rhodocarpa Hassk.
Terminalia catappa var. subcordata (Humb. & Bonpl. ex Willd.) DC.
ບັນຍາຍລັກສະນະທາງພືດສາດ
ເປັນໄມ້ຢືນຕົ້ນຂະໜາດກາງ, ສູງຂອງຕົ້ນປະມານ 10–15 ແມັດ, ເປືອກລຳຕົ້ນເປັນສີນ້ຳຕານປົນເທົາເກືອບລຽບ, ແຕກເປັນຮ່ອງແບຕື້ນໆ ຕາມແນວນອນ ແລະ ແນວຕັ້ງ.. ໃບ: ເປັນໃບດ່ຽວອອກລຽນວຽນສະຫຼັບກັນເປັນກະຈຸກໜາແໜ້ນບໍລິເວນປາຍກີ່ງ, ລັກສະນະຂອງໃບເປັນຮູບໄຂ່, ປາຍໃບແຫຼມເປັນຕິ່ງສັ້ນໆ, ປາຍໃບມົນເປັນຮູບລີ່ມ ແລະ ມີຕ່ອມນ້ອຍໆໜື່ງຄູ່ຢູ່ທີ່ໂຄນໃບບໍລິເວນພື້ນໃບ. ສ່ວນຂອບໃບລຽບເປັນຄື່ນເລັກນ້ອຍ, ໃບມີຂະໜາດກວ້າງປະມານ 8-15 ຊັງຕີແມັດ ແລະ ຍາວປະມານ 15–22 ຊັງຕີແມັດຫຼັງໃບ ແລະ ພື້ນໃບມີຂົນ, ຜິວໃບໜາ ໃບອ່ອນເປັນສີຂຽວອ່ອນ, ເມື່ອແກ່ຈະປ່ຽນເປັນສີຂຽວເຂັ້ມແລ້ວຈະປ່ຽນເປັນສີສົ້ມແດງເມື່ອໃກ້ຫຼົ່ນ ຫຼື ຖັດໃບ. ກ້ານໃບຍາວປະມານ 0.5–1.5 ຊັງຕີແມັດ, ມີຂົນ. ດອກ: ອອກດອກເປັນຊໍ່ຍາວແບບຕິດດອກສະຫຼັບໂດຍຈະອອກຕາມຊອກໃບ ລັກສະນະເປັນແທ່ງຍາວປະມານ 8–12 ຊັງຕີແມັດ, ມີດອກຍ່ອຍເປັນສີຂາວ ຫຼື ສີເຫຼືອງອ່ອນ ດອກມີຂະໜາດນ້ອຍ ແລະ ບໍ່ມີກິ່ນຫອມ, ດອກເປັນດອກແຍກເພດແຕ່ຢູ່ໃນຊໍ່ດຽວກັນ, ດອກເພດຜູ້ຈະຢູ່ບໍລິເວນປາຍຊໍ່ ສ່ວນດອກເພດແມ່ຈະຢູ່ບໍລິເວນໂຄນຊໍ່, ເມື່ອດອກບານເຕັມທີ່ຈະມີຂະໜາດກວ້າງປະມານ 0.4–0.6 ຊັງຕີແມັດ. ໝາກ: ເປັນໝາກດ່ຽວ ໃນແຕ່ລະໝາກມີເມັດ 1 ເມັດ ມີຄວາມກວ້າງປະມານ 2–5 ຊັງຕີແມັດ ແລະ ຍາວປະມານ 3–7 ຊັງຕີແມັດ, ໝາກອ່ອນເປັນສີຂຽວ ເມື່ອແກ່ແລ້ວຈະປ່ຽນເປັນສີເຫຼືອງ ຫຼື ສີເຫຼືອງອມຂຽວ ແລະ ມີກິ່ນຫອມ.
ນິເວດວິທະຍາ ແລະ ເຂດກະຈາຍພັນ
ເຂດກະຈາຍພັນທົ່ວໂລກ
N/A
ເຂດກະຈາຍພັນໃນລາວ
ລຽບແມ່ນ້ຳຂອງພາກເໜືອ, ທົ່ງພຽງວຽງຈັນ
ເຂດກະຈາຍພັນໃນລາວ
ເຂດກະຈາຍພັນຕາມພູມສັນຖານ
ສະເພາະຖິ່ນໃນລາວ
N/A
ຮຸກຮານ
N/A
ການອະນຸຮັກ
ສະຖານະພາບການອະນູຮັກ IUCN
N/A
ຊະນິດພັນ CITES
N/A
ບັນຊີສັດປ່າຂອງລາວ
N/A
ບັນຊີ NTFP
N/A
ບັນຊີໄມ້
N/A
ການນຳໃຊ້ຂອງມະນຸດ
ປະເພດການນຳໃຊ້
ພືດເປັນຢາ

ເມັດຫູກວາງສາມາດນຳມາຮັບປະທານໄດ້ ແລະ ຍັງມີໂປຣຕິນທີ່ໃຊ້ປະໂຫຍດແກ່ຮ່າງກາຍຂອງເຮົາອີກດ້ວຍ. ຄຸນຄ່າທາງໂພສະນາການຂອງເມັດຫູກວາງ 100 ກຼາມ ທີ່ມີປະໂຫຍດຕໍ່ຮ່າງກາຍປະກອບໄປດ້ວຍພະລັງງານ 594 ແຄລໍຣີ, ນ້ຳ 4%, ໂປຣຕິນ 20.8 ກຼາມ, ໄຂມັນ 54 ກຼາມ, ຄາໂບໄຮເດຣດ 19.2 ກຼາມ, ໄຍອາຫານ 2.3 ກຼາມ, ວິຕາມີນບີ 1 0.32 ມີນລີກຼາມ, ວິຕາມີນບີ 20.08 ກຼາມ, ວິຕາມີນບີ 30.6 ກຼາມ,ແຄລຊຽມ 32 ມີນລີກຼາມ, ຟົດສຟໍຣັດ 789 ກຼາມ ແລະ ທາດເຫຼັກ 9.2 ມີນລີກຼາມ. ນອກຈາກນັ້ນ ໃບຫູກວາງຍັງໃຊ້ຊ່ວຍແກ້ອາການເຈັບໜ້າເອິກ ໂດຍການນຳໃບມາປະສົມກັບນ້ຳມັນຈາກເນື້ອໃນເມັດແລ້ວນຳມາທາໜ້າ ຫຼື ໃຊ້ທາໄຂຂໍ້ ຫຼື ທຸກສ່ວນຂອງຮ່າງກາຍທີ່ໝົດຄວາມຮູ້ສຶກ, ຮັກສາອາການຜື່ນຄັນຕາມຜີວໜັງ ແລະ ຊ່ວຍຫຼຸດລະດັບນ້ຳຕານໃນເລືອດໄດ້ ແລະ ຍັງພົບລິດທາງການຢາວ່າຊ່ວຍຕ້ານແບັກທີເຣຍ, ຫຼຸດອາການອັກເສບ, ແກ້ອາການປວດ, ເຮັດໃຫ້ກ້າມເນື້ອລຽບຄາຍຕົວ ແລະ ເຮັດໃຫ້ກ້າມເນື້ອມົດລູກບີບຕົວ. ຄວນນຳມາໃຊ້ເປັນຢາສະເພາະຜູ້ທີ່ມີອາການບໍ່ຮຸນແຮງ. ເປືອກມີຣົດຝາດສັບພະຄຸນເປັນຢາໄລ່ລົມ, ແກ້ເຈັບທ້ອງ, ຊ່ວຍເຮັດໃຫ້ປະຈຳເດືອນຂອງຜູ້ຍິງມາປົກກະຕິ.

ການປູກ ການລ້ຽງ
N/A
ລະດູການເກັບກູ້
N/A
ການຕະຫຼາດ ແລະ ຕ່ອງໂສ້ມູນຄ່າ
N/A
ການຄຸ້ມຄອງຈັດການ
N/A
ໂພຊະນາການ
ຄຸນຄ່າທາງໂພຊະນາການ
N/A
ສານອາຫານ /100g ໝາຍເຫດ
ໂປຣຕີນ N/A N/A
ຄາໂບໄຮເດຣດ N/A N/A
ໄຂມັນ N/A N/A
ວິຕາມິນ N/A N/A
ແຮ່ທາດ N/A N/A
ເສັ້ນໄຍ N/A N/A
ອ້າງອິງ
ເຄດິດຮູບພາບ
ອ້າງອິງ
ຜູ້ສ້າງ Factsheet
N/A
ຜູ້ກວດສອບ Factsheet
,